Thursday, October 24, 2024
Homeຂ່າວໜ້າໜຶ່ງປະທານປະເທດ ແຫ່ງ ສປປ ລາວ ເດີນທາງເຖິງນະຄອນຫຼວງອູລານບາຕໍ

ປະທານປະເທດ ແຫ່ງ ສປປ ລາວ ເດີນທາງເຖິງນະຄອນຫຼວງອູລານບາຕໍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ຄູເຣລສຸກຄ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ, ໃນຕອນບ່າຍຂອງວັນທີ 11 ມິຖຸນາ ນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫຼວງອູລານບາຕໍ ປະເທດມົງໂກລີ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ ມົງໂກລີ ໃນລະຫວ່າງວັນທີ 11-12 ມິຖຸນາ 2024 ຊຶ່ງຖືກຕ້ອນຮັບໂດຍ ທ່ານ ຢາ.

ຊັອດບາຢາຣ ຫົວໜ້າຫ້ອງວ່າການສໍານັກງານປະທານາທິບໍດີ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະ ຕ້ອນຮັບຈາກຝ່າຍມົງໂກລີ ແລະ ຝ່າຍລາວ ທີ່ ສະໜາມບິນສາກົນ ຈິງກິສຄານ. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ໃນໂອກາດຢ້ຽມຢາມລັດຖະກິດໃນຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຈະດໍາເນີນການພົບປະສອງຝ່າຍກັບ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ; ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ; ຢ້ຽມຊົມພິພິທະພັນ ຈິງກິສຄານ; ຢ້ຽມຢາມເຮືອນພື້ນເມືອງ ແລະ ຊົມການສາທິດບຸນມະໂຫລານ ນາດໍາ (The Mini Naadam Festival) ແລະ ໃຫ້ກຽດປູກຕົ້ນໄມ້ ເພື່ອເປັນອານຸສອນ ຢູ່ ສວນສາທາລະນະ ວັດທະນະທໍາ ມົງໂກລີ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments