Wednesday, October 23, 2024
Homeຂ່າວຕ່າງປະເທດສ.ອາເມລິກາ ຊ່ວຍປາແລັດສະຕິນ ຢູ່ເຂດກາຊາ ຫລາຍກວ່າ 400 ລ້ານໂດລາ

ສ.ອາເມລິກາ ຊ່ວຍປາແລັດສະຕິນ ຢູ່ເຂດກາຊາ ຫລາຍກວ່າ 400 ລ້ານໂດລາ

ອ້າງຕາມແຫລ່ງຂ່າວວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ເມື່ອບໍ່ດົນມານີ້ ສ.ອາເມລິກາ ປະກາດວ່າຈະໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ຈຳນວນເງິນ 404 ລ້ານ ໂດລາສະຫະລັດ ໃຫ້ແກ່ຊາວປາແລັດສະຕິນ ຢູ່ໃນເຂດກາຊາ, ຝັ່ງຕາເວັນຕົກແມ່ນ້ຳຊອກດານີ ແລະ ພາກພື້ນ. ບ້ວງເງິນຊ່ວຍເຫຼືອໃໝ່ນີ້, ໄດ້ຍົກຈຳນວນເງິນຊ່ວຍເຫຼືອ ຂອງ ສ.ອາເມລິກາ ທີ່ ສະຫງວນໃຫ້ຊາວປາແລັດສະຕິນ ໃນໄລຍະ 8 ເດືອນຜ່ານມາ ຂຶ້ນເຖິງ 674 ລ້ານ ໂດລາສະຫະລັດ.

ບ້ວງເງິນຊ່ວຍເຫຼືອຫລ້າສຸດນີ້ຈະນຳໃຊ້ເຂົ້າໃນການສະໜອງທັນຍາພືດ, ນ້ຳປະປາ, ດ້ານການແພດ, ການສຶກສາ ແລະ ໜູນຊ່ວຍດ້ານວິທະຍາໃຫ້ແກ່ຊາວປາແລັດສະຕິນ ຢູ່ໃນເຂດກາຊາ, ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ພາກພື້ນ. ນອກນີ້ ສ.ອາເມລິກາ ຍັງຮຽກຮ້ອງໃຫ້ບັນດາຜູ້ອຸປະຖຳອື່ນໆ ໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ ໃຫ້ແກ່ເຂດກາຊາ ແລະ ພາກພື້ນ, ເພີ່ມທະວີການໜູນຊ່ວຍບັນດາຜູ້ຖືກຜົນສະທ້ອນຍ້ອນການປະທະກັນ. ໃນຂະນະດຽວກັນ, ທ່ານ ອັງໂຕນີ ບລິງເກນ ລັດຖະມົນຕີການຕ່າງປະເທດ ສ.ອາເມລິກາ ພວມໄປປະຕິບັດງານຢູ່ເຂດຕາເວັນອອກກາງເພື່ອຊອກຫາມາດຕະການ ແກ້ໄຂຢ່າງຍາວນານ ໃຫ້ແກ່ວິກິດການ ຢູ່ເຂດກາຊາອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments