Saturday, July 27, 2024
Homeຂ່າວການເມືອງສຳເລັດກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7

ສຳເລັດກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7

ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ພາຍຫລັງທີ່ດຳເນີນມາເປັນເວລາ 5 ວັນ ເລີ່ມແຕ່ວັນທີ 27-31 ພຶດສະພາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານກ່າວປິດຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີບັນດາສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ບັນດາການນຳຂັ້ນສູງຂອງລັດຖະ ບານ, ອົງການທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໄລຍະດໍາເນີນກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄວ້າປະກອບຄໍາເຫັນຢ່າງກົງໄປກົງມາ, ສ້າງສັນ ຕໍ່ບັນດາບົດລາຍງານຂອງລັດຖະບານ, ຮ່າງກົດໝາຍຈໍານວນ 8 ສະບັບໂດຍຍົກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງ, ການແລກປ່ຽນບົດຮຽນຕົວຈິງມາປຽບທຽບ ແລະ ບັນຫາທີ່ຈະພ້ອມກັນສູ້ຊົນປັບປຸງໃຫ້ດີຂຶ້ນໃນຕໍ່ໜ້າ ເພື່ອພ້ອມກັນຊອກຫາວິທີການແກ້ໄຂ ແລະ ສ້າງຄວາມເປັນເອກະພາບຕໍ່ບັນດາເນື້ອໃນຕ່າງໆ ເພື່ອເປັນຂໍ້ມູນໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ນໍາໄປຄົ້ນຄວ້າ, ປັບປຸງເຂົ້າໃສ່ເນື້ອໃນບົດລາຍງານ ແລະ ບັນດາຮ່າງກົດໝາຍ ໃຫ້ເນື້ອໃນມີຄວາມອຸດົມສົມບູນ, ຮັດກຸມ ກ່ອນຈະນໍາເຂົ້າພິຈາລະນາ ແລະ ຮັບຮອງຢູ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX.

ທ່ານ ຄຳໃບ ດຳລັດ ໄດ້ມີຄຳເຫັນກ່າວປິດກອງປະຊຸມວ່າ: ບັນດາເນື້ອໃນທີ່ນໍາມາຄົ້ນຄວ້າ, ປະ ກອບຄໍາເຫັນຄັ້ງນີ້ ເຫັນວ່າບັນດາຜູ້ເຂົ້າຮ່ວມມີຄວາມເຂົ້າໃຈ, ເອກະພາບຫລາຍບັນຫາ ພ້ອມທັງໄດ້ຮັບການຊີ້ແຈງຢ່າງລະອຽດດີສົມຄວນ; ບັນດາສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນລົງເລິກຕໍ່ເນື້ອໃນຕ່າງໆຢ່າງກົງໄປກົງມາ ເພື່ອເປັນຂໍ້ມູນໃຫ້ແກ່ພາກສ່ວນກ່ຽວຂ້ອງນໍາໄປປັບປຸງເພີ່ມຕື່ມ ແລະ ສ້າງຄວາມເປັນເອກະພາບ, ຮັບປະກັນໃຫ້ເນື້ອໃນສາມາດນໍາເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ມີຄຸນນະພາບ ແລະ ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້. ພ້ອມນີ້, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ເນັ້ນວ່າ ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ເປັນພຽງບາດກ້າວໜຶ່ງ ເຊິ່ງພວກເຮົາຈະຕ້ອງໄດ້ເອົາໃຈໃສ່ໃນການຄົ້ນຄວ້າ, ຊອກຫາສາເຫດ, ວິທີການແກ້ໄຂບັນຫາຕ່າງໆໃຫ້ມີປະສິດທິພາບ ເນື່ອງຈາກໃນໄລຍະຜ່ານມາ ກໍຄື ປັດຈຸບັນ ປະເທດພວກເຮົາຍັງຈະສືບຕໍ່ພົບຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະ ສິ່ງທ້າທາຍຫລາຍປະການທີ່ສົ່ງຜົນຕໍ່ການພັດທະນາຂອງປະເທດ, ຕໍ່ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ ຮຽກຮ້ອງມາຍັງບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ປັບປຸງບັນດາເນື້ອໃນ ຕາມການປະກອບຄໍາເຫັນຂອງບັນດາສະມາຊິກສະພາແຫ່ງຊາດໃຫ້ສໍາເລັດ ເພື່ອຮັບ ປະກັນໃຫ້ແກ່ການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆທີ່ຈະນໍາເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ກົດໝາຍຈໍານວນໜຶ່ງ.

ຂ່າວ-ພາບ: ອາລິນ ສຸພິມມະປະດິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments