Home ທຸລະກິດ ເຊີນທ່ຽວງານມະຫາກໍາຫັດຖະກໍາລາວ ມີຫຼາຍສິນຄ້າຈາກທົ່ວປະເທດມາວາງສະແດງ

ເຊີນທ່ຽວງານມະຫາກໍາຫັດຖະກໍາລາວ ມີຫຼາຍສິນຄ້າຈາກທົ່ວປະເທດມາວາງສະແດງ

0

ມະຫາກໍາສືມືຫັດຖະກໍາລາວ ຄັ້ງທີ 24 ປີ 2025 ໄດ້ເປີດຢ່າງເປັນທາງການໃນຕອນແລງວັນທີ 22 ຕຸລາ 2025 ທີ່ ຕໍານັກຜ້າໄໝລາວບູຮານ (ຫຼັງຫໍຄໍາ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ; ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ພະນະທ່ານປະທານປະເທດ ພ້ອມດ້ວຍບັນດາທ່ານລັດຖະມົນຕີ ເຈົ້າຄອງ ຮອງລັດຖະມົນຕີ ສະພາການຄ້າ ບັນດາການນໍາພັກ-ລັດ ທູຕານຸທູດ ແລະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສຸວິຕາ ປະເສີດ ປະທານ ສະມາຄົມ ຫັດຖະກໍາລາວ ກ່າວວ່າ: ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 24 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ ພາຍໃຕ້ຫົວຂໍ້: ຕໍ່າຫູກ-ຜູກຮັກ ອະນຸລັກ ປະເພນີ ການແຕ່ງດອງ” ຈຸດປະສົງຫຼັກເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາແຫ່ງຊາດ ວັນທີ 1 ພະຈິກ” ປະກອບສ່ວນສ້າງຂະບວນການຄໍານັບຮັບຕ້ອນ ວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ; ເພື່ອເປັນເວທີ ວາງສະແດງ ແລະ ຂາຍຜະລິດຕະພັນຫັດຖະກໍາ; ເປັນເວທີເຕົ້າໂຮມບັນດາຊາວຊ່າງຫັດຖະກໍາ ແລະ ຜູ້ປະກອບການດ້ານຫັດຖະກໍາ ໄດ້ມີໂອກາດແລກປ່ຽນບົດຮຽນປະສົບການກ່ຽວກັບ ເຕັກນິກການຜະລິດ ການອອກແບບ ຄຸນນະພາບ ການເຂົ້າເຖິງແຫຼ່ງທຶນ ການເຂົ້າເຖິງຕະຫຼາດ ແລະ ອື່ນໆ ທີ່ພົວພັນກັບການອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກໍາ.

ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງນີ້ ຈະໄດ້ຈັດຂຶ້ນເປັນເວລາ 5 ວັນ (22 – 26 ຕຸລາ 2025) ພາຍໃນງານຈະມີຫຼາຍກິດຈະກໍາທີ່ໜ້າສົນໃຈເປັນຕົ້ນແມ່ນ: ວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ ແບບບູຮານ ແລະ ແບບສະໄໝໃໝ່ ສາທິດຂັ້ນຕອນການຜະລິດ ຈາກຊາວຊ່າງຕ່າງແຂວງ; ໄດ້ຈັດວາງສະແດງສະຖານທີ່່ທ່ອງທ່ຽວ ຈັດສັນບ່ອນບໍລິການຖ່າຍຮູບໄວ້ເປັນທີ່ລະນຶກ ເດີນແບບຊຸດແຕ່ງດອງຊົນເຜົ່າ ສໍາມະນາໃຫ້ຄວາມຮູ້ ໃນຫຼາຍຫົວຂໍ້ ປະກວດຟ້ອນລໍາວົງລາວ ປະກວດພາຂວັນລາວ ແລະ ອື່ນໆ.

ມວນຊົນທີ່ເຂົ້າມາໃນຮ່ວມງານ ນອກຈາກຈະໄດ້ທ່ຽວຊົມກິດຈະກໍາ ການວາງສະແດງ ແລະ ຂາຍສິນຄ້າ ຢູ່ເດີ່ນຂ້າງນອກຂອງອາຄານແລ້ວ ຍັງຈະໄດ້ຮັບໂອກາດອັນດີ ເພື່ອເຂົ້າທ່ຽວຊົມ ບັນດາຜະລິດຕະພັນຫັດຖະກໍາຂອງ “ຕໍານັກຜ້າໄໝລາວບູຮານ” ທີ່ວາງສະແດງຢູ່ດ້ານໃນຂອງອາຄານ ຊຶ່ງຈະມີແຜ່ນແພບູຮານ ສິ້ນ ເສື້ອ ຜ້າບ່ຽງ ແລະ ອື່ນໆ ທີ່ໜ້າສົນໃຈ ແລະ ມີອາຍຸຍືນຍາວ ບໍ່ຕໍ່າກວ່າ 70 ປີ ບາງຜືນ ມີອາຍຸ 100 -300 ປີ ແລະ ອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version