Home ຂ່າວໜ້າໜຶ່ງ ເປີດນຳໃຊ້ ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ຢ່າງເປັນທາງການ

ເປີດນຳໃຊ້ ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ຢ່າງເປັນທາງການ

0

ພິທີເປີດນໍາໃຊ້ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ນີ້, ໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ເຊິນປິ່ນ ປະທານບໍລິສັດ ລາດຊະວົງ ພັດທະນາຈຳກັດ, ມີການນຳພັກ-ລັດ, ແຂກຖືກເຊີນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ໄດ້ເຊັນສັນຍາກັນໃນທ້າຍປີ 2013 ຊຶ່ງເປັນການຮ່ວມມືທຸລະກິດ ລະຫວ່າງ ກະຊວງປ້ອງກັນປະເທດ ກັບ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງ ຫາລິມະຊັບ ຈຳກັດ ພາຍຫຼັງເຊັນສັນຍາ ກໍໄດ້ດຳເນີນການກໍ່ສ້າງບັນດາໜ້າວຽກໂຄງສ້າງຫຼັກຂອງຕົວອາຄານສຳເລັດ ແຕ່ຍັງບໍ່ສົມບູນ ແລະ ໄດ້ຕົບແຕ່ງພາຍນອກສຳເລັດຈຳນວນໜຶ່ງ. ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບການເງິນຂອງຜູ້ລົງທຶນບໍ່ຄ່ອງຕົວ, ສັນຍາ ແລະ ນິຕິກຳກ່ຽວພັນຈຳນວນໜຶ່ງ ຍັງບໍ່ທັນສອດຄ່ອງ ແລະ ບໍ່ຮັດກຸມເທົ່າທີ່ຄວນ ສະນັ້ນ, ມາຮອດປີ 2016 ການຈັດຕັ້ງປະຕິບັດຕົວຈິງພົບຂໍ້ຫຍຸ້ງຍາກ ແລະ ໄດ້ໂຈະການກໍ່ສ້າງເປັນການຊົ່ວຄາວ ແຕ່ລັດຖະບານກໍຄືການນຳຂອງກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ໄດ້ຊີ້ນຳ ແກ້ໄຂ ແລະ ຊຸກຍູ້ຈົນເຮັດໃຫ້ໂຄງການດັ່ງກ່າວສາມາດສືບຕໍ່ກໍ່ສ້າງຄືນໃໝ່ໃນປີ 2021 ແລະ ມາຮອດຕົ້ນປີ 2024 ກໍໄດ້ເລີ່ມເປີດທົດລອງນໍາໃຊ້ບາງສ່ວນພ້ອມທັງປັບປຸງບາງຈຸດໃຫ້ສ່ອດຄອງເໝາະສົມ ແລະ ປັດຈຸບັນນີ້ ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ແມ່ນມີຄວາມພ້ອມໃຫ້ການບໍລິການແລ້ວ 100%. ສໍາລັບໂຄງການ ລາດຊະວົງ ພລາຊາ ວັນດ້າ ວິສຕ້າ ປະກອບມີໂຮງແຮມລະດັບ 5 ດາວ, ຫ້ອງການ, ອາພາດເມັນ, ສູນບຳບັດ ແລະ ປິ່ນປົວສຸຂະພາບ, ສູນການຄ້າຄົບວົງຈອນ, ສູນບັນເທີງ, ສູນກິລາ, ຮ້ານອາຫານນາໆຊາດ ແລະ ອື່ນໆ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ມີເນື້ອທີ່ກໍ່ສ້າງທັງໝົດ 188.000 ຕາແມັດ, ຄວາມສູງ 138 ແມັດ, ມີ 36 ຊັ້ນ, ເປັນອາຄານຕຶກທີ່ສູງທີ່ສຸດຢູ່ປະເທດລາວໃນປັດຈຸບັນ.

ຈາກນັ້ນ, ໃນພິທີກໍໄດ້ຕັດແຖບຜ້າ ແລະ ລັ່ນຄອງ 9 ບາດ ເພື່ອເປັນສີລິມົງຄຸນ ເປີດນໍາໃຊ້ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຢ່າງເປັນທາງການ.

(ຂ່າວ-ພາບ: ສຸກສາຄອນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version