Home ຂ່າວໜ້າໜຶ່ງ ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

0

ວັນທີ 19 ມິຖຸນາ 2024, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງ ຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍ ປີ 2024, ການແກ້ໄຂຜົນການກວດສອບ ປະຈໍາປີ 2023 ຕາມມະຕິຂອງສະພາແຫ່ງຊາດ ເລກທີ 114/ສພຊ, ລົງວັນທີ 21 ພະຈິກ 2023 ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ໃນວາລະພິຈາລະນາວຽກງານຂອງລັດຖະບານ ກອງປະຊຸມ ໄດ້ຮັບຟັງການລາຍງານໂດຍສັງເຂບຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024. ຈາກນັ້ນ, ລັດຖະມົນຕີກະຊວງແຜນການ ແລະ ການລງທຶນ, ລັດ ຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກໍໄດ້ລາຍງານເພີ່ມເຕີມຕໍ່ກອງປະຊຸມ.

ພາຍຫລັງທີ່ຮັບຟັງ ການລາຍງານຂອງລັດຖະບານແລ້ວ, ສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ກໍໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄວາມເຫັນຢ່າງກວ້າງຂວາງ, ເລິກເຊິ່ງ, ໄດ້ມີການຊັກຖາມຕໍ່ລັດຖະບານ ເຊິ່ງສະມາຊິກລັດ ຖະບານ ກໍໄດ້ຊີ້ແຈງໃຫ້ຄວາມກະຈ່າງແຈ້ງ ຕໍ່ຄໍາຊັກຖາມ ແລະ ຕໍ່ບັນຫາຕ່າງໆ ທີ່ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນຢ່າງກົງໄປກົງມາ. ພິເສດ ກອງປະຊຸມ ຍັງໄດ້ຮັບຟັງການອະທິບາຍຊີ້ແຈງຂອງ ທ່ານນາຍົກລັດຖະມົນຕີ ແລະ ທ່ານປະທານສະພາແຫ່ງຊາດ ກໍໄດ້ມີຄໍາເຫັນສະຫລຸບສັງລວມ ດັ່ງນີ້: ຕໍ່ການປະຕິບັດແຜນການ 6 ເດືອນຕົ້ນປີ 2024: ການເຕີບໂຕເສດຖະກິດ ໃນໄລຍະ 6 ເດືອນຕົ້ນປີ 2024 ສາມາດບັນລຸໄດ້ ໃນລະດັບ 4,7%. GDP ຄາດຄະເນ 6 ເດືອນ ຕົ້ນປີ 2024 ຈະບັນລຸ 148.043 ຕື້ກີບ ຫລື ເທົ່າກັບ 50,4% ຂອງແຜນການ; ການຈັດເກັບລາຍຮັບທຽບໃສ່ໄລຍະດຽວກັນຂອງປີກາຍ ເພີ່ມຂຶ້ນ 64%, ອັນພົ້ນເດັ່ນແມ່ນລັດຖະບານ ໄດ້ມອບຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ໃຫ້ທ້ອງຖິ່ນເປັນຜູ້ຄຸ້ມຄອງ ເຮັດໃຫ້ມີ 1 ແຂວງ ສາມາດປະຕິບັດລາຍຮັບໄດ້ເກີນ 100% ແລະ ມີ 5 ແຂວງ ສາມາດປະຕິບັດໄດ້ຫລາຍກວ່າ 70% ຂຶ້ນໄປ, ແຕ່ເມືອທຽບໃສ່ກັບອັດຕາເງິນເຟີ້ແລ້ວ ລາຍຮັບຂອງເຮົາ ແມ່ນຍັງຫລຸດລົງ; ລັດຖະບານ ໄດ້ມີຄວາມພະຍາຍາມແກ້ໄຂອັດຕາເງິນເຟີ້, ແກ້ໄຂການແລກປ່ຽນນອກລະບົບ, ຄຸ້ມຄອງເງິນຕາຕ່າງປະເທດ ໂດຍມີການຈັດຕັ້ງປະຕິບັດນະໂຍບາຍເງິນຕາທີ່ຮັດກຸມ, ຄຸ້ມຄອງອັດຕາແລກປ່ຽນບໍ່ໃຫ້ຜັນຜວນແຮງ, ລະດົມເງິນຕາຕ່າງປະເທດເຂົ້າສູ່ລະ ບົບທະນາຄານ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງ, ຊຸກຍູ້ສົ່ງເສີມນະໂຍບາຍສິນເຊື້ອຫລາຍຂຶ້ນ; ຄຸ້ມຄອງການນໍາເຂົ້າ-ສົ່ງອອກຜ່ານລະບົບທະນາຄານ, ຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າໄດ້ຢູ່ 4,2 ເດືອນ; ໄດ້ເອົາໃຈໃສ່ປັບປຸງ ການຮຽນ-ການສອນ ທຸກຊັ້ນຮຽນ ຕິດພັນກັບການແກ້ໄຂບັນຫາຄູອາສາສະໝັກ ການຂາດແຄນຄູນສອນ ແລະ ການຂາດຮຽນຂອງນັກຮຽນ ໃນເຂດຊົນນະບົດ ຕາມ 5 ນະໂຍບາຍ. ປັດຈຸບັນ, ໄດ້ປະຕິບັດເງິນນະໂຍບາຍສໍາລັບຄູອາສາສະໝັກ ຄືກັບຄູທີ່ເປັນລັດຖະກອນແລ້ວ; ສືບຕໍ່ດຳເນີນການຫັນໂຮງໝໍກຸ້ມຕົນເອງຂອງ 3 ໂຮງໝໍສູນກາງ ແລະ ສືບຕໍ່ພັດທະນາຕາໜ່າງການບໍລິການສາທາລະນະສຸກ ໃນທົ່ວປະເທດ; ໄດ້ໂຈະໂຄງການທົດລອງ ແລະ ຫັນໄປສູ່ຮູບການປົກ ກະຕິ, ໂຈະການພິຈາລະນາອະນຸມັດໂຄງການໃໝ່ ກ່ຽວກັບໂຄງການຂຸດຄົ້ນແຮ່ທາດ ເພື່ອດໍາເນີນການປະເມີນຄືນ ຊຶ່ງໂຄງການໃດທີ່ຈັດຢູ່ໃນປະເພດ C+ ແລະ C ຈະໄດ້ມີການດໍາເນີນຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ; ລັດຖະບານ ໄດ້ສະເໜີໃຫ້ຄະນະປະຈໍາສະພາແຫ່ງຊາດ ອອກມະຕິ ຮັບຮອງການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ຂອງປະຊາຊົນ ເພື່ອຂຶ້ນທະບຽນອອກໃບຕາດິນ ໃຫ້ປະຊາ ຊົນທີ່ອາໄສ ແລະ ທໍາການຜະລິດ ຢູ່ໃນ 3 ປະເພດປ່າ ເພື່ອຮັບປະກັນການອອກໃບຕາດິນຢ່າງແຂງ ແຮງ.

ຕໍ່ກັບທິດທາງແຜນການ 6 ເດືອນທ້າຍປີ 2024: ສະພາແຫ່ງຊາດ ໄດ້ມອບໃຫ້ລັດຖະບານ ເພີ່ມຄວາມເອົາໃຈໃສ່ ໃນການຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; ສືບຕໍ່ປະຕິບັດທິດທາງ, ເປົ້າໝາຍລວມ ແລະ ແຜນວຽກຈຸດສຸມ ຂອງລັດຖະບານ ຕາມທີ່ໄດ້ກໍານົດໄວ້ ໃນມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ບັນລຸຕາມແຜນການ; ສືບຕໍ່ສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໂດຍສະເພາະ ແກ້ໄຂບັນຫາການເໜັງຕີງຂອງອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ, ຢັບຢັ້ງສະພາບເງິນເຟີ້ ບໍ່ໃຫ້ເພີ່ມຂຶ້ນສູງ ແລະ ບັນຫາໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການທີ່ວ່າງອອກຢ່າງເຂັ້ມງວດ; ຄົ້ນຄວ້າເພີ່ມເງິນນະໂຍບາຍ, ເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ພະນັກງານບໍານານ ໄປພ້ອມກັບການປັບຄ່າແຮງງານຕໍ່າສຸດ ໃຫ້ໄປຕາມສະພາບເສດຖະກິດ ແລະ ຄ່າຄອງຊີບ ໃນປັດຈຸບັນ; ປັບປຸງສະພາບແວດລ້ອມ ຂອງການລົງທຶນ ແລະ ການດຳເນີນທຸລະກິດຢູ່ລາວ ໃຫ້ໂລ່ງລ່ຽນຂຶ້ນ, ຕັດຂັ້ນຂອດທີ່ອຸດຕັນອອກໃຫ້ໄດ້, ສຸມໃສ່ແກ້ໄຂບັນຫາການສະໜອງພະລັງງານໄຟຟ້າ ບໍ່ພຽງພໍກັບຄວາມຕ້ອງການ, ພັດທະນາພະລັງງານລົມ, ພະລັງງານແສງອາທິດ ທີ່ສາ ມາດກໍ່ສ້າງໄວ ໂດຍສະເພາະ ພະລັງງານແສງອາທິດ ໃນເຂດອ່າງນໍ້າໜ້າເຂື່ອນໄຟຟ້າ, ເຂດທີ່ດິນປອກໂລ້ນ, ດິນຫີນແຮ່ ທີ່ບໍ່ເໝາະສົມແກ່ການພັດທະນາກະສິກໍາ; ສືບຕໍ່ສູ້ຊົນສຸມໃສ່ການເກັບລາຍຮັບງົບປະ ມານ ປີ 2024 ໃຫ້ໄດ້ຕາມແຜນ ຫລື ເກີນແຜນ, ສຸມໃສ່ຂະຫຍາຍຖານລາຍຮັບໃໝ່ ໃຫ້ເພີ່ມຂຶ້ນ, ເກັບລາຍຮັບຈາກຖານທີ່ມີຢູ່ແລ້ວໃຫ້ຄົບຖ້ວນ, ເລັ່ງການຫັນການເກັບລາຍຮັບໃຫ້ເປັນທັນສະໄໝໃຫ້ກວ້າງ ແລະ ກວມເອົາຫລາຍຂົງເຂດ ໂດຍສະເພາະ ການເກັບລາຍຮັບຢູ່ດ່ານ, ການເກັບລາຍຮັບຈາກຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ; ສືບຕໍ່ພັດທະນາພື້ນຖານໂຄງລ່າງ ການກໍ່ສ້າງປັບປຸງເສັ້ນທາງ ໃຫ້ໄດ້ຄຸນນະພາບ, ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້, ພ້ອມທັງປັບປຸງລະບົບຂົນສົ່ງຕ່າງໆ ໃຫ້ມີຄວາມວ່ອງໄວ, ທັນສະໄໝ ສາມາດແຂ່ງຂັນກັບພາກພື້ນ ແລະ ສາ ກົນ; ສືບຕໍ່ໂຄງການປ້ອງກັນຕາຝັ່ງຕາມແມ່ນໍ້າຊາຍແດນ ແລະ ຈັດສັນທຶນຮອນທີ່ເໝາະສົມ ໃຫ້ວຽກງານດັ່ງກ່າວ; ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດໃຫ້ແຂງແຮງຂຶ້ນກວ່າເກົ່າ ພ້ອມທັງຄົ້ນຄວ້າປະເມີນຄືນ ບັນດາລາຍການສິນຄ້າທີ່ສາມາດຜະລິດໄດ້ ເປັນຕົ້ນ ຝຸ່ນ, ອາຫານສັດ ຮັບປະກັນການສະໜອງ ແລະ ຊົມໃຊ້ຢູ່ພາຍໃນໃຫ້ພຽງພໍກັບຄວາມຕ້ອງການ ພ້ອມທັງມີກົນໄກປະສານສົມທົບ ລະຫວ່າງ ຂະແໜງ ກະສິກໍາ ແລະ ປ່າໄມ້ ກັບ ຂະແໜງອຸດສາຫະກໍາ ແລະ ການຄ້າ ຄົ້ນຄວ້າກໍານົດມາດຕະການ ຈໍາກັດການນໍາເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ຢູ່ພາຍໃນ ແລະ ຫລຸດຜ່ອນການສົ່ງອອກວັດຖຸດິບບາງລາຍການ ທີ່ຍັງມີຄວາມຕ້ອງການຊົມໃຊ້ພາຍໃນ ເປັນຕົ້ນ ຂີ້ເບຍ ແລະ ອື່ນໆ ເພື່ອຮັບປະກັນການຊົມໃຊ້ພາຍໃນໃຫ້ພຽງພໍ; ມອບໃຫ້ລັດຖະບານ ສຸມໃສ່ປັບປຸງສະພາບການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ, ສືບຕໍ່ປະຕິບັດນະໂຍບາຍ ແລະ ມາດຕະການ ໃນການແກ້ໄຂການປະລະການຮຽນ, ບັນຫາການຂາດ ແຄນຄູ, ການປະຕິບັດນະໂຍບາຍອຸດໜູນຄູອາສາສະໜັກ ແລະ ແພດອາສາສະໝັກ ຕາມມະຕິເລກທີ 09/ລບ ໃຫ້ເປັນຮູບປະທຳຫລາຍຂຶ້ນ. ເຖິງວ່າຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍໃຫ້ເອົາໃຈໃສ່ ໃນການລົງທຶນເຂົ້າໃນຂະແໜງສຶກສາທິການ ແລະ ສາທາລະນະສຸກ; ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃນປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານອາຊຽນ ແລະ ປະທານໄອປາ; ອີງຕາມວາລະກອງປະຊຸມ ໃນວັນທີ 2 ກໍລະກົດ 2024, ຜູ້ແທນກອງປະຊຸມຈະໄດ້ລົງຄະແນນຮັບຮອງ ມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະ ມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024.

ຕໍ່ກັບວຽກງານຂອງອົງການກວດສອບແຫ່ງລັດ: ໃນວັນທີ 14 ມິຖຸນາ 2024 ທີ່ຜ່ານມາ, ກອງປະຊຸມໄດ້ພິຈາລະນາ ບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈໍາປີ 2023. ສັງລວມໂດຍຫຍໍ້ ດັ່ງນີ້: ກອງປະຊຸມ ໄດ້ຍ້ອງຍໍຊົມເຊີຍ ຕໍ່ອົງການກວດສອບແຫ່ງລັດ ທີ່ໄດ້ປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຫ້າວຫັນ, ເຖິງວ່າໄດ້ດຳເນີນການກວດສອບພຽງແຕ່ 2 ເດືອນເທົ່ານັ້ນ, ແຕ່ຍັງສາມາດລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ໄດ້ທັນຕາມກໍານົດເວລາ; ໄລຍະຜ່ານມາ, ໄດ້ກວດສອບເຫັນລາຍຮັບ-ລາຍຈ່າຍເພີ່ມ, ໜີ້ຕ້ອງຮັບ ແລະ ບັນຫາອື່ນ ເປັນຈໍານວນຫລາຍ, ແຕ່ແກ້ໄຂໄດ້ໜ້ອຍ, ຊັກຊ້າ, ແກ່ຍາວ, ສາເຫດ ຍ້ອນການຈັດຕັ້ງປະຕິບັດກົດໝາຍບໍ່ທັນເຂັ້ມງວດ, ບໍ່ເດັດຂາດ, ອົງການຄຸ້ມຄອງ ແລະ ເປົ້າໝາຍຖືກກວດສອບ ຍັງຖືເບົາ, ການປະສານສົມທົບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ບໍ່ທັນກົມກຽວ, ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ.

ຜົນການກວດສອບເຫັນວ່າ: ຍັງມີລັກສະນະຊໍ້າເຮື້ອ ໂດຍສະເພາະ ການລະເມີດກົດໝາຍ, ວິ ໄນແຜນການ-ການເງິນ ມີມູນຄ່າສູງ, ເຮັດໃຫ້ສັງຄົມຂາດຄວາມເຊື່ອໝັ້ນຕໍ່ການບໍລິຫານລັດ; ກອງປະ ຊຸມໄດ້ສະເໜີໃຫ້ອົງການຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍຖືກກວດສອບ ຮ່ວມກັນວິເຄາະ-ວິໄຈ ບັນຫາທີ່ສະສົມ ເປັນອັນລະອຽດ ອັນໃດສາມາດເກັບກູ້ຄືນໄດ້ ແລະ ບໍ່ສາມາດເກັບກູ້ຄືນໄດ້ ຫລື ມີຕົວຕົນ ແລະ ບໍ່ມີຕົວຕົນ ເພື່ອລາຍງານສະພາແຫ່ງຊາດ ພິຈາລະນາແກ້ໄຂ; ກອງປະຊຸມເນັ້ນໜັກ ໃຫ້ຄະ ນະພັກ, ຄະນະນຳຂອງອົງການຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍທີ່ຖືກກວດສອບ ເປັນເຈົ້າການ ຊີ້ນຳ-ນຳພາ ແກ້ໄຂຜົນການກວດສອບ ຢ່າງເດັດຂາດ, ຖືເອົາການແກ້ໄຂການກວດສອບ ເປັນເງື່ອນໄຂໃນການປະເມີນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ; ກອງປະຊຸມ ຊົມເຊີຍ ກະຊວງການເງິນ ທີ່ໄດ້ເອົາໃຈໃສ່ແກ້ໄຂຜົນການກວດສອບ ໃນ 6 ເດືອນຕົ້ນປີ ຢ່າງຕັ້ງໜ້າ, ພ້ອມທັງ ສະເໜີໃຫ້ສືບຕໍ່ເສີມຂະຫຍາຍ ແກ້ໄຂຜົນການກວດສອບ ໃນ 6 ເດືອນທ້າຍປີ 2024 ໃຫ້ໄດ້ຫລາຍຂຶ້ນກວ່າເກົ່າ ເພື່ອເປັນແບບຢ່າງທີ່ດີໃຫ້ຫົວໜ່ວຍງົບປະມານອື່ນ; ກອງປະຊຸມ ສະເໜີໃຫ້ມີມາດຕະການ ຢ່າງເດັດຂາດ ແລະ ເຂັ້ມງວດ ຕໍ່ອົງການຄຸ້ມຄອງ ແລະ ເປົ້າໝາຍທີ່ຖືກກວດສອບ ທີ່ບໍ່ໃຫ້ການຮ່ວມມື, ບໍ່ສະໜອງຂໍ້ມູນ ແລະ ບໍ່ເຂົ້າຮ່ວມວຽກງານກວດສອບແຫ່ງລັດ. ນອກຈາກການລາຍງານຂອງ ອົງການກວດສອບແຫ່ງລັດແລ້ວ, ກອງປະຊຸມ ຍັງໄດ້ຮັບຟັງການຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງ ຈາກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ທະນາຄານ ແຫ່ງ ສປປ ລາວ.

ຂ່າວ: ສົມຫວັງ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version