Saturday, July 27, 2024
Homeຂ່າວກິລາກຽມຈັດການແຂ່ງຂັນເທຄວັນໂດ ຊີງຂັນເຈົ້າຄອງນະຄອນຫຼວງ ຄັ້ງທີ VI

ກຽມຈັດການແຂ່ງຂັນເທຄວັນໂດ ຊີງຂັນເຈົ້າຄອງນະຄອນຫຼວງ ຄັ້ງທີ VI

ນັກກິລາຫລາຍກວ່າ 300 ຄົນ ຈາກ 22 ສະໂມສອນ ກຽມເຂົ້າຮ່ວມການແຂ່ງຂັນເທຄວັນໂດ ຊີງຂັນເຈົ້າຄອງນະຄອນຫຼວງ ຄັ້ງທີ VI ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 15-16 ມິຖຸນາ 2024 ທີ່ສູນບູໂດເຊັນເຕີ ລາວ-ຍີ່ປຸ່ນ, ນະຄອນຫລວງວຽງຈັນ.

ທ່ານ ປະສາດໄຊ ພິລາພັນເດຊ ປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ຮ່ວມກັບຄະນະຖະແຫລງຂ່າວຕໍ່ສື່ມວນຊົນໃນຕອນບ່າຍວັນທີ 6 ມິຖຸນານີ້ ທີ່ສະໂມສອນໃຫຍ່ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ນະຄອນຫລວງວຽງຈັນ ເຊິ່ງການແຂ່ງຂັນຄັ້ງນີ້ຈັດຂຶ້ນເພື່ອສ້າງຂະບວນ ແລະ ໃຫ້ມີເວທີແຂ່ງຂັນເທຄວັນໂດ, ທັງເປັນການປະຕິບັດຕາມແຜນຍຸດທະຍາສາດ ພັດທະນາວົງການເທຄວັນໂດຂອງລາວ ທັງທາງດ້ານບຸກຄະລາກອນ, ກໍາມະການຕັດສິນ, ຄະນະກໍາມະການຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາຂອງລາວໃຫ້ມີປະສົບການລະດັບປະເທດ ກໍຄືໃນລະດັບຂົງເຂດສາກົນ.

ພ້ອມນີ້ ຍັງແນ່ໃສ່ພັດທະນານັກກິລາ ເທຄວັນໂດ ເຍົາວະຊົນຮຸ່ນສືບທອດ ໃນລະດັບສະໂມສອນພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ສາມາດສ້າງນັກກິລາດີເດັ່ນ ເພື່ອທັດແທນນັກກິລາທີມຊາດລາວ ໃນປັດຈຸບຸັນຢ່າງເປັນລະບົບ, ລວມເຖິງ ເປັນການກະກຽມຄັດເລືອກນັກກິລາດີເດັ່ນເຂົ້າຮ່ວມການແຂ່ງຂັນ ເອຊຽນ ອິນດໍເກມ ໃນກາງເດືອນພະຈິກ 2024.

ເທຄວັນໂດ ຊີງຂັນເຈົ້າຄອງນະຄອນຫຼວງ ຄັ້ງທີ VI ຈະມີນັກກິລານັບຕັ້ງແຕ່ຮຸ່ນອາຍຸອະນຸຊົນ-ຊາວໜຸ່ມ ແຂ່ງຂັນ 3 ປະເພດ ຄື: ປະເພດເຕະອຸປະກອນ, ປະເພດຕໍ່ສູ້ ຮຸ່ນອາຍຸ 6 ໄປຈົນເຖິງຮຸ່ນທົ່ວໄປ ແລະ ປະເພດຟ້ອນ ປຸ່ມເຊ້ ໂດຍຈະມີການຊິງໄຊທັງ ໝົດ 153 ຫຼຽນຄຳ, 153 ຫຼຽນເງິນ ແລະ 306 ຫຼຽນທອງ, ໃນນັ້ນ ປະເພດຕໍ່ສູ້ ມີ 66 ລາຍການ ແລະ ປະເພດປຸ້ມເຊ້ 57 ລາຍການ.

ການແຂ່ງຂັນຄັ້ງນີ້ ຈະນຳໃຊ້ງົບປະມານຈັດແຂ່ງຂັນ 250 ລ້ານກີບ, ໃນນັ້ນ ໃຫ້ການສະໜັບສະໜູນ ລວມມີ: ບໍລິສັດ ໂອໂຕລາວ ຈຳກັດ, ບໍລິສັດ ເບຍລາວ ຈຳກັດ, ບໍລິສັດ ອີຊີຟິດ, ບໍລິສັດ ຊໍາຊຸງ, ບໍລິສັດ ເບດເທເລຄອມ, ບໍລິສັດ ເຊເມີ-ບີ ແລະ ບໍລິສັດ ເອັກສເຜີ້ງ.

ທີ່ມາ: ສົງການ ແພງພັນດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments