ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຄໍາຊັກຖາມຕໍ່ສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບການຮັບປະກັນຄຸນນະພາບ, ສາມາດຕອບສະໜອງໃຫ້ບັນດາໂຄງການລົງທຶນ, ໂຮງງານອຸດສາຫະກຳ, ກະສິກຳ ແລະ ຫົວໜ່ວຍແຮງງານຢູ່ພາຍໃນປະເທດ ທີ່ກໍາລັງຂາດແຄນແຮງງານ ລັດຖະບານໄດ້ມີແຜນການ ແລະ ມາດຕະການແກ້ໄຂ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ ນີ້ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ຊີ້ແຈງວ່າ: ປັດຈຸບັນ ກະຊວງ ຮສສ ມີກົດໝາຍ ແລະ ນິຕິກຳຫຼາຍສະບັບທີ່ເປັນບ່ອນອີງ ແລະ ການຈັດຕັ້ງປະຕິບັດຕົວຈິງຕົ້ນຕໍແມ່ນໃນໄລຍະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ນີ້ ລັດຖະບານໄດ້ກຳນົດໃນເປົ້າໝາຍທີ 2 ກ່ຽວກັບການພັດທະນາ ຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນສາມາດຕອບສະໜອງກັບຄວາມຕ້ອງການຂອງການພັດທະນາ. ບັນດາຂະແໜງການທີ່ກ່ຽວຂ້ອງໄດ້ຜັນຂະຫຍາຍເປັນໂຄງການ, ກິດຈະກຳເພື່ອຈັດຕັ້ງປະຕິບັດ, ໂດຍການມີສ່ວນຮ່ວມຢ່າງແຂງແຮງຂອງພາກທຸລະກິດ, ຜູ້ປະກອບການ, ສັງຄົມ, ຊຸມຊົນ, ຄອບຄົວ ແລະ ກະໂຕຂອງກໍາລັງແຮງງານເອງ, ດ້ານໂຄງລ່າງພື້ນຖານມີ ໂຮງຮຽນອາຊີວະສຶກສາ, ສູນຝຶກອົບຮົມວິຊາຊີບ, ສູນພັດທະນາສືແຮງງານ ທັງໝົດປະມານ 109 ແຫ່ງ, ສະເພາະຂະແໜງແຮງງານ ແລະ ສະຫວັດດີການສັງຄົມຄຸ້ມຄອງ 13 ແຫ່ງ ຊຶ່ງໄດ້ມີຄວາມພະຍາຍາມປັບປຸງຫຼັກສູດ, ຮ່ວມກັບພາກທຸລະກິດສ້າງມາດຕະຖານສີມືແຮງງານໃນສາຂາວິຊາຊີບຕ່າງໆ, ສະໜອງອຸປະກອນການຝຶກ, ດໍາເນີນການທົດສອບ ແລະ ອອກໃບຢັ້ງຢືນລະດັບສີມືແຮງງານດໍາເນີນການສົມທຽບ ແລະ ຮັບຮູ້ມາດຖານສີມືແຮງງານຂອງຫົວໜ່ວຍແຮງງານ, ໂຄງການລົງທຶນ, ບັນດາເຂດເສດຖະກິດພິເສດ ເພື່ອພ້ອມກັນຢັ້ງຢືນສີມືແຮງງານຂອງຜູ້ອອກແຮງງານໂດຍຕິດພັນກັບເງິນເດືອນ ຫຼື ຄ່າແຮງງານ (ຜູ້ອອກແຮງງານໄດ້ຜ່ານການທົດສອບ ແລະ ຢັ້ງຢືນສີມືແຮງງານແລ້ວ ເງິນເດືອນ ແລະ ຄ່າແຮງງານຈະສູງກວ່າຄ່າແຮງງານຊັ້ນຕໍ່າທີ່ລັດກຳນົດ) ນອກຈາກນັ້ນ ຍັງໄດ້ຮັບຮູ້ລະດັບສີມືແຮງງານໃນຂອບອາຊຽນ ແລະ ສອງຝ່າຍກັບບັນດາ ປະເທດຈຳນວນໜຶ່ງ.
ສໍາລັບມາດຕະການແກ້ໄຂສະເພາະໜ້າ: 1. ຄະນະດຸນດ່ຽງແຮງງານຈະເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອແກ້ໄຂບັນຫາການຂາດແຄນແຮງງານໃຫ້ເປັນລະບົບ, ລວມສູນແຜນປະຕິບັດ, ຊຸກຍູ້, ຕິດຕາມ, ປະເມີນຜົນເປັນປົກກະຕິ (ຊຶ່ງມີກອງເລຂາ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ). 2. ເກັບກຳຕຳແໜ່ງງານວ່າງຕົວຈິງນໍາບັນດາຫົວໜ່ວຍແຮງງານ, ໂຄງການລົງທຶນ, ເຂດເສດຖະກິດພິເສດ, ເພື່ອດໍາເນີນການຮັບສະໝັກ, ຄັດເລືອກ, ຝຶກ ແລະ ບັນຈຸເຂົ້າຕຳແໜ່ງງານຕົວຈິງ, ໂດຍການແບ່ງຄວາມຮັບຜິດຊອບຈະແຈ້ງ ລະຫວ່າງບັນດາຂະແໜງການໃນຄະນະດຸ່ນດ່ຽງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພະແນກ ຮສສ ແຂວງ, ນະຄອນຫຼວງ, ຈຸດບໍລິການຈັດຫາງານຂັ້ນເມືອງ, ແບ່ງຫົວໜ່ວຍແຮງງານ, ເຂດເສດຖະກິດພິເສດ, ໂຄງການລົງທຶນໃຫ້ບັນດາວິສາຫະກິດ ບໍລິການຈັດຫາງານ, ສະມາຄົມຈັດຫາງານ ລົງເລິກເຮັດວຽກຕົວຈິງ ແລະ ດໍາເນີນການ ບໍລິການຈັດຫາແຮງງານໂດຍກົງ, 3. ເຈົ້າໜ້າທີ່ກວດກາແຮງງານຂອງກະຊວງ, ພະແນກ ຮສສ ແຂວງ, ນະຄອນຫຼວງ, ຫ້ອງການແຮງງານ ແລະ ສະຫວັດດີການຂັ້ນເມືອງ ປຶກສາໂດຍກົງກັບຜູ້ປະກອບການ ເພື່ອປັບປຸງສະພາບແວດລ້ອມໃນການເຮັດວຽກ, ສ້າງແຮງຈູງໃຈທີ່ດີ, ປັບປຸງເງິນເດືອນ, ຄ່າແຮງງານ, ສະຫວັດດີການແຮງງານ, ເພື່ອໃຫ້ແຮງງານເຂົ້າສູ່ຕຳແໜ່ງງານຫຼາຍຂຶ້ນ, 4. ໂດຍເອກະພາບກັບອົງການຕາງໜ້າຜູ້ອອກແຮງງານ ແລະ ອົງການຕາງໜ້າຜູ້ໃຊ້ແຮງງານ ພວກເຮົາຈະສະເໜີລັດຖະບານເພື່ອປັບຂຶ້ນຄ່າແຮງງານຂັ້ນຕໍ່າຕາມຄວາມເໝາະສົມ, ຮັບການລົງທຶນທີ່ໝັ້ນຄົງ, ທັງຮັບປະກັນຊີວິດການເປັນຢູ່ຂອງຊາວຜູ້ ອອກແຮງງານ, 5. ບັນດາທ່ານສະມາຊິກສະພາແຫ່ງຊາດຈະໄດ້ເປັນກໍາລັງແຮງໜຶ່ງຊ່ວຍຊີ້ນໍາສາຍຕັ້ງ ຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມໃນຂອບເຂດທົ່ວປະເທດ, ພ້ອມ ທັງອົງການປົກຄອງແຕ່ລະຂັ້ນເພື່ອຄຸ້ມຄອງພົນລະເມືອງຂອງຕົນໃຫ້ເຄັ່ງຄັດຕື່ມ, ການໄປ-ມາ, ການໄປອອກແຮງງານທີ່ບໍ່ຖືກຕ້ອງຢູ່ຕ່າງປະເທດເພື່ອກ້າວເຂົ້າສູ່ການຄຸ້ມຄອງຮ່ວມກັນຢ່າງມີຄວາມກົມກຽວ.
ສໍາລັບການແກ້ໄຂໃນໄລຍະຍາວ 1. ສືບຕໍ່ສ້າງກໍາລັງແຮງງານແມ່ນຊັບພະຍາກອນມະນຸດ, ແມ່ນໝາກຜົນຂອງການສຶກສາ, ຕິດພັນກັບການດໍາລົງຊີວິດຂອງສັງຄົມ, ຊຸມຊົນ ແລະ ຄອບຄົວ. ສະນັ້ນ, ການສ້າງສະພາບແວດລ້ອມທີ່ປອດໄພ, ສ້າງສັງຄົມທີ່ປອດໄພຈາກບັນດາປະກົດການຫຍໍ້ທໍ້ຕ່າງໆ, ການສ້າງຄ່ານິຍົມທີ່ຖືກຕ້ອງ, ສົ່ງເສີມການຮັກການຄົ້ນຄວ້າຮໍ່າຮຽນ, ຮັກການອອກແຮງງານ, ຮັກວິຊາຊີບ, ມີແນວຄິດປະຢັດ, ຫັນປ່ຽນຈາກສັງຄົມບໍລິໂພກມາເປັນສັງຄົມຜະລິດ, ມີທັດສະນະຄະຕິແບບອຸດສາຫະກຳໃຫ້ເຍົາວະຊົນ, ຊາວໜຸ່ມເປັນບັນຫາສໍາຄັນ, 2. ປັບປຸງລະບົບການສຶກສາຕິດພັນກັບລະບົບສາມັນວິຊາຊີບແຕ່ຫົວທີ, ລະບົບການຝຶກ, ການພັດທະນາສີມືແຮງງານມີຄວາມກົມກຽວກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ມີສ່ວນຮ່ວມຢ່າງເປັນເຈົ້າການຂອງພາກທຸລະກິດ, ສັງຄົມ, ຊຸມຊົນ ແລະ ຄອບຄົວ, 3. ຂະແໜງ ຮສສ ຈະເປັນເຈົ້າການສົມທົບແໜ້ນກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ສ້າງຕື່ມນິຕິກຳ, ນະໂຍບາຍເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວດ້ານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ, ກຳນົດແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມໃຫ້ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ແຜນ 5 ປີ 2026-2030 ໂດຍພື້ນຖານໄດ້ສົ່ງໃຫ້ແຂວງ, ນະຄອນຫຼວງ ເພື່ອຄົ້ນຄວ້າເສື່ອມສານໃຫ້ເຂົ້າໃນແຜນພັດທະນາເສດຖະກິດ- ສັງຄົມຂັ້ນແຂວງຕົນ ເພື່ອໃຫ້ແຜນຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມກົມກຽວກັນ ແຕ່ຫົວທີ, 4. ປັບປຸງລະບົບການພັດທະນາສີມືແຮງງານໃຫ້ມີຄວາມຫຼາກຫຼາຍ, ປັບປຸງຫຼັກສູດການຮຽນ, ການຝຶກ, ມາດຕະຖານສີມືແຮງງານ, ການທົດສອບ, ການຢັ້ງຢືນລະດັບສີມືແຮງງານໂດຍການມີສ່ວນຮ່ວມຂອງພາກທຸລະກິດ, ຜູ້ປະກອບການ, 5. ປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານສູນພັດທະນາສີມືແຮງງານ, ບຳລຸງຄູຝຶກ, ຄູທົດສອບ, ປັບຫຼັກສູດທິດສະດີ 20%, ພາກປະຕິບັດຕົວຈິງ 80%, ເພື່ອສ້າງຄວາມຊໍານານງານໃຫ້ແຮງງານຫຼາຍຂຶ້ນ, 6. ຮ່ວມມືກັບພາກທຸລະກິດ, ເພື່ອດໍາເນີນການຝຶກກ່ອນເຂົ້າສູ່ຕຳແໜ່ງງານ, ອອກໃບຢັ້ງຢືນ, ຮັບປະກັນສັນຍາແຮງງານ ແລະ ແຮງງານໄດ້ຮັບການປົກປ້ອງຕາມກົດໝາຍ ວ່າດ້ວຍແຮງງານ ແລະ ກົດໝາຍປະກັນສັງຄົມ. ການປັບປຸງກົນໄກການປະສານງານໃນການນໍາໃຊ້ກອງທຶນປະກັນສັງຄົມ ແລະ ກອງທຶນປະກັນສຸຂະພາບ. ອີງຕາມກົດໝາຍປະກັນສັງຄົມ ສະບັບເລກທີ 54/ສພຊ, ອົງການປະກັນສັງຄົມແຫ່ງຊາດ ພາຍໃຕ້ການຄຸ້ມຄອງບໍລິຫານໂດຍສະພາບໍລິຫານ ຊຶ່ງມີຕົວແທນຈາກບັນດາກະຊວງຂະແໜງການ, ອົງການຕາງໜ້າຜູ້ອອກແຮງງານ, ອົງການຕາງໜ້າຜູ້ໃຊ້ແຮງງານ ແລະ ປະກອບມີຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຕົວຈິງ, ໂດຍມີການປະຊຸມປຶກສາຫາລືເອກະພາບບັນດາບັນຫາຕ່າງໆທຸກ 3 ເດືອນ ແລະ ກໍລະນີວິສາມັນຖ້າມີກໍລະນີຈໍາເປັນ, ສະນັ້ນທຸກການຕົກລົງບັນຫາສໍາຄັນ, ຍຸດທະສາດແມ່ນສະພາບໍລິຫານ ເພື່ອຮັບປະກັນຄວາມຍືນຍົງ ແລະ ເຕີບໃຫຍ່ຂະຫຍາຍຕົວ ທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ຕົ້ນຕໍແມ່ນກອງທຶນພາກວິສາຫະກິດ.
(ຂ່າວ: ຍຸພິນທອງ, ພາບ: ຕຸໄລເພັດ)