Home ຂ່າວຕ່າງປະເທດ ອາຊຽນ – ຈີນ ເນັ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ອາຊຽນ – ຈີນ ເນັ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 19 ມິຖຸນາ ຜ່ານມາ ເວທີປາໄສອະນາຄົດ ອາຊຽນ – ຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼຼວງຈາກາກຕາປະເທດອິນໂດເນເຊຍດ້ວຍຫົວຂໍ້: ເນັ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງແທດຈິງ, ໂດຍເວທີປາໄສມີ 3 ວາລະປະຊຸມ.

ຂ່າວລະບຸວ່າ: ໃນເວທີປາໄສ, ບັນດາຜູ້ແທນໄດ້ແບ່ງປັນບາດກ້າວພັດທະນາໃຫຍ່ໃນການພົວພັນລະຫວ່າງ ອາຊຽນ – ຈີນ ໃນໄລຍະຜ່ານມາ, ໂດຍເນັ້ນໜັກວ່າ: ນີ້ແມ່ນໜຶ່ງໃນບັນດາການພົວພັນຄູ່ຮ່ວມມືສຳຄັນທີ່ສຸດຢູ່ພາກພື້ນ. ສິ່ງທີ່ໜ້າສົນໃຈໃນຂົງເຂດເສດຖະກິດ-ການຄ້າ ໃນປີ 2023, ຈີນ ຍັງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ອາຊຽນ, ດ້ວຍຍອດວົງເງິນການຄ້າສິນຄ້າລະຫວ່າງ ອາຊຽນ ແລະ ຈີນ ບັນລຸຫຼາຍກວ່າ 702 ຕື້ໂດລາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version