Thursday, October 24, 2024
Homeຂ່າວໜ້າໜຶ່ງສພຊ ສະເໜີລັດຖະບານ ແກ້ໄຂບັນຫາກ່ຽວກັບການລົງທຶນແຮ່ທາດ

ສພຊ ສະເໜີລັດຖະບານ ແກ້ໄຂບັນຫາກ່ຽວກັບການລົງທຶນແຮ່ທາດ

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນາ 2024 ນີ້, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມະການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກໍຄືກະຊວງພະລັງງານ ແລະ ບໍ່ແຮ່ກ່ຽວກັບການຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ໂດຍເນັ້ນໃສ່ບາງບັນຫາທີ່ສຳຄັນດັ່ງນີ້:

ຄະນະປະຈໍາ ສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ຊີ້ນໍາກະຊວງພະລັງງານ ແລະ ບໍ່ແຮ່ ສືບຕໍ່ຜັນຂະຫຍາຍ ວິໄສທັດ ແລະ ຍຸດທະສາດການພັດທະນາແຮ່ທາດ ເຂົ້າໃນການປະຕິບັດໃນວຽກງານຕົວຈິງ ຂອງຂະແໜງການຕົນໃຫ້ສໍາເລັດ, ແກ້ໄຂບັນດາໂຄງການລົງທຶນກ່ຽວກັບແຮ່ທາດ ທີ່ບໍ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ໃຫ້ລັດຖະບານ ຊີ້ນໍາພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ກວດກາ, ປະເມີນຄືນບັນດາໂຄງການຂຸດຄົ້ນ ແຮ່ທາດ ໃນຮູບແບບປົກກະຕິ ແລະ ຮູບແບບທົດລອງ ໂດຍມີການຄັດຈ້ອນ ແລະ ໃຫ້ຢຸດຕິໂຄງການທີ່ບໍ່ມີ ປະສິດທິພາບ, ບໍ່ມີປະສິດທິຜົນ, ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ທີ່ຮ້າຍແຮງ ຫລື ປະຕິບັດບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ເປັນຕົ້ນ ບັນດາໂຄງການທີ່ໄດ້ມີການກວດກາ ແລະ ປະ ເມີນຜົນຢູ່ໃນເກນທີ່ບໍ່ໄດ້ມາດຕະຖານ ໃຫ້ດໍາເນີນມາດຕະການຕາມກົດໝາຍຢ່າງເຂັ້ມງວດ. ສໍາລັບໂຄງການ ຂຸດຄົ້ນແຮ່ທາດໃນຮູບແບບທົດລອງ ທີ່ມີປະສິດທິພາບດີ ກໍໃຫ້ສືບຕໍ່ດໍາເນີນການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ແຕ່ໃຫ້ຫັນເຂົ້າສູ່ຮູບແບບປົກກະຕິ ແລະ ປະຕິບັດຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ ແລະ ເປັນໂຄງການທີ່ກຳນົດຢູ່ໃນຍຸດທະສາດການພັດທະນາແຮ່ທາດ; ສະເໜີໃຫ້ລັດຖະບານ ຊີ້ນໍາພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າຄືນກ່ຽວກັບ ການໄລ່ລຽງຜົນປະໂຫຍດທີ່ລັດຖະບານຈະໄດ້ຮັບ ຈາກໂຄງການພັດທະນາແຮ່ທາດ ເພື່ອຮັບປະກັນໃຫ້ປະເທດຊາດໄດ້ຜົນປະໂຫຍດສູງສຸດ; ເອົາໃຈໃສ່ ຄົ້ນຄວ້າພິຈາລະນາ ແຜນການສ້າງຕັ້ງໂຮງງານຜະລິດ ແລະ ປຸງແຕ່ງແຮ່ທາດ ຢ່າງມີຈຸດສຸມໃຫ້ສໍາເລັດໂດຍໄວ ຕາມຍຸດທະສາດການພັດທະນາແຮ່ທາດ ໃນການຜະລິດ ແລະ ປຸງແຕ່ງແຮ່ທາດ ເປັນຜະລິດຕະພັນແຮ່ທາດສົ່ງອອກ; ເອົາໃຈໃສ່ຄົ້ນຄວ້າພິຈາລະນາ ຈັດສັນງົບປະມານ 500 ຕື້ ເພື່ອນໍາໃຊ້ເຂົ້າໃນການສໍາຫລວດສ້າງແຜນທີ່ ທໍລະນີສາດ-ແຮ່ທາດ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງວິໄສທັດ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ 2030.

ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ລັດວິສາ ຫະກິດແຮ່ທາດລາວ ໃຫ້ມີຄວາມສາມາດທາງດ້ານວິຊາການ ແລະ ທຶນຮອນ; ຊີ້ນໍາພາກສ່ວນທີ່ກ່ຽວ ຂ້ອງ ຕິດຕາມກວດກາ, ປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ພ້ອມທັງສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໃນຂົງເຂດວຽກງານແຮ່ທາດ ເພື່ອໃຫ້ສອດຄ່ອງກັບສະພາບການຂະ ຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນແຕ່ລະໄລຍະ; ສະເໜີໃຫ້ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າພິຈາລະນາການແບ່ງຄວາມຮັບຜິດຊອບ ວຽກງານແຮ່ທາດ ໃຫ້ອົງການປົກຄອງທ້ອງ ຖິ່ນ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາ, ພ້ອມທັງປັບປຸງກົນໄກການປະສານສົມທົບຂອງຂະແໜງການທີ່ກ່ຽວຂ້ອງດ້ວຍກັນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວກັນ ໃນການສະໜອງຂໍ້ມູນດ້ານຕ່າງໆ ເພື່ອເຮັດໃຫ້ການຄົ້ນຄວ້າພິຈາລະນາອະນຸຍາດ ໂຄງການຂຸດຄົ້ນແຮ່ທາດ ປະຕິບັດໃຫ້ຖືກຕ້ອງ, ມີຄຸນນະພາບ ແລະ ຮັບປະກັນໄດ້ຜົນປະໂຫຍດຂອງຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments