Home ຂ່າວໜ້າໜຶ່ງ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ພົບປະກັບຄູ່ຮ່ວມຕໍາແໜ່ງປະເທດເພື່ອນມິດ

ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ພົບປະກັບຄູ່ຮ່ວມຕໍາແໜ່ງປະເທດເພື່ອນມິດ

0

ໃນໂອກາດນໍາພາຄະນະຜູ້ແທນຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ (International Relations Meeting ‘BRICS Dialogue with Developing Countries’), ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ສະຫະພັນ ຣັດເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບບັນດາຄູ່ຮ່ວມຕໍາແໜ່ງປະເທດເພື່ອນມິດ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດເຫຼົ່ານັ້ນ ຄື: ຣັດເຊຍ, ຈີນ, ບຣາຊິນ, ເບລາຣຸດຊີ ແລະ ກູ​ບາ ຕາມລໍາດັບ.

ໃນການພົບປະກັບ ທ່ານ ເຊີຣເກ ລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ດ້ວຍໄມຕີຈິດມິດຕະພາບ ເພື່ອສືບຕໍ່ຮັດແໜ້ນການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ຣັດເຊຍ ໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນ ເປັນຕົ້ນ ການພົວພັນຮ່ວມມືທາງດ້ານການເມືອງ, ພະລັັງງານ ແລະ ບໍ່ແຮ່, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຄວາມປອດໄພຂອງຂໍ້ມູນ, ການຮ່ວມມືຂົນສົ່ງທາງລົດໄຟ, ວັດທະນະທໍາ ແລະ ການທ່ອງທ່ຽວ, ການສຶກສາ ແລະ ອື່ນໆ, ລວມເຖິງບັນດາໝາກຜົນການຕົກລົງຮ່ວມກັນຂອງການນໍາສອງປະເທດ ໂດຍສະເພາະໝາກຜົນຂອງການພົບປະລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກັບ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ແລະ ພະນະທ່ານ ເມັດເວເດັບ ປະທານພັກຣັດເຊຍເອກະພາບ ໃນເດືອນພຶດສະພາ ທີ່ຜ່ານມາ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືການພົວພັນໃນຂອບການຮ່ວມມື ພາກພື້ນ ແລະ ສາກົນ ລວມເຖິງການພົວພັນຮ່ວມມື ອາຊຽນ-ຣັດເຊຍ, ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ. ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ການເຊື້ອເຊີນເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມ BRICS ທີ່ ຣັດເຊຍ ເປັນເຈົ້າພາບ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.

ໃນການພົບປະກັບ ທ່ານ ຫວັງ ອີ້ ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສອງຝ່າຍໄດ້ປຶກສາຫາສື ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ- ຈີນ, ຈີນ-ລາວ ລະຫວ່າງ ສອງປະເທດ ກໍຄື ການພົວພັນຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງຍິ່ງໆຂຶ້ນ. ສອງຝ່າຍ ໄດ້ລົງເລິກປຶກສາຫາລືການພົວພັນຮ່ວມມືໃນການຈັດຕັ້ງປະຕິບັດຈຸດກວດກາ ຈຸດດຽວຮ່ວມກັນຢູ່ດ່ານຊາຍແດນ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ສິນຄ້າຜ່ານທາງລົດໄຟລະຫວ່າງປະເທດ ລາວ-ຈີນ, ການຍົກລະດັບ ແລະ ຂະຫຍາຍດ່ານ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ສິນຄ້າ ຢູ່ດ່ານສາກົນ (ບໍ່ເຕ່ນ-ບໍ່ຫານ), ການຊຸກຍູ້ການພັດທະນາໂຄງການຮ່ວມມືທີ່ປິ່ນອ້ອມຕາມແລວເສດຖະກິດ ລາວ-ຈີນ ກໍຄືບັນດາໂຄງການທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ເພື່ອແນໃສ່ຊ່ວຍສົ່ງເສີມການຜະລິດ, ການສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນຂອງ ສປປ ລາວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຍົກລະດັບ ແລະ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ໂດຍຖືເອົາປີທ່ອງທ່ຽວລາວ ປີ 2024 ນີ້ ໂຄສະນາ ແລະ ດຶງດູດນັກທ່ອງທ່ຽວ ກໍຄືນັກລົງທຶນຂອງ ສປ ຈີນ ເຂົ້າມາຮ່ວມມືກັບພາກເອກະຊົນຂອງ ສປປ ລາວ ເພື່ອພັດທະນາພື້ນຖານໂຄງລ່າງ, ສະຖານທີ່ທ່ອງທ່ຽວຕ່າງໆ. ໃນໂອກາດນີ້, ສອງຝ່າຍຢືນຢັນທີ່ຈະຮ່ວມມືກັນຢ່າງໃກ້ຊິດ, ຮັກສາກົນໄກການປະສານງານ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຈີນ, ລວມເຖິງການກະກຽມໃຫ້ແກ່ ບັນດາການນໍາຂັ້ນສູງ ຂອງ ສປ ຈີນ ທີ່ຈະເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ, ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໃນໂອກາດການເປັນປະທານອາຊຽນ ປີ 2024 ນີ້. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ສໍາລັບການພົບປະກັບ ທ່ານ Mauro Vieira ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ, ສອງຝ່າຍໄດ້ສະແດງຄວາມດີໃຈທີ່ໄດ້ພົບປະກັນໃນຄັ້ງນີ້, ຊຶ່ງຖືເປັນໂອກາດອັນດີ ໃນການປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ບຣາຊິນ ກໍຄື ການພົວພັນຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ບຣາຊິນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃຫ້ກ້າວໄປສູ່ການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ໃນອະນາຄົດ, ລວມເຖິງການຊຸກຍູ້ສອງຝ່າຍສືບຕໍ່ສຶກສາຄວາມເປັນໄປໄດ້ໃນການຮ່ວມມືໃນຂະແໜງທີ່ມີທ່າແຮງ ໂດຍສະເພາະ ດ້ານກະສິກໍາ, ສຶກສາ-ກິລາ, ການທ່ອງທ່ຽວ, ການລົງທຶນ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືການພົວພັນຮ່ວມມື ໃນຂອບຫຼາຍຝ່າຍ ກໍຄືການຮ່ວມມືລະຫວ່າງພາກພື້ນ ອາຊຽນ ແລະ ລາຕິນອາເມຣິກາ ໂດຍສະເພາະ ອາຊຽນ ແລະ ບຣາຊິນ, ທັງຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ. ພ້ອມກັນນີ້, ສອງຝ່າຍ ຕ່າງກໍເຊື້ອເຊີນ ເຊິ່ງກັນ ແລະ ກັນ ໄປຢ້ຽມຢາມປະເທດຂອງຕົນ ໃນເວລາທີ່ເຫມາະສົມ.

ສໍາລັບການພົບປະກັບ ທ່ານ ເຊເກ ອາເລນິກ (Seigei Aleinik) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ສອງຝ່າຍໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບກັນໃນຄັ້ງນີ້ ເພື່ອປຶກສາຫາລືໃນການສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບ ແລະ ຮ່ວມມື ລະຫວ່າງສອງປະເທດ ລາວ-ເບລາຣຸດຊີ ທີ່ມີມາແຕ່ດົນນານນັ້ນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊາຊົນສອງຊາດ ລາວ-ເບລາຣຸດຊີ. ການພົວພັນຮ່ວມມື ລະຫວ່າງສອງປະເທດ ຕະຫຼອດໄລຍະທີ່ຜ່ານມາ ແມ່ນຢູ່ໃນລະດັບດີ ໂດຍສະເພາະທາງດ້ານການເມືອງ, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດເປັນປະຈໍາ. ສອງກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ໄດ້ມີກົນໄກປຶກສາຫາລືທາງດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ (PC) ຊຶ່ງສອງຝ່າຍຫາກໍຮ່ວມກັນຈັດກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 3 ແລະ ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ເບລາຣຸດຊີ ໃນໂອກາດທີ່ ທ່ານ ເຢັບເກນີ ເຊດຕາສະກົບ (Evgeny Shestakov) ຮອງລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດຊີ ເດີນທາງຢ້ຽມຢາມ ສປປ ລາວ ໃນເດືອນມີນາ 2024 ຜ່ານມາ.

ພ້ອມກັນນີ້, ສອງຝ່າຍໄດ້ປຶກສາຫາລື ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນ ການ​ຢ້ຽມຢາມຂອງການນໍາຂັ້ນສູງລະຫວ່າງສອງປະເທດ ລວມທັງສາຍພັກ; ສຶບຕໍ່ສຶກສາຄວາມເປັນໄປໄດ້ໃນການຮ່ວມມື ໃນຂະແໜງທີ່ມີທ່າແຮງ ໂດຍ​ສະ​ເພາະ​ ດ້ານກະສິກໍາ, ເຄມີ, ສຶກ​ສາ-ກິ​ລາ, ການທ່ອງທ່ຽວ ແລະ ອື່ນໆ; ການກະກຽມຈັດກອງປະຊຸມປຶກສາຫາລື ລະຫວ່າງ 2 ກະຊວງການຕ່າງປະເທດ ຄັ້ງທີ 4 ທີ່ ເບລາຣຸດຊີ, ລວມເຖິງການພົວພັນຮ່ວມມືໃນຂອບຫຼາຍຝ່າຍ ໂດຍສະເພາະ ໃນຂອບອາຊຽນ-ເບລາຣຸດຊີ ແລະ ຂອບອື່ນໆ, ທັງຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນຈໍານວນໜຶ່ງ. ໃນໂອກາດດຽວກັນນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍທີ່ຝ່າຍ ເບລາຣຸດຊີ ຈະພິຈາລະນາສ້າງຕັ້ງສະມາຄົມມິດຕະພາບ ເບລາຣຸດຊີ-ລາວ ໃນຕໍ່ຫນ້ານີ້ ເພື່ອແນໃສ່ສົ່ງເສີມການພົວພັນລະຫວ່າງ ປະຊາຊົນສອງປະເທດ, ທັງຍັງໄດ້ເຊື້ອເຊີນທ່ານລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດຊີ ເດີນທາງຢ້ຽມຢາມ ສປປ ລາວ ໃນເວລາທີ່ເຫມາະສົມ.

ສ່ວນ​ການພົບປະກັບ ທ່ານ ບຣູໂນ ໂຣດຣີເກັຊ ປາຣີຢາ (Brúno Rodríguez Parrilla), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ, ສອງຝ່າຍໄດ້ຕີລາ​ຄາ​ສູງ ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ຍາວ​ນານ ບົນ​ພື້​ນ​ຖານ​ແຫ່ງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ ແລະ ​ກັນ ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ​ຕະ​ຫຼອດ​ໄລ​ຍະ​ທີ່​ຜ່າ​ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ, ສອງຝ່າຍ ມີການໄປມາຫາສູ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ພິເສດ, ປີ 2024 ນີ້ ກໍແມ່ນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ກູບາ, ຊຶ່ງສອງປະເທດ ກໍໄດ້ສົມທົບກັນຈັດກິດຈະກໍາຕ່າງໆຮ່ວມກັນ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມ​ໝາຍ​ຄວາມສໍາຄັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ. ພ້ອມນີ້, ສອງຝ່າຍ ເຫັນດີສືບ​ຕໍ່​ຊຸກ​ຍູ້ໃນ​ການ​ຜັນ​ຂະ​ຫຍາຍບັນດາ​ຜົນ​ການ​ພົບ​ປະ ແລະ ການຕົກລົງທີ່​ສອງ​ຝ່າຍ​ໄດ້​ມີ​ຮ່ວມ​ກັນ, ໂດຍ​ສະ​ເພາະ ການສົ່ງເສີມການລົງທຶນ-ການຄ້ານໍາກັນໃຫ້ເປັນຮູບປະທໍາຂຶ້ນ​ຕື່ມ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ຂ່າວ-ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ

ພົບປະກັບ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version