Sunday, September 8, 2024
Homeຂ່າວພາຍໃນກະຊວງປ້ອງກັນປະເທດ ຈັດກິດຈະກຳປູກຕົ້ນໄມ້ ແຫ່ງຊາດປະຈໍາປີ 2024

ກະຊວງປ້ອງກັນປະເທດ ຈັດກິດຈະກຳປູກຕົ້ນໄມ້ ແຫ່ງຊາດປະຈໍາປີ 2024

ວັນທີ31 ພຶດສະພາ 2024, ເນື່ອງໃນໂອກາດວັນປູກຕົ້ນແຫ່ງຊາດ ປະຈໍາປີ 2024 ຄົບຮອບ 44 ປີ, ກະຊວງປ້ອງກັນປະເທດໄດ້ຈັດກິດຈະກຳປູກຕົ້ນໄມ້ຂຶ້ນທີ່ ກອງຍິງປືນ 199, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາ ກອງຍິງປືນ 199, ຫ້ອງການ, ກົມກອງອ້ອມຂ້າງກະຊວງ, ມີບ້ານແລະອົງການສໍານັກງານປົກຄອງເມືອງໄຊທານີ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ກ່າວເຖິງຈຸດປະສົງໃນການຈັດຕັ້ງພິທີປູກຕົ້ນໄມ້ນີ້ຂຶ້ນເພື່ອເປັນການເຫັນຄວາມສໍາຄັນແລະຄຸນປະໂຫຍດຢ່າງຫຼວງຫຼາຍທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ພັກ ແລະ ລັດຖະບານລາວ ຈິ່ງໄດ້ກຳນົດເອົາວັນທີ1 ມິຖຸນາ ຂອງທຸກໆປີເຊິ່ງກົງກັບວັນເດັກນ້ອຍສາກົນເປັນວັນປູກຕົ້ນໄມ້ແຫ່ງຊາດ. ໂດຍທຸກໆປີ ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນຮູ້ປັນຍາຊົນແລະຊັ້ນຄົນຕ່າງໆຢູ່ຂັ້ນສູນກາງ ແລະທ້ອງຖິ່ນໃນຂອບເຂດທົ່ວປະເທດໄດ້ພາກັນຈັດກິດຈະກຳຢ່າງເປັນຂະບວນຟົດຟື້ນ ເພື່ອປູກຕົ້ນໄມ້ໃຫ້ເປັນປ່າແນໃສເຮັດໃຫ້ເນື້ອທີ່ປ່າປົກຫຸ້ມທົ່ວປະເທດໃຫ້ໄດ້ 70% ໃນປີ 2024 ຕາມທິດທາງແລະຄາດໝາຍຂອງລັດຖະບານ. ຕະຫຼອດໄລຍະທີ່ຜ່ານມາ ພັກ ແລະລັດຖະບານ ສປປ ລາວເຫັນໄດ້ຄວາມສໍາຄັນຂອງວຽກງານຄຸ້ມຄອງປົກປັກຮັກສາຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມໂດຍສະເພາະແມ່ນການປົກປັກຮັກສາປ່າໄມ້ ເຊິ່ງສະແດງອອກໃນການກຳນົດເອົາຫຼາຍເຂດໃນທົ່ວປະເທດເປັນປ່າປ້ອງກັນແລະປ່າສະຫງວນແຫ່ງຊາດ. ອອກກົດໝາຍລະບຽບການແລະນິຕິກຳຕ່າງໆທີ່ກ່ຽວຂ້ອງໃນການຄຸ້ມຄອງແລະການຈັດຕັ້ງປະຕິບັດຕົວຈິງເຊັ່ນ: ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສິ່ງແວດລ້ອມ, ກົດໝາຍວ່າດ້ວຍນໍ້າ-ຊັບພະຍາກອນນໍ້າ, ເຫຼົ່ານີ້ເປັນຕົ້ນ. ດັ່ງນັ້ນ,ຈິ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເປັນເຈົ້າການໃນການໂຄສະນາປູກຈິດສໍານຶກໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ເຂົ້າມາມີສ່ວນຮ່ວມໃນການປົກປັກຮັກສາຊັບພະຍາກອນທໍາມະຊາດໃຫ້ມີຄວາມອຸດົມສົມບູນ.ເປັນຕົ້ນແມ່ນພູຜາປ່າໄມ້ໃຫ້ຄົງຢູ່ຄູ່ກັບ ສປປ ລາວ ກໍຄືປະຊາຊົນລາວແລະລູກຫຼານລາວຕະຫຼອດໄປ.

ພາຍໃນຖັນແຖວກອງທັບພວກເຮົາ ຫຼາຍກົມກອງ, ກໍາລັງຫຼວງ-ກຳລັງທ້ອງຖິ່ນກໍໄດ້ພ້ອມກັນຈັດຕັ້ງສ້າງຂະບວນການປູກຕົ້ນໄມ້ຢ່າງຟົດຟື້ນ. ເຊິ່ງກະຊວງປ້ອງກັນປະເທດຂອງພວກເຮົາກໍໄດ້ຈັດຕັ້ງພິທີປູກຕົ້ນໄມ້ເປັນປະຈໍາໃນທຸກໆປີໂດຍຈັດຕັ້ງປູກໃສ່ບັນດາກົມກອງທີ່ເປັນກຳລັງຫຼວງທີ່ເຫັນວ່າມີເງື່ນໄຂແລະຄວາມເໝາະສົມ. ເພື່ອເປັນການປະກອບສ່ວນໃນການສ້າງຄວາມສົມດຸນໃຫ້ແກ່ທໍາມະຊາດ, ກໍຄືການປະກອບສ່ວນໃຫ້ແກ່ສັງຄົມໃນການປູກຕົ້ນໄມ້ໃຫ້ເປັນປ່າ, ເວົ້າລວມ, ເວົ້າສະເພາະ ກໍແມ່ນເປັນການສ້າງໃຫ້ກົມກອງມີສີຂຽວ, ສະອາດງາມຕາ. ດັ່ງນັ້ນ,ກະຊວງປ້ອງກັນປະເທດຈິ່ງໄດ້ຈັດຕັ້ງພິທີປູກຕົ້ນໄມ້ແຫ່ງຊາດ ປະຈໍາປີ 2024 ຢູ່ບໍລິເວນຂອບເຂດພື້ນທີ່ຂອງກອງພັນຍິງປືນ 199 ຂຶ້ນ,ເຊິ່ງເຫັນວ່າມີຄວາມເໝາະສົມທີ່ຈະຖືເອົາພິທີປູກຕົ້ນໄມ້ນີ້ເປັນການປະກອບສ່ວນສ້າງໃຫ້ພື້ນທີ່ຂອບເຂດຂອງກອງຍິງປືນ 199 ໃຫ້ມີສີຂຽວງາມຕາເພື່ອກ້າວຂຶ້ນເປັນໜຶ່ງໃນສະຖານທີ່ຕົວແບບຂອງກະຊວງປ້ອງກັນປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments