Home ຂ່າວໜ້າໜຶ່ງ ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ

0

ຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້ຈັດກອງປະຊຸມປະຈໍາປີ 2024 ຂຶ້ນໃນ ວັນທີ 4 ມິຖຸນາ ນີ້ ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານ ແລະ ຜູ້ປະຈໍາການ ຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ປພຍ, ມີລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການສືບຕໍ່ເພີ່ມທະວີຄວາມພະຍາຍາມ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃຫ້ມີປະສິດທິພາບ ປະສິດທິຜົນດີຍິ່ງຂຶ້ນ ໄປຄຽງຄູ່ກັບການເລັ່ງຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ, ລວມທັງຄວາມຈຳເປັນໃນການປຶກສາຫາລືຢ່າງລະອຽດ ເພື່ອຊອກຫາວິທີທາງແກ້ໄຂສິ່ງທ້າທາຍຕ່າງໆ ທີ່ເປັນສິ່ງກີດຂວາງຕໍ່ການພັດທະນາຂອງປະເທດເຮົາ. ທັງນີ້, ກໍເພື່ອຮັບປະກັນການຈັດຕັ້ງປະຕິບັດ ປພຍ ໃຫ້ໄດ້ຕາມຈຸດປະສົງລະດັບຄາດໝາຍ ແລະ ຈະເປັນການປະກອບສ່ວນສຳຄັນໃນຄວາມພະຍາຍາມນໍາພາປະເທດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ພາຍໃນປີ 2026 ຕາມການຕົກລົງຂອງອົງການສະຫະປະຊາຊາດ ຢ່າງມີຄຸນນະພາບ, ໂລ່ງລ່ຽນ ແລະ ຍືນຍົງ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ດ້ານການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການຮັບມືກັບໄພພິບັດທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ໂດຍສຸມໃສ່ການພັດທະນາແບບຍືນຍົງ ຕາມທິດເຕີບໂຕສີຂຽວ, ສະອາດ ແລະ ການຫັນເປັນທັນສະໄໝໃນອະນາຄົດ.

ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ທຸກກະຊວງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງສືບຕໍ່ເພີ່ມທະວີຄວາມເປັນເຈົ້າການໃນການປະສານງານ ໃຫ້ມີຄວາມກົມກຽວກັນ ພ້ອມກັນຊຸກຍູ້ການຈັດຕັ້ງປະຕິບັດ ປພຍ ໃຫ້ທົ່ວເຖິງ, ໂດຍຕ້ອງກຳນົດບຸລິມະສິດ, ເຮັດວຽກມີຈຸດສຸມຫຼາຍຂຶ້ນກວ່າເກົ່າ, ມີການເກັບກໍາຂໍ້ມູນ, ມີການຕິດຕາມປະເມີນຜົນ ແລະ ລາຍງານຢ່າງຖືກຕ້ອງ ແລະ ເປັນປົກກະຕິໃນແຕ່ລະໄລຍະ ພ້ອມທັງສືບຕໍ່ຄວາມພະຍາຍາມສ້າງຄວາມເຂົ້າໃຈຢ່າງກວ້າງຂວາງ ແລະ ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ລວມທັງພາກລັດ ແລະ ເອກະຊົນ ທັງຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ ມີຜົນສໍາເລັດຢ່າງເປັນຮູບປະທໍາ.

ກອງປະຊຸມໃນຄັ້ງນີ້, ໄດ້ພິຈາລະນາ ແລະ ປະກອບຄຳເຫັນຕໍ່ການລາຍງານຄວາມຄືບໜ້າອັນພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດ ປພຍ ໃນໄລຍະ 1 ປີຜ່ານມາ ຕາມທີ່ໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ກໍຄື ແຜນພັດທະນາຂອງຂະແໜງການ ແລະ ການນໍາສະເໜີກ່ຽວກັບຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ວ່າດ້ວຍການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ສະບັບທີ 3 ຂອງ ສປປ ລາວ (Voluntary National Review – VNR) ທີ່ຈະນຳໄປລາຍງານຕໍ່ກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ ໃນເດືອນກໍລະກົດ ປີ 2024 ທີ່ຈະມາເຖິງນີ້. ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ນີ້, ກວມເອົາການວິເຄາະ ວິໄຈທ່າອ່ຽງລວມຂອງທັງໝົດ 18 ເປົ້າໝາຍ (trend analysis) ແລະ ການວິເຄາະ ວິໄຈແບບລົງເລິກ (Track Analysis) 11 ເປົ້າໝາຍ ທີ່ເຫັນວ່າເປັນບຸລິມະສິດສໍາຄັນ ແລະ ຄວນໄດ້ເອົາໃຈໃສ່ຕື່ມ ພ້ອມທັງປິ່ນອ້ອມກັບ 6 ແນວທາງການຫັນປ່ຽນຂອງ ເລຂາທິການໃຫຍ່ອົງການ ສປຊ ໃນການຂັບເຄື່ອນການຈັດຕັ້ງປະຕິບັດວາລະສາກົນ ແຕ່ນີ້ຮອດປີ 2030. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການໃນຕໍ່ໜ້າ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ປພຍ ຮອດປີ 2030.

ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ ແລະ ດ້ວຍຄວາມຮັບຜິດຊອບສູງຂອງຜູ້ແທນເຂົ້າຮ່ວມກອງປະຊຸມ ທີ່ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ ຂອງຂະແໜງການຕົນເອງ ຢ່າງຕັ້ງໜ້າ ແລະ ກົງໄປກົງມາ ໂດຍໄດ້ຕີລາຄາວ່າການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ແມ່ນມີຄວາມຄືບໜ້າໃນຫຼາຍດ້ານ, ແຕ່ເຫັນວ່າຍັງມີຄວາມລ້າຊ້າ ແລະ ປະເຊີນກັບຂໍ້ຫຍຸ້ງຍາກໃນຫຼາຍດ້ານ ແລະ ສິ່ງທ້າທາຍຈາກທັງພາຍໃນ ແລະ ພາຍນອກ ພ້ອມທັງໄດ້ເນັ້ນເຖິງຄວາມຈໍາເປັນທີ່ ສປປ ລາວ ຕ້ອງໄດ້ຈັດລຽງບຸລິມະສິດໃນການຈັດຕັ້ງປະຕິບັດ ແລະ ການເຊື່ອມສານ ປພຍ ໃຫ້ມີຈຸດສຸມຫຼາຍຂຶ້ນກວ່າເກົ່າ, ໂດຍໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ທັງເປັນການສະໜັບສະໜູນຄວາມພະຍາຍາມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

(ຂ່າວ: ກະຊວງການຕ່າງເທດ, ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version