Home ຂ່າວຕ່າງປະເທດ ສາມຄຳຈະຊ່ວຍທ່ານເຂົ້າໃຈວ່າເປັນຫຍັງວິສາຫະກິດຕ່າງປະເທດ ນິຍົມມາເຮັດທຸລະກິດຢູ່ຈີນ

ສາມຄຳຈະຊ່ວຍທ່ານເຂົ້າໃຈວ່າເປັນຫຍັງວິສາຫະກິດຕ່າງປະເທດ ນິຍົມມາເຮັດທຸລະກິດຢູ່ຈີນ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ເສິງໜິງ ຮອງຜູ້ອຳນວຍການໃຫຍ່ເຂດຈີນ ຂອງ ບໍລິສັດຟີລິບ ຂອງໂຮນລັງ ໃຫ້ສຳພາດຕໍ່ນັກຂ່າວ CMG ວ່າ: “ລາຍຮັບຈາກ ທຸລະກິດຢູ່ຈີນ ຂອງບໍລິສັດພວກເຮົາ ໄດ້ຮັກສາການເຕີບໂຕມາໂດຍຕະ ຫລອດ ແລະຈັງຫວະການເຕີບໂຕຢູ່ຈີນ ໄດ້ນຳໜ້າທົ່ວໂລກ. ບໍລິສັດຟີລິບ ຮັກສາການລົງທຶນໄດ້ຫລາຍ ແລະສ້າງລາຍຮັບໄດ້ຫລາຍຢູ່ຕະຫລາດຈີນ ຢ່າງສະເໝີຕົ້ນສະເໝີປາຍ”. ເປັນຫຍັງວິສາຫະກິດຕ່າງປະເທດຈິ່ງມີ ຄວາມໝັ້ນໃຈຢ່າງສູງຕໍ່ຕະຫລາດຈີນຄືແນວນີ້?

ຄວາມໝັ້ນໃຈແມ່ນໄດ້ມາຈາກຕະຫລາດຈີນເປັນຕະຫລາດຂະໜາດ ໃຫຍ່. ເດືອນພຶດສະພາປີນີ້, ຍອດມູນຄ່າການຈຳໜ່າຍເຄື່ອງອຸປະໂພກ- ບໍລິໂພກໃນສັງຄົມຈີນໄດ້ເພີ່ມຂຶ້ນ 3,7% ເຊິ່ງໄດ້ສູງກວ່າເດືອນເມສາ 1,4%. ໃນໄລຍະພັກວັນກຳມະກອນສາກົນປີນີ້, ນັກທ່ອງທ່ຽວຈີນ ໄດ້ເດີນທາງໄປ ທ່ຽວ 1.000 ກວ່າຕົວເມືອງໃນຂອບເຂດທົ່ວໂລກ.

ເວົ້າສຳລັບວິສາຫະກິດແລ້ວ, ການປະດິດສ້າງໃໝ່ເປັນພະລັງຂັບເຄື່ອນທີ່ ສຳຄັນທີ່ສຸດ. ຄວາມມີສະເໜ່ຂອງຕະຫລາດຈີນຍັງຍ້ອນມີຄວາມໄວ ໃນການປະດິດສ້າງໃໝ່. ຕົວເລກຂໍ້ມູນຫລ້າສຸດສະແດງໃຫ້ເຫັນວ່າມູນຄ່າ ເພີ່ມຂອງອຸດສາຫະກຳການຜະລິດເຕັກນິກສູງຂະໜາດໃຫຍ່ຂອງຈີນ ໃນເດືອນພຶດສະພາປີນີ້ໄດ້ເພີ່ມຂຶ້ນ 10% ເມື່ອທຽບໃສ່ເດືອນພຶດສະພາ ປີກາຍ; ຜົນຜະລິດລວມວົງຈອນໄຟຟ້າ, ອຸປະກອນເຄື່ອງພິມ 3D, ກຳປັ່ນ ຕູ້ຄອນເທນເນີ ແລະຜະລິດຕະພັນເຕັກນິກສູງອື່ນໆ ໄດ້ເພີ່ມຂຶ້ນຢ່າງວ່ອງ ໄວ; ຈັງຫວະການເຕີບໂຕດ້ານການລົງທຶນໃນອຸດສາຫະກຳເຕັກນິກສູງໄດ້ໄວ ກວ່າຈັງຫວະການເຕີບໂຕຂອງການລົງທຶນອະສັງຫາລິມະຊັບທັງໝົດ. ທັງໝົດເຫລົ່ານີ້ສະແດງໃຫ້ເຫັນວ່າກຳລັງຂັບເຄື່ອນໃໝ່ ທີ່ໄດ້ມາຈາກ ກຳລັງການຜະລິດໃນຄຸນນະພາບໃໝ່ໄດ້ເພີ່ມຂຶ້ນເລື້ອຍໆ.

ນອກຈາກນີ້ແລ້ວ, ຕະຫລາດຈີນຍັງໄດ້ເພີ່ມຄວາມມີຊີວິດຊີວາໃຫ້ແກ່ ເສດຖະກິດໂລກອີກດ້ວຍ. 5 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຂາເຂົ້າ- ຂາອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນ ໄດ້ເພີ່ມຂຶ້ນ 6,3% ເມື່ອທຽບ ໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ບໍ່ວ່າໄດ້ສະໜອງຕະຫລາດຂະໜາດໃຫຍ່ໃຫ້ແກ່ໂລກເທົ່ານັ້ນຍັງໄດ້ສົ່ງອອກຜະລິດຕະພັນລະດັບສູງ, ຜະລິດຜະລິດຕະພັນປັນຍາປະດິດ ແລະຜະລິດ ຕະພັນສີຂຽວໃຫ້ແກ່ໂລກອີກດ້ວຍ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຟື້ນຕົວຂອງເສດຖະກິດໂລກ.

ຄຽງຄູ່ກັບພະລັງຂັບເຄື່ອນດ້ານການປະດິດສ້າງໃໝ່ໄດ້ເພີ່ມຂຶ້ນເລື້ອຍໆ, ຈີນ ໄດ້ສືບຕໍ່ປະຕິບັດນະໂຍບາຍມະຫາພາກທີ່ດີ ແລະລົງເລິກການປະຕິຮູບ ແລະເປີດປະຕູສູ່ພາຍນອກ, ເສດຖະກິດຈະສາມາດຮັກສາທ່ວງທ່າຟື້ນຕົວ ດີຂຶ້ນຢ່າງຕໍ່ເນື່ອງ ແລະມີເງື່ອນໄຂບັນລຸເປົ້າໝາຍເຕີບໂຕຂອງໝົດປີ. ປະເທດຈີນ ທີ່ເປັນຄືແນວນີ້, ຈະສາມາດດຶງດູດວິສາຫະກິດຕ່າງປະເທດ ມາເພີ່ມການລົງທຶນຢູ່ຈີນ ຢ່າງແນ່ນອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version