Home ທຸລະກິດ ອັດຕາເງິນເຟີ້ເດືອນພຶດສະພາ ຍັງຢູ່ລະດັບສູງ

ອັດຕາເງິນເຟີ້ເດືອນພຶດສະພາ ຍັງຢູ່ລະດັບສູງ

0

ອັດຕາເງິນເຟີ້ ໃນເດືອນພຶດສະພາ ຢູ່ໃນລະດັບ 25,8% ຊຶ່ງຖືວ່າ ຍັງຢູ່ໃນລະດັບສູງ, ເນື່ອງຈາກສິນຄ້າຫຼາຍປະເພດເພີ່ມຂຶ້ນ. ໃນຂະນະທີ່ພືດຜັກຫຼາຍຊະນິດປັບຂຶ້ນສູງ, ເນື່ອງຈາກສະພາບອາກາດຮ້ອນເອົ້າ ສົ່ງຜົນກະທົບຕໍ່ການຜະລິດ.

ອີງຕາມບົດລາຍງານ ອັດຕາເງິນເຟີ້ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ຂອງ ສປປ ລາວ ໃນເດືອນພຶດສະພາ 2024 ຍັງສືບຕໍ່ເໜັງຕີງເພີ່ມສູງຂຶ້ນ ຢູ່ໃນລະດັບ 25,8% (ເດືອນເມສາ 2024 ຢູ່ໃນລະດັບ 24,9%). ໃນນັ້ນໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 38,5%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 36,6%, ເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 31,3%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 29,6% ແລະ ໝວດຄົມມະນາຄົມ ແລະ ການຂົນສົ່ງ ພີ່ມຂຶ້ນ 27,7%.

ເມື່ອທຽບລາຄາສິນຄ້າເດືອນຕໍ່ເດືອນຄື ເດືອນພຶດສະພາ ທຽບໃສ່ກັບ ເດືອນເມສາ ປີ 2024 ເຫັນວ່າ ລາຄາສິນຄ້າມີການປ່ຽນແປງເພີ່ມຂຶ້ນສູງກວ່າໝູ່ເມື່ອທຽບກັບໄລຍະທ້າຍປີ 2023 ເປັນຕົ້ນມາ, ໃນນັ້ນ, ການປ່ຽນແປງ ເດືອນພຶດສະພາ ທຽບໃສ່ເດືອນເມສາ ຢູ່ໃນລະດັບ 3,1% (ເດືອນເມສາ 1,6%) ໂດຍສະເພາະແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ 4,5% ພົ້ນເດັ່ນແມ່ນ ລາຄາຜັກຫອມປ້ອມ (ເພີ່ມຂຶ້ນ 150%), ຜັກສະຫຼັດ (75%), ໝາກເລັ່ນ (70%), ຜັກບົ່ວ (58%), ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 3,5%, ພົ້ນເດັ່ນແມ່ນ ຫີນ, ຊາຍ (14%), ສັງກະສີ (7,7%), ພະລັງງານອາຍແກັສ ແລະ ເຊື້ອເພີງ (4,1%); ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 2,8%, ພົ້ນເດັ່ນແມ່ນ ລາຄາເຂົ້າຜັດ (5,5%), ໂຮງແຮມ (5,5%); ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2,5%, ພົ້ນເດັ່ນແມ່ນ ເບຍ (3%), ຢາສູບ (1,3%).

ສາເຫດຕົ້ນຕໍການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນເດືອນພຶດສະພາ 2024, ນອກຈາກປັດໄຈທີ່ເຄີຍນໍາສະເໜີຜ່ານມາ ເປັນຕົ້ນແມ່ນປັດໄຈຕົ້ນທຶນທີ່ເພີ່ມຂຶ້ນຈາກການອ່ອນຄ່າຂອງເງິນກີບ (ອັດຕາແລກປ່ຽນ) ແລະ ລາຄານໍ້າມັນແລ້ວ ຍັງເຫັນວ່າ ສະພາບແວດລ້ອມຂອງການຜະລິດກະສິກຳເຊັ່ນ: ອາກາດແຫ້ງແລ້ງ ແລະ ຮ້ອນເອົ້າຫຼາຍ ເຮັດໃຫ້ການຜະລິດກະສິກຳໄດ້ຮັບຜົນກະທົບ ຊຶ່ງບໍ່ສາມາດສະ ໜອງໄດ້ຕາມປົກກະຕິ ແລະ ບາງຜູ້ຜະລິດ ຕ້ອງໄດ້ຮັບມືກັບສະພາບອາກາດ ໂດຍນໍາໃຊ້ຕົ້ນທຶນສູງຂຶ້ນ ເພື່ອດຳເນີນການຜະລິດ ໄລຍະເດືອນພຶດສະພາ, ສະນັ້ນ ຈຶ່ງເຮັດໃຫ້ລາຄາພືດຜັກຫຼາຍຊະນິດປັບຂຶ້ນສູງໃນເດືອນພຶດສະພາ 2024.

ຂ່າວ: ຄ. ຄຳປະສິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version