Sunday, September 8, 2024
Homeຂ່າວພາຍໃນໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ຄາດໝາຍຈະສູ້ຊົນໃຫ້ສໍາເລັດໃນໄຕມາດທໍາອິດ ຂອງປີ 2025

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ຄາດໝາຍຈະສູ້ຊົນໃຫ້ສໍາເລັດໃນໄຕມາດທໍາອິດ ຂອງປີ 2025

ທ່ານ ຄໍາພັນ ວັນທະນາ ຫົວໜ້າ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານການກໍ່ສ້າງຂອງໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງ ນວ ຫຼື ວ່າໂຄງການລົດເມ BRT ໃນວັນທີ 3 ມິຖຸນາ ນີ້ ທີ່ພາກສະໜາມເຂດປະຕູໄຊ ວ່າ: ໂຄງການດັ່ງກ່າວແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ເປັນເຈົ້າຂອງໂຄງການ ໂດຍມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ເປັນຜູ້ຈັດຕັ້ງປະຕິບັດໂຄງການ.

ສັນຍາ ສະບັບເລກທີ VSUTP-ICB-CW1B- 2022 ເລີ່ມຕົ້ນຈາກປະຕູໄຊ ຈົນຮອດ ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ມີຄວາມຍາວປະມານ 9,3 ກິໂລແມັດ, ໂດຍແມ່ນບໍລິສັດ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ແລະ ບໍລິສັດ ຮ່ວມ (Joint Venture/JV) ໄຕ ເຈືອງ ເຊິນ ແລະ ບໍລິສັດ ແອວບີດີ ກໍ່ສ້າງຂົວທາງ ແລະ ໂຄງລ່າງພື້ນຖານ ຈຳກັດ ຈາກ ສສ ຫວຽດນາມ ໃນມູນຄ່າ ປະມານ 9,8 ລ້ານໂດລາ ພາຍໃຕ້ທຶນກູ້ຢືມຈາກທະນາຄານພັດທະນາອາຊີ (Asian Development Bank/ADB). ໜ້າວຽກຕົ້ນຕໍແມ່ນ ກໍ່ສ້າງຊ່ອງທາງຈາລະຈອນສໍາລັບລົດເມ BRT; ຂະຫຍາຍເສັ້ນທາງ, ເຮັດທາງຍ່າງໃໝ່; ປັດຈຸບັນເຫັນວ່າມີຄວາມຄືບໜ້າດີ ເປັນຕົ້ນແມ່ນໄດ້ສໍາເລັດການຊົດເຊີຍຜົນກະທົບບໍລິເວນຂອບເຂດໂຄງການທີ່ມີເສັ້ນທາງຜ່ານນີ້, ໄດ້ຍົກຍ້າຍບັນດາສິ່ງກີດຂວາງຕ່າງໆ ພ້ອມທັງຕິດຕັ້ງຄືນໃໝ່ ເຊັ່ນ: ເສົາໄຟເຍືອງທາງ, ເສົາໄຟ ແລະ ສາຍໄຟຟ້າແຮງກາງ ແລະ ແຮງຕ່ຳ, ເສົາກ້ອງວົງຈອນ ແລະ ອື່ນໆ ຊຶ່ງໃນໄລຍະນີ້ ຜູ້ຮັບເໝົາ ພວມເລັ່ງຍົກຍ້າຍສິ່ງກີດຂວາງໃຫ້ສຳເລັດເປັນກ້າວໆ ເພື່ອອຳນວຍຄວາມສະດວກແກ່ທີມງານກໍ່ສ້າງ. ຈຸດກໍ່ສ້າງບ່ອນນັ່ງລໍຖ້າລົດເມ BRT ທີ່ພວມກໍ່ສ້າງແມ່ນເປັນໜຶ່ງໃນ 19 ສະຖານີ ຫຼື ວ່າໃນ 19 ຈຸດ; ສະຖານີທໍາອິດ ແມ່ນຕັ້ງຢູ່ດ້ານໜ້າ ມຊ (ໃກ້ກັບທາງເຂົ້າຕຶກອະທິການບໍດີ); ແຕ່ເນື່ອງຈາກວ່າ ຈຸດທີ່ກໍາລັງກໍ່ສ້າງດຽວນີ້ ແມ່ນມີຄວາມສະດວກ ແລະ ມີເງື່ອນໄຂຄົບຖ້ວນຕາມຫຼັກການຂອງຜູ້ໃຫ້ທຶນແລ້ວ ໂດຍສະເພາະ ການຊົດເຊີຍຜົນກະທົບ ແລະ ການຍົກຍ້າຍສິ່ງກີດຂວາງແມ່ນສໍາເລັດໝົດແລ້ວ. ສະຖານີ BRT ຢູ່ຈຸດນີ້ ມີຂະໜາດ ຄວາມກວ້າງ 3,5 ແມັດ ແລະ ມີຄວາມຍາວ 40 ແມັດ ຕັ້ງຢູ່ກາງທາງ.

ການກໍ່ສ້າງ ແມ່ນໄດ້ເລີ່ມກະກຽມມາແຕ່ທ້າຍເດືອນພຶດສະພາ 2024 ຄາດໝາຍ ຈະໃຫ້ສໍາເລັດໃນເດືອນກໍລະກົດ 2024 ສໍາລັບຈຸດດັ່ງກ່າວນີ້ ແລະ ຈະສືບຕໍ່ລົງມືກໍ່ສ້າງໄປໃນແຕ່ລະຈຸດ ຈົນຄົບ 19 ຈຸດ. ໂຄງການຈະນຳພາຜູ້ຮັບ ເໝົາສູ້ຊົນເລັ່ງກໍ່ສ້າງໃຫ້ສໍາເລັດ ໃນໄຕມາດທໍາອິດ ຂອງປີ 2025; ພາຍຫຼັງ ໂຄງການສໍາເລັດ ຈະເຮັດໃຫ້ຜູ້ຊົມໃຊ້ມີຄວາມສະດວກ, ຮັບປະກັນທາງດ້ານເວລາເດີນທາງ ເນື່ອງຈາກວ່າ ລົດເມ BRTຈະມີຊ່ອງຈາລະຈອນສະເພາະ ແລະ ແລ່ນໃຫ້ບໍລິການ ຕາມຕາຕະລາງເວລາທີ່ແນ່ນອນ ໝາຍຄວາມວ່າ ຊົ່ວໂມງເລັ່ງດ່ວນຈະມີລົດແລ່ນທຸກໆ 5 ນາທີ; ຖ້າບໍ່ແມ່ນເວລາເລັ່ງດ່ວນຈະມີລົດແລ່ນທຸກໆ 10 ນາທີ ໃນການບໍລິການ ຖືວ່າຈະສ້າງຄວາມສະດວກຂຶ້ນຫຼາຍ. ໃນໂອກາດດັ່ງກ່າວ ທ່ານ ຄໍາພັນ ວັນທະນາ ໃນນາມຜູ້ຈັດຕັ້ງປະຕິບັດໂຄງການ ກໍໄດ້ຝາກເຖິງຜູ້ຂັບຂີ່ ແລະ ຜູ້ໃຊ້ລົດ ໃຊ້ຖະໜົນ ເມື່ອເດີນທາງຮອດຈຸດກໍ່ສ້າງ ຮຽກຮ້ອງໃຫ້ເພີ່ມຄວາມລະມັດລະວັງໃນການຂັບຂີ່ ແລະ ໃຫ້ຄວາມຮ່ວມມື ແກ່ຜູ້ຮັບເໝົາກໍ່ສ້າງ. ນອກຈາກນັ້ນ, ໂຄງການ ຍັງເນັ້ນໜັກໃຫ້ຜູ້ຮັບ ເໝົາຕິດຕັ້ງປ້າຍເຕືອນ, ເຄື່ອງໝາຍ ແລະ ອຸປະກອນ ຄວາມປອດໄພ ເພື່ອຮັບປະກັນບໍ່ໃຫ້ເກີດອຸບັດເຫດ ໃນໄລຍະດຳເນີນການກໍ່ສ້າງ. ແລະ ຮຽກຮ້ອງເຖິງບັນດາຜູ້ປະກອບການຢູ່ບໍລິເວນໃກ້ຄຽງ ຈົ່ງອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືນໍາພວກເຮົາດ້ວຍ.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments