Saturday, July 27, 2024
Homeຂ່າວພາຍໃນສູນວັດທະນະທໍາຈີນ ຈັດກິດຈະກໍາບຸນ ຕ່ວນຫວູ

ສູນວັດທະນະທໍາຈີນ ຈັດກິດຈະກໍາບຸນ ຕ່ວນຫວູ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ສູນແລກປ່ຽນວັດທະນະທໍາຈີນ ກັບຕ່າງປະເທດ ໄດ້ຈັດກິດຈະກໍາບຸນຕ່ວນຫວູ ພາຍໃຕ້ຫົວຂໍ້ ສະບາຍດີປະເທດຈີນ ແລະ ເປີດງານນິທັດສະການສໍາຜັດ ແຫຼ່ງທ່ອງທ່ຽວທີ່ສວຍງາມຂອງປະເທດຈີນ ດ້ວຍເຕັກໂນໂລຊີ VR ຮັບຈັດໂດຍ ບໍລິສັດ Intercontinental Advanced Visual Media Co.,Ltd. ຈໍາກັດ; ຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ສູນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)​, ມີອົງການ​ທ່ອງ​ທ່ຽວ​ວັດທະນະທໍາ ​ລະດັບ​ປະເທດທີ່ກ່ຽວຂ້ອງ, ວິສາຫະກິດຈີນ, ຊາວຈີນຕ່າງດ້າວ ແລະ ຊາວຈີນພົ້ນທະເລຢູ່ ນະຄອນຫຼວງວຽງຈັນ ພ້ອມດ້ວຍ​ແຂກຖືກເຊີນສອງຝ່າຍເຂົ້າຮ່ວມ.

ທ່ານນາງ ຫຼີ ຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ກ່າວວ່າ: ບຸນ​ຕ່ວນຫວູ​ ແມ່ນ​ບຸນ​ປະ​ເພນີ​ດັ່ງເດີມສືບທອດກັນມາຂອງ​ຈີນ, ແມ່ນ​​ບຸນ​ປະ​ເພນີທຳ​ອິດ​ ທີ່​ໄດ້​ຮັບ​ເລືອກ​ເປັນ​ມໍ ຣະດົກ​ວັດທະນະທໍານາມມະທໍາ​ຂອງ​ໂລກ ​ໂດຍຈະ​ຈັດ​ຂຶ້ນ​ໃນວັນທີ 5 ເດືອນ 5 ຕາມປະຕິທິນຈັນທະຄະຕິຂອງ​ທຸກໆ​ປີ ຊຶ່ງໃນປີນີ້ແມ່ນກົງກັບວັນທີ 10 ມິຖຸນາ ຕາມປະຕິທິນສາກົນ. ໃນໄລຍະ 3 ປີ​ມາ​ນີ້, ສູນ​ວັດ​ທະ​ນະ​ທໍາ​ຈີນປະຈໍາ ລາວ​ໄດ້​ຈັດ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ຕ່າງໆ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ຕ່ວນຫວູ​​ທຸກໆ​ປີ, “ສະບາຍດີ! ປະເທດຈີນ” ແມ່ນ ແບຣນສົ່ງເສີມການທ່ອງທ່ຽວຢູ່ຕ່າງປະເທດ ຂອງກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ທີ່ໄດ້ເປີດຕົວໃນປີ 2023, ຈຸດປະສົງເພື່ອໂຄສະນາທິວທັດທຳມະຊາດທີ່ສວຍງາມ ແລະ ວັດທະນະທຳອັນຮຸ່ງເຮືອງຂອງຈີນ ໃຫ້ກັບນັກທ່ອງທ່ຽວຕ່າງປະເທດ, ຍົກສູງການທ່ອງທ່ຽວຈີນໃຫ້ມີອິດທິພົນ ແລະ ຖານະໃນລະດັບສາກົນ. ຊຸດກິດຈະກຳ “ສະບາຍດີ! ປະເທດຈີນ” ແມ່ນຊຸດກິດຈະກໍາວັດທະນະທໍາທີ່ສຳຄັນ ຂອງສູນວັດທະນະທຳຈີນ.

ການຈັດກິດຈະກໍາຄັ້ງນີ້ເພື່ອສຶກສາ ແລະ ປະ ຕິບັດຕາມຄໍາຊີ້ນໍາທີ່ສໍາຄັນ ແລະ ຊຸດອະພິປາຍທີ່ສໍາຄັນ ກ່ຽວກັບການພັດທະນາການທ່ອງທ່ຽວຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງສປ ຈີນ ເປັນການຊຸກຍູ້ການຮຽນຮູ້ແລກປ່ຽນອະລິຍະທໍາຂອງສອງປະເທດ ລາວ-ຈີນ, ສືບຕໍ່ສ້າງໂສມໜ້າໃໝ່ໃນການພັດທະນາ ການຮ່ວມມືດ້ານວັດທະນະທໍາ ແລະ ທ່ອງທ່ຽວຂອງສອງປະເທດລາວ ແລະ ຈີນ. ຊຶ່ງມີກິດຈະກໍາ 6 ລາຍການທີ່ມີສີສັນ ເຊັ່ນ: ສໍາພັດແຫຼ່ງທ່ອງທ່ຽວຂອງຈີນດ້ວຍ VR ຊຶ່ງກວມເອົາການທ່ຽວຊົມພະລາດຊະວັງກູ້ກົ່ງ ດ້ວຍພາບສະເໝືອນຈິງເມຕາເວີສອອນລາຍ, ການສໍາພັດຊ່ອງວ່າງມິຕິຂັ້ນສູງແບບໂຕ້ຕອບ, ການສໍາພັດໂຮງຮູບເງົາ VR ຫົວຂໍ້ປະເທດຈີນທີ່ສວຍງາມ, ການສະແດງວັດທະນະທໍາບຸນຕ່ວນຫວູ ແລະ ລາຍການອື່ນໆ. ວາງສະແດງ ແລະ ຊິມລົດຊາດເຂົ້າຕົ້ມຈີນ ມີເຂົ້າຕົ້ມໄສ້ໝູເກົາລັດ, ເຂົ້າຕົ້ມໄສ້ຖົ່ວຂຽວໝູແດງ, ເຂົ້າຕົ້ມໄສ້ໄຂ່ເຄັມ, ເຂົ້າຕົ້ມໄສ້ຖົ່ວແດງ, ເຂົ້າຕົ້ມໄສ້ໝາກໄມ້ 8 ຊະນິດ, ເຂົ້າຕົ້ມໄສ້ກະທັນເຊື່ອມ, ເຂົ້າຕົ້ມໄສ້ໂມຈິ, ເຂົ້າຕົ້ມໄສ້ເຜືອກບົດ, ເຂົ້າຕົ້ມໄສ້ໝາກນັດ, ເຂົ້າຕົ້ມໄສ້ມັນກອຍ, ເຂົ້າຕົ້ມໄສ້ມັນມ້ວງ, ຖົ່ວດິນ ແລະ ອື່ນໆ. ຊຶ່ງງານດັ່ງກ່າວແມ່ນດໍາເນີນເປັນເວລາ 3 ວັນ (ເລີ່ມແຕ່ວັນທີ 6-8 ມິຖຸນາ 2024).

ຂ່າວ-ພາບ: ຍຸພິນທອງ-ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments