Home ຂ່າວໜ້າໜຶ່ງ ກະຊວງ ອຄ ວາງ 14 ມາດຕະການ ຄຸ້ມຄອງລາຄາສິນຄ້າ

ກະຊວງ ອຄ ວາງ 14 ມາດຕະການ ຄຸ້ມຄອງລາຄາສິນຄ້າ

0

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຊີ້ແຈງ ຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ ນີ້ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ໂດຍທົ່ວໄປ ລາຄາສິນຄ້າມີການເໜັງຕີງ ອາດເກີດຂຶ້ນຈາກໜຶ່ງ ຫຼື ຫຼາຍປັດໄຈ ເຊັ່ນ: ຄວາມຕ້ອງການເພີ່ມຂຶ້ນ, ຄວາມສາມາດສະໜອງຫຼຸດລົງ, ອັດຕາເງິນເຟີ້, ການຄວບຄຸມຕະຫຼາດຂອງເຈົ້າຂອງສິນຄ້າ, ຄວາມຄາດຫວັງຈາກຄວາມສ່ຽງ, ອັດຕາແລກປ່ຽນ ແລະ ການອ່ອນຄ່າຂອງເງິນທ້ອງຖິ່ນ, ນະໂຍບາຍ ແລະ ມາດຕະການ ທີ່ກະທົບໃສ່ການຄ້າ, ການເງິນ, ການດໍາເນີນທຸລະກິດ ແລະ ອື່ນໆ. ສໍາລັບປະເທດເຮົາ, ສາເຫດຕົ້ນຕໍ ມາຈາກສະຖຽນລະພາບທາງດ້ານເສດຖະກິດ-ການເງິນບໍ່ໝັ້ນທ່ຽງ, ອັດຕາເງິນເຟີ້ສູງ, ການເໜັງຕີງຂອງອັດຕາແລກປ່ຽນ ແລະ ເງິນກີບອ່ອນຄ່າ, ການຜະລິດບໍ່ເຂັ້ມແຂງ ແລະ ການສະໜອງພາຍໃນ ບໍ່ພຽງພໍ, ການດຸ່ນດ່ຽງ-ດັດສົມສິນຄ້າ ຍັງບໍ່ທັນມີປະສິດທິຜົນ, ຄວາມສ່ຽງທາງດ້ານການຄ້າຍັງສູງ, ການຕິດຕາມກວດກາ ແລະ ປະຕິບັດມາດຕະການ ຍັງບໍ່ທັນທົ່ວເຖິງ, ເຂັ້ມງວດ ແລະ ເດັດຂາດ.

ການປະຕິບັດມາດຕະການຄຸ້ມຄອງ ແລະ ຄວບຄຸມລາຄາໃນໄລຍະຜ່ານມາ, ເຖິງວ່າໄດ້ເຮັດຫຼາຍ ແຕ່ກໍຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ, ສະແດງອອກ ຍັງບໍ່ສາມາດຄວບຄຸມລາຄາສິນຄ້າໄດ້ດີ. ບັນຫາ ແລະ ສິ່ງທ້າທາຍ ຕົ້ນຕໍແມ່ນຄວາມເຂົ້າໃຈກ່ຽວກັບບັນຫາລາຄາສິນຄ້າ (ກົນໄກຕະຫຼາດ, ສາເຫດຂອງລາຄາຂຶ້ນ-ລົງ); ນິຕິກໍາ ຍັງບໍ່ທັນເປັນລະບົບ, ບໍ່ທັນຮັດກຸມ ແລະ ບາງອັນກໍຍັງບໍ່ແທດກັບຕົວຈິງ; ງົບປະມານຂອງລັດ ມີຈໍາກັດ; ລັດວິສາຫະກິດບໍ່ເຂັ້ມແຂງ; ການປະສານງານ ລະຫວ່າງ ຂະແໜງການ ແລະ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນຄ່ອງຕົວ ແລະ ມີປະສິດທິພາບ; ການໂຄສະນາປະຊາສໍາພັນ, ໃຫ້ຄວາມຮູ້, ຄວາມເຂົ້າໃຈ ແລະ ຂໍ້ມູນທີ່ຖືກຕ້ອງ ແກ່ສັງຄົມ ຍັງເຮັດບໍ່ທັນໄດ້ຫຼາຍ; ພະນັກງານເຮັດວຽກດ້ານນີ້ ຍັງຈໍາກັດ ທັງທາງດ້ານຈໍານວນ ແລະ ຄວາມຮູ້-ຄວາມສາມາດ. ເພື່ອຄຸ້ມຄອງລາຄາໃຫ້ໄດ້ດີຂຶ້ນ, ກະຊວງ ອຄ ໄດ້ວາງ 14 ທິດທາງ ແລະ ມາດຕະການຄຸ້ມຄອງລາຄາໃນຕໍ່ໜ້າຄື:

1). ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເລັ່ງແກ້ໄຂບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ໃຫ້ມີປະສິດທິຜົນໄວຂຶ້ນຕື່ມ ເພື່ອຫຼຸດຜ່ອນຜົນກະທົບຂອງອັດຕາເງິນເຟີ້ ແລະ ອັດຕາ ແລກປ່ຽນ ຕໍ່ລາຄາສິນຄ້າ.

2). ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເລັ່ງຄົ້ນຄວ້າ ແລະ ແກ້ໄຂຕົ້ນທຶນການຜະລິດສິນຄ້າ ທີ່ຈໍາເປັນໃຫ້ມີມູນຄ່າຕໍ່າລົງ, ໂດຍສະເພາະສິນຄ້າກະສິກໍາ ເຊັ່ນ: ເຂົ້າ, ຊີ້ນ, ປາ, ເປັດ, ໄກ່, ພືດ, ຜັກ, ໝາກໄມ້ ແລະ ອື່ນໆ ທີ່ສາມາດຜະລິດໄດ້ພາຍໃນ. ຄວນເບິ່ງປັດໄຈທີ່ເຮັດໃຫ້ສິນຄ້າເຫຼົ່ານີ້ແພງ ເຊັ່ນ: ຫົວອາຫານ, ຝຸ່ນ, ແນວພັນ, ເຕັກໂນໂລຊີ ແລະ ການເພີ່ມຜະລິດຕະພາບ.

3). ສົ່ງເສີມການຮ່ວມມື ລະຫວ່າງ ສະຖາບັນຄົ້ນຄວ້າ ເພື່ອເຮັດການວິໄຈ ຢ່າງມີວິທະຍາສາດ ແລະ ມີຈຸດສຸມ, ຕິດພັນກັບການແກ້ໄຂບັນຫາເສດຖະກິດທີ່ຊໍາເຮື້ອ, ມີຄວາມສະລັບສັບຊ້ອນ ແລະ ພົວພັນກັບຫຼາຍຂະແໜງການ ເປັນຕົ້ນ: ຂະແໜງເສດຖະກິດປາຍແຫຼມ ທີ່ພົວພັນກັບ ທ່າແຮງ ແລະ ການຜະລິດພາຍໃນ ທີ່ພວກເຮົາສາມາດແຂ່ງຂັນໄດ້, ຫຼຸດຜ່ອນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກ.

4). ປັບປຸງແບບແຜນວິທີເຮັດວຽກ ແລະ ເພີ່ມປະສິດທິພາບພາຍໃນການເຮັດວຽກຂອງຄະນະຕ່າງໆ ທີ່ລັດຖະບານໄດ້ແຕ່ງຕັ້ງ ເປັນຕົ້ນ: ຄະນະຄຸ້ມຄອງລາຄາສິນຄ້າ; ຄະນະຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ; ຄະນະສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ; ຄະນະສະກັດກັ້ນ ແລະ ແກ້ໄຂການຄ້າສິນຄ້ານອກລະບົບ; ຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຂົນສົ່ງ.

5) ປະສານກັບຂະແໜງການກ່ຽວຂ້ອງ (ໂດຍສະເພາະ ຂະແໜງກະສິກໍາ ແລະ ປ່າໄມ້) ປັບປຸງ ແລະ ຍົກລະດັບຄວາມຊັດເຈນ ແລະ ທັນກັບສະພາບການຂອງຂໍ້ມູນ ແລະ ສະຖິຕິສິນຄ້າ ທີ່ຜະລິດໄດ້ພາຍໃນ, ສິນຄ້ານໍາເຂົ້າ, ສິນຄ້າສົ່ງອອກ, ລາຄາ ແລະ ຄຸນນະພາບສິນຄ້າ ເພື່ອເປັນພື້ນຖານໃຫ້ແກ່ການວາງແຜນ, ວາງມາດຕະການ ເພື່ອສົ່ງເສີມ, ຈໍາກັດ ແລະ ປົກປ້ອງການຜະລິດພາຍໃນ ແລະ ເພື່ອເປັນຂໍ້ມູນໃຫ້ແກ່ຜູ້ຊື້-ຜູ້ຂາຍ ໃນຕະຫຼາດ.

6). ປະສານກັບຂະແໜງການກ່ຽວຂ້ອງ ໂດຍສະເພາະຂະແໜງການທີ່ປະຈໍາຢູ່ດ່ານສາກົນ ເພື່ອຄຸ້ມຄອງການນໍາເຂົ້າສິນຄ້າ ໃຫ້ສອດຄ່ອງກັບລະບຽບການ ແລະ ມາດຕະການ ໂດຍສະເພາະ ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ (SPS) ແລະ ມາດຕະການເຕັກນິກ ຕໍ່ການຄ້າ (TBT ) ໂດຍສະເພາະການນໍາເຂົ້າສິນຄ້າ ທີ່ຕ້ອງຜ່ານການກວດກາ ສໍາລັບການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.

7). ຄົ້ນຄວ້າ ແລະ ປັບປຸງ ນະໂຍບາຍທີ່ກ່ຽວຂ້ອງ ເປັນຕົ້ນ ນະໂຍບາຍການເງິນ, ເງິນຕາ, ໄຟຟ້າ , ແຮງງານ, ພະລັງງານ, ການຂົນສົ່ງ… ແລະ ບັນດາລະບຽບການ ແລະ ປັບປຸງກົນໄກໃນການປະສານງານ ແລະ ອໍານວຍຄວາມສະດວກ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍຊຸກຍູ້ ແລະ ສົ່ງເສີມການລົງທຶນ ເຂົ້າສູ່ພາກການຜະລິດ ໃຫ້ຫຼາຍຂຶ້ນ, ໃຫ້ແຂງແຮງຂຶ້ນ ແລະ ໃຫ້ມີປະສິດທິພາບຫຼາຍຂຶ້ນ ກວ່າທີ່ເປັນຢູ່ໃນປັດຈຸບັນ.

ຄົ້ນຄວ້າ ແລະ ປະເມີນປະສິດທິຜົນຂອງການຈັດຕັ້ງປະຕິບັດ ນະໂຍບາຍຖົມຂຸມໃນໄລຍະຜ່ານມາ ເຊັ່ນ: ນະໂຍບາຍຫຼຸດອາກອນນໍ້າມັນເຊື້ອໄຟ, ທຶນເພື່ອຫຼຸດຜ່ອນອັດຕາດອກເບ້ຍ ພ້ອມທັງຄົ້ນຄວ້າກໍານົດເປົ້າໝາຍ ແລະ ວິທີການທີ່ຈະຊ່ວຍເຫຼືອຜູ້ບໍລິໂພກ ຫຼື ຊົມໃຊ້ໃນສັງຄົມ ທີ່ຖືກຜົນກະທົບຈາກການເໜັງຕີງຂອງສິນຄ້າ.

9). ຄົ້ນຄວ້າ ແລະ ປັບປຸງ ນະໂຍບາຍທີ່ກ່ຽວຂ້ອງ ເປັນຕົ້ນສົ່ງເສີມການພັດທະນາອຸດສາຫະກໍາປຸງແຕ່ງ, ການສົ່ງເສີມການລົງທຶນໃນນິຄົມອຸດສາຫະກໍາ, ການແກ້ໄຂສິ່ງກີດຂວາງ-ອຸດຕັນ ແລະ ເພີ່ມຕົ້ນທຶນ ໃຫ້ແກ່ການຄ້າ, ການລົງທຶນ ແລະ ການດໍາເນີນທຸລະກິດ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ, ຊຸກຍູ້ ແລະ ສົ່ງເສີມການລົງທຶນເຂົ້າສູ່ພາກການຜະລິດ ໃຫ້ຫຼາຍຂຶ້ນ, ໃຫ້ແຂງແຮງຂຶ້ນ ແລະ ໃຫ້ມີປະສິດທິພາບຫຼາຍຂຶ້ນ.

10). ປະສານກັບຂະແໜງການກ່ຽວຂ້ອງ (ສະຖາບັນຄົ້ນຄວ້າ ແລະ ກະຊວງການເງິນ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ) ຄົ້ນຄວ້າ ແລະ ປະເມີນປະສິດທິຜົນຂອງການຈັດຕັ້ງປະຕິບັດ ນະໂຍບາຍຖົມຂຸມຜ່ານມາ ເຊັ່ນ: ນະໂຍບາຍຫຼຸດອາກອນນໍ້າມັນເຊື້ອໄຟ, ພ້ອມທັງຄົ້ນຄວ້າກໍານົດເປົ້າ ໝາຍ ແລະ ວິທີການທີ່ຈະຊ່ວຍເຫຼືອ ກຸ່ມປະຊາຊົນ-ພົນລະເມືອງ ທີ່ມີລາຍຮັບຕໍ່າ ແລະ ໄດ້ຮັບຜົນກະທົບ ຈາກການເໜັງຕີງຂອງລາຄາສິນຄ້າ ແລະ ຄ່າຄອງຊີບ ທີ່ສູງຂຶ້ນ.

11). ສືບຕໍ່ຕິດຕາມການເໜັງຕີງຂອງລາຄາສິນຄ້າ ແລະ ກວດກາການປະຕິບັດມາດຕະການຄວບຄຸມຂອງລາຄາສິນຄ້າ ເປັນຕົ້ນ ການສວຍໂອກາດຂຶ້ນລາຄາ, ການຕິດລາຄາສິນຄ້າ, ການກັກຕຸນ, ການລະເມີດລິຂະສິດ, ການປອມແປງ, ສິນຄ້າໝົດອາຍຸ ແລະ ອື່ນໆ, ພ້ອມທັງຮ່ວມມືກັບຜູ້ປະກອບການ ຄຸ້ມຄອງຕະຫຼາດ ເພື່ອປະສານ ແລະ ແຈ້ງລາຄາສິນຄ້າຄວບຄຸມ ໃຫ້ສັງຄົມຮັບຮູ້.

12). ຮ່ວມມືກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພາກສ່ວນ ກ່ຽວຂ້ອງ ປຸກລະດົມທົ່ວສັງຄົມຫຼຸດຜ່ອນ ຫຼື ປະຢັດ ການຊົມໃຊ້ສິນຄ້ານໍາເຂົ້າ ໃຫ້ຫຼາຍຂຶ້ນ ເພື່ອຈໍາກັດການໄຫຼອອກຂອງເງິນຕາຕ່າງປະເທດ ແລະ ຫັນມາຊົມໃຊ້ສິນຄ້າທີ່ຜະລິດໄດ້ພາຍໃນ ໃຫ້ແຂງແຮງຂຶ້ນກວ່າເກົ່າ ໂດຍການເລີ່ມຕົ້ນ ແລະ ເປັນແບບຢ່າງຂອງພາກລັດ, ພະນັກງານລັດ ແລະ ຂະຫຍາຍໄປທົ່ວສັງຄົມ.

13). ຄົ້ນຄວ້າ ຜັນຂະຫຍາຍມະຕິ ແລະ ທິດນໍາຂອງພັກ, ໂດຍສະເພາະ ມິຕິ 04/ກມສພ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ໃຫ້ເປັນແຜນປະຕິບັດລະອຽດ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

14). ເພີ່ມທະວີວຽກງານໂຄສະນາ, ປະຊາສໍາພັນ, ສະໜອງຂໍ້ມູນຂ່າວສານ ແລະ ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບບັນຫາລາຄາ ເພື່ອໃຫ້ສັງຄົມໄດ້ຮັບຂໍ້ມູນຂ່າວສານ ທີ່ຖືກຕ້ອງ, ຊັດເຈນ ແລະ ທັນການ.

(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດ ພິມເມືອງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version