Thursday, October 24, 2024
Homeຂ່າວຕ່າງປະເທດງານວາງສະແດງຈີນ-ອາຊີ ເອີຣົບ ຄັ້ງທີ 8 ຈະຈັດຂຶ້ນຢູ່ນະຄອນອູຣູມກີ

ງານວາງສະແດງຈີນ-ອາຊີ ເອີຣົບ ຄັ້ງທີ 8 ຈະຈັດຂຶ້ນຢູ່ນະຄອນອູຣູມກີ

ວິທະຍຸສາກົນແຫ່ງ ສປ ຈີນ, ງານວາງສະແດງຈີນ-ອາຊີ ເອີຣົບ ຄັ້ງທີ 8 ທີ່ມີຫົວຂໍ້ວ່າ “ໂອກາດໃໝ່ຂອງເສັ້ນທາງສາຍໄໝ ພະລັງຊີວິດໃໝ່ຂອງອາຊີ ເອີຣົບ” ຈະຈັດຂຶ້ນຢູ່ນະຄອນອູ ຣູມກີເຂດຊິ່ນຈ່ຽງຈີນ ໃນລະຫວ່າງ ວັນທີ 26 ຫາ 30ມິຖຸນານີ້.ຕາມການແນະນຳໃຫ້ຮູ້ວ່າ: ງານວາງສະແດງ ຄັ້ງນີ້ ຈະມີ 50 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ພ້ອມທັງ ວິສາຫະກິດ ແລະ ອົງການຈັດຕັ້ງ 1000 ກວ່າແຫ່ງ ພາຍໃນ ປະເທດຈີນ ເຂົ້າຮ່ວມ. ປະເທດ ກິຕິມະສັກ ແມ່ນກາຊັກສະຖານ, ກຽກກິດສະຖານ ແລະ ອຸດສະເບກິດສະຖານ, ແຂວງ ແລະ ນະຄອນກິຕິມະສັກ ແມ່ນນະຄອນຫລວງ ປັກກິ່ງ, ແຂວງຊ່ານຕົ່ງ ແລະ ແຂວງເສສວນຈີນ. ເນື້ອທີ່ ວາງສະແດງ ແມ່ນ 140.000 ຕາແມັດ, ແບ່ງເປັນເຂດ ວາງສະແດງ 4 ເຂດຄື: ເຂດວາງສະແດງ ການລົງທຶນ ແລະ ການຮ່ວມມື, ເຂດວາງສະແດງ ສາກົນ, ເຂດວາງສະແດງ ຂະແໜງການ ທີ່ມີເອກະລັກ ພິເສດ ແລະ ເຂດວາງສະແດງ ການຜະລິດ ອຸປະກອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments