Home ຂ່າວໜ້າໜຶ່ງ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ 8 ບັນຫາ ເພື່ອຮັບປະກັນການປະຕິບັດວຽກພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ

ສະເໜີໃຫ້ລັດຖະບານ ເອົາໃຈໃສ່ 8 ບັນຫາ ເພື່ອຮັບປະກັນການປະຕິບັດວຽກພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ

0

ໃນໂອກາດດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 12 ມິຖຸນາ 2024, ທ່ານ ຄໍາຈັນ ໂສຕາປະເສີດ ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ ໄດ້ຕາງໜ້າຄະນະຈຳສະພາແຫ່ງຊາດ ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022 ທ່ານໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ 8 ບັນຫາສຳຄັນ ຄື:

1. ກວດກາ ແລະ ປັບປຸງຄືນການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກົງຈັກເສນາທິການຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນລະບົບຄົບຊຸດຕາມບົດແນະນໍາຂອງຫ້ອງວ່າການສູນກາງພັກ ເລກທີ 02/ຫສພ, ລົງວັນທີ 21/02/2023 ແລະ ແຈ້ງການຂອງຫ້ອງວ່າການສູນກາງພັກ ເລກທີ 106/ຫສພ, ລົງວັນທີ 09/03/2023 ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນການເຄື່ອນໄຫວວຽກງານ ຄວບຄູ່ກັບການປັບປຸງກົນໄກການປະສານງານ ເພື່ອເອກະພາບດ້ານຄາດໝາຍຕາມມະຕິຂອງສະພາແຫ່ງຊາດ ແລະ ມະຕິຂອງສະພາປະຊາຊົນແຂວງ, ການຈັດສັນງົບປະມານ, ວິທີການຈັດຕັ້ງປະຕິບັດ ໃຫ້ໄປລວງດຽວກັນ ລວມສູນຢ່າງມີຈຸດສຸມແທ້ ແລະ ການນໍາພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ໄປພ້ອມໆກັນ.

2. ຈັດສັນງົບປະມານສະເພາະ ໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ແຕ່ລະແຂວງ ແລະ ນະຄອນຫລວງ ຫລື ຈັດສັນງົບປະມານສ່ວນໜຶ່ງ ເພື່ອຮອງຮັບບາງມາດຖານຂອງຂະແໜງການ ທີ່ຄາດຄະເນຈະບໍ່ສາມາດບັນລຸຕາມແຜນການ ເປັນຕົ້ນ ແມ່ນຂົວທາງ, ຄູ-ແພດອາສາສະໝັກ ແລະ ວິຊາການນໍາພາການຜະລິດ, ທັງຊຸກຍູ້ໃຫ້ແຂວງທີ່ມີລາຍຮັບເກີນແຜນ, ຈັດສັນງົບປະມານໃສ່ 45 ຈຸດສຸມ ຕາມຂໍ້ຕົກລົງຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 72/ນຍ, ລົງວັນທີ 11/08/2022 ວ່າດ້ວຍການຮັບຮອງເອົາຈຸດສຸມພັດທະນາ ທີ່ເປັນບຸລິມະສິດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໄລຍະປີ 2021- 2025 ທີ່ຕັ້ງຢູ່ແຂວງຂອງຕົນເປັນບູລິມະສິດ; 3. ຈັດສັນງົບປະມານເພື່ອສ້າງໃໝ່ ຫລື ປັບປຸງ ສູນສົ່ງເສີມເຕັກນິກການ ກະສິກຳທີ່ມີແລ້ວ ຕາມການສະເໜີຂອງອໍານາດການປົກຄອງຂັ້ນຮາກຖານ ກໍຄື ປະຊາຊົນບັນດາເຜົ່າ ທີ່ມີຄວາມປະສົງຢາກທໍາການຜະລິດ ແຕ່ຂາດວິຊາການລົງຊີ້ນໍາ-ນໍາພາ ທໍາການຜະລິດ ເພື່ອບໍລິໂພກ ແລະ ກາຍເປັນສິນຄ້າ.

4. ກວດການຜົນການນໍາໃຊ້ທຶນກູ້ຢືມ, ທຶນຊ່ວຍເຫລືອລ້າ ແລະ ທຶນອື່ນໆ ທີ່ຈັດສັນເຂົ້າໃນວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງສະຫລຸບໄດ້ໃນຂະແໜງກ່ຽວຂ້ອງ ແຕ່ບໍ່ລວມສູນ.

5. ປັບປຸງເງື່ອນໄຂຂອງທະນາຄານນະໂຍບາຍ ເພື່ອໃຫ້ປະຊາຊົນຢູ່ບ້ານ, ກຸ່ມບ້ານເປົ້າໝາຍ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສາມາດເຂົ້າເຖິງສິນເຊື່ອ ໄດ້ສະດວກ, ວ່ອງໄວ ກວ່າເກົ່າ.

6. ແຍກການລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ອອກຈາກບົດລາຍງານຜົນຂອງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ ໃນກອງປະຊຸມສະໄໝສາມັນປະຈຳປີຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຈົນກວ່າ ປະເທດຊາດຈະຫລຸດພົ້ນອອກຈາກສະຖານະດ້ວຍພັດທະນາ.

7. ສ້າງແຜນແມ່ບົດ ແລະ ຍຸດທະສາດກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບຄົບຊຸດ ເພື່ອເປັນບ່ອນອີງ ແລະ ສະດວກໃນການຈັດຕັ້ງປະຕິບັດແຕ່ລະໄລຍະ

8. ສ້າງກົນໄກການປະສານງານໃຫ້ສະພາແຫ່ງຊາດ ກໍຄື ສະພາປະຊາຊົນແຂວງ ໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຕົນ ໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິກອງປະຊຸມສະພາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version