Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ຕ້ອນຮັບຮອງລັດຖະມົນຕີຕ່າງປະເທດ ເຢຍລະມັນ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຮອງລັດຖະມົນຕີຕ່າງປະເທດ ເຢຍລະມັນ

ໃນວັນທີ 3 ມິຖຸນາ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂທບີອັດສ໌ ລິນເນີ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ໂທບີອັດສ໌ ລິນເນີ ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຖືວ່າເປັນການຢ້ຽມຢາມ ສປປ ລາວ ຂອງເຈົ້າໜ້າທີ່ລະດັບສູງຈາກກະຊວງການຕ່າງປະເທດເຢຍລະມັນ ໃນຮອບຫລາຍສິບປີ, ເປັນຂີດໝາຍທີ່ສຳຄັນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງຕີລາຄາສູງຕໍ່ການສະໜັບສະໜູນຂອງ ລັດຖະບານ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ທີ່ຜ່ານມາ ໂດຍສະເພາະໃນຂົງເຂດອາຊີວະສຶກສາ, ການພັດທະນາເສດຖະກິດແບບຍືນຍົງ, ການພັດທະ ນາຊົນນະບົດ, ປົກປັກຮັກສາສິ່ງແວດລ້ອມ, ພື້ນຖານໂຄງລ່າງ, ການປົກຄອງທີ່ດີ, ການຄຸ້ມຄອງທີ່ດິນ ແລະ ປ່າໄມ້ ແລະ ອື່ນໆ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສອງປະ ເທດ ໂດຍສະເພາະ ຜ່ານມາການນໍາຂັ້ນສູງຂອງລາວ ເຊັ່ນນາຍົກລັດຖະມົນຕີ ກໍໄດ້ໄປຢ້ຽມຢາມ ເຢຍລະມັນ ແລະ ປີ 2023 ລາວ-ເຢຍລະມັນ ໄດ້ຮ່ວມກັນຈັດງານສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ທີ່ ນະຄອນຫລວງວຽງຈັນ ຢ່າງມີຄວາມໝາຍສຳຄັນ, ພ້ອມດຽວກັນນັ້ນ ລັດຖະບານເຢຍລະມັນ ຍັງໄດ້ພິຈາລະນາເອົາ ສປປ ລາວ ເຂົ້າໃນບັນຊີປະເທດບຸລິມະສິດທີ່ໄດ້ຮັບການຊ່ວຍເຫລືອຈາກ ເຢຍລະມັນ ໃນຂອບການຮ່ວມມືສອງຝ່າຍຄືນ, ຊ່ວຍເຫລືອທາງດ້ານວັກຊິນ ແລະ ອຸປະກອນ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ຢູ່ ສປປ ລາວ ໃນໄລຍະທີ່ມີການແພ່ລະບາດຂອງພະຍາດໂຄວິດ-19. ພ້ອມກັນນີ້, ທ່ານສະເຫລີມໄຊ ກົມມະສິດ ກໍສະເໜີໃຫ້ສືບຕໍ່ຊຸກ ຍູ້ເພີ່ມທະວີການແລກປ່ຽນຢ້ຽມຢາມ ແລະ ພົບປະລະຫວ່າງ ຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໃຫ້ຫລາຍຂຶ້ນໃນຕໍ່ໜ້າ ໂດຍສະເພາະ ການພົບປະແລກປ່ຽນຄະນະຜູ້ແທນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ເຢຍລະມັນ ໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຊຸກຍູ້ໃຫ້ສອງຝ່າຍ ສືບຕໍ່ຈັດກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ເຢຍລະມັນ ໃນຕໍ່ໜ້າ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະ ຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ເຢຍລະມັນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດມາໄລຍະຜ່ານມາ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ຫວັງຢ່າງຍິ່ງວ່າ ລັດຖະ ບານ ເຢຍລະມັນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆທີ່ມີທ່າແຮງຮ່ວມກັນ ໃນຖານະທີ່ ເຢຍລະມັນ ກໍເປັນຄູ່ຮ່ວມມືພັດທະນາຂອງອາຊຽນ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ປະສົບຜົນສໍາເລັດຢ່າງຈົບງາມ, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງຂຶ້ນໃນອະນາຄົດ.

ໃນຂະນະດຽວກັນ, ທ່ານ ໂທບີອັດສ໌ ລິນເນີ ກໍໄດ້ສະແດງຄວາມໝາຍໝັ້ນຈະສືບຕໍ່ຊຸກຍູ້ພາກ ສ່ວນກ່ຽວຂ້ອງຂອງສອງຝ່າຍ ໃຫ້ມີການພົວພັນຮ່ວມມືກັນຫລາຍຂຶ້ນ ໂດຍສະເພາະ ການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ເຢຍລະມັນ ໃຫ້ເລິກເຊິ່ງຍິ່ງຂຶ້ນ, ສະແດງຄວາມຍິນດີຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ການພັດທະນາ ຢູ່ ສປປ ລາວ ແລະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ໄດ້ຮັບຜົນສຳເລັດຕາມຄາດ ໝາຍທີ່ວາງໄວ້. ນອກຈາກການປຶກສາຫາລືການພົວພັນສອງຝ່າຍ, ທັງສອງຍັງໄດ້ແລກປ່ຽນບັນຫາພາກພື້ນ ແລະ ສາກົນ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments