Saturday, July 27, 2024
Homeຂ່າວກິລານັກກິລານັກຮຽນລາວ ລົງປະເດີມສະໜາມ “ດານັງ ເກມ” ແລ້ວຫຼາຍປະເພດກິລາ ມື້ນີ້ຍາດມາໄດ້ແລ້ວ 1 ຫຼຽນທອງ ຈາກໂວວີນາມ

ນັກກິລານັກຮຽນລາວ ລົງປະເດີມສະໜາມ “ດານັງ ເກມ” ແລ້ວຫຼາຍປະເພດກິລາ ມື້ນີ້ຍາດມາໄດ້ແລ້ວ 1 ຫຼຽນທອງ ຈາກໂວວີນາມ

ຫຼັງຈາກງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 13 ຫຼື “ດານັງ ເກມ” ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 1 ມິຖຸນາທີ່ຜ່ານມາ ເຊິ່ງມາຮອດມື້ນີ້ນີ້ ນັກກິລານັກຮຽນລາວ ກໍໄດ້ເລີ່ມລົງປະເດີມສະໜາມໄປແລ້ວຫຼາຍປະເພດກິລາ ແລະ ຫຼາຍລາຍການ ເຊັ່ນ: ບານບ້ວງຊາຍ, ດອກປີກໄກ່, ປັນຈັກສີລັດ, ໂວວີນາມ, ແລ່ນ-ລານ ແລະ ລອຍນໍ້າ ແລະ ເປັນຂ່າວດີມື້ນີ້ ສາມາດຍາດມາໄດ້ແລ້ວ 1 ຫຼຽນທອງ ຈາກປະເພດຕໍ່ສູ້ປ້ອງກັນຕົວ ໃນຮຸ່ນນໍ້າໜັກ 51-57 ກິໂລ ຄືນາງ ຊັນດີອາ ວໍລະບຸດ.

ເລີ່ມຈາກກິລາບານບ້ວງຊາຍ ເຊິ່ງໄດ້ມີການແຂ່ງຂັນມາຕັ້ງແຕ່ວັນທີ 30 ພຶດສະພາ ເປັນປະເພດທຳອິດຂອງທົວນາເມັນນີ້ ປະກົດວ່າ ທີມບານບ້ວງຊາຍລາວ ລົງແຂ່ງຂັນໄປແລ້ວສອງນັດ ເສຍໃຫ້ອິນໂດເນເຊຍ ແລະ ເສຍໃຫ້ໄທ ເຊິ່ງຍັງອີກໜຶ່ງນັດ ທີ່ຈະພົບກັບຟີລິບປິນ ເພື່ອຊີ້ຊາຕາ ຖ້າຫາກຊະນະກໍມີໂອກາດເຂົ້າຮອບສອງ ແຕ່ຖ້າເສຍກໍຈະຕ້ອງເກັບກະເປົາກັບບ້ານທັນທີ. ສ່ວນປະເພດອື່ນໆທີ່ເຫຼືອ ເຊັ່ນ: ແລ່ນ-ລານ, ລອຍນໍ້າ, ດອກປີກໄກ່, ປັນຈັກສີລັດ ແລະ ໂວວີນາມ ກໍໄດ້ທະຍອຍກັນລົງແຂ່ງໃນຫຼາຍລາຍການ ແລະ ຫຼາຍລຸ້ນ ໃນຮອບທຳອິດແລ້ວ ເຊິ່ງສ່ວນໃຫຍ່ກໍຍັງພາດທ່າ ບາງລາຍການກໍຕົກຮອບໄປເລີຍ ແລະ ບາງລາຍການກໍຍັງສືບຕໍ່ແຂ່ງຂັນ ຕາມຕາຕະລາງໃຫ້ຄົບຖ້ວນ ແລະ ມີບາງລາຍການກໍທະລຸເຂົ້າຮອບຕໍ່ໄປໄດ້ ເຊັ່ນກິລາ ປັນຈັກສີລັດ ແລະ ໂວວີນາມ ໃນປະເພດຕໍ່ສູ້ປ້ອງກັນໂຕ.

ແນວໃດກໍຕາມ, ຂະນະທີ່ກຳລັງລາຍງານຢູ່ນີ້ ນັກກິລານັກຮຽນລາວເຮົາ ກໍກຳລັງສືບຕໍ່ລົງສະໜາມແຂ່ງຂັນກັນ ຜົນຈະເປັນແນວໃດນັ້ນ ຈະລາຍງານໃຫ້ຊາບໃນໂອກາດຕໍ່ໄປ.

#ຂ່າວ-ພາບ: ຄົນຂ້າງສະໜາມ ລາຍງານຈາກນະຄອນດານັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments