Sunday, September 8, 2024
Homeຂ່າວຕ່າງປະເທດທ່ານ ສີຈິ້ນຜິງ ພົບປະ ປະທານາທິບໍດີສະຫະລັດອາຣັບເອມີເຣດ

ທ່ານ ສີຈິ້ນຜິງ ພົບປະ ປະທານາທິບໍດີສະຫະລັດອາຣັບເອມີເຣດ

ຂ່າວສານຊີອາໄອລາຍງານ ໃນວັນທີ 30 ພຶດສະພາ ຜ່ານມາວ່າ: ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບ ທ່ານ ໂມຮຳເມັດບິນ ຊາເຢັດ ອານ-ນາຢານ ປະທານາທິບໍດີສະຫະລັດອາຣັບເອມີເຣດ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງກອງປະຊຸມເວທີປຶກສາຫາລືການຮ່ວມມືຈີນ-ປະເທດອາຣັບ.

ທ່ານ ສີຈິ້ນຜິງ ກ່າວວ່າ: ຈີນສະໜັບສະໜູນປະເທດພາກພື້ນສືບຕໍ່ເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ຢຶດໝັ້ນເດີນຕາມເສັ້ນທາງສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສ້າງຄວາມປອງດອງກັນໂດຍສັນຕິ, ຢຶດໝັ້ນແກ້ໄຂຄວາມຂັດແຍ່ງກັນດ້ວຍການແລກປ່ຽນ ແລະ ປຶກສາຫາລືກັນ, ກຳໄດ້ຊາຕາກຳໃນອະນາຄົດຂອງຕົນ. ຈີນຍິນດີພະຍາຍາມຮ່ວມກັບປະເທດອາຣັບ ຊຶ່ງລວມທັງ ສະຫະລັດ ອາຣັບເອມີເຣດ, ຈັດກອງປະຊຸມສຸດຍອດຈີນ-ປະເທດອາຣັບ ຄັ້ງທີ 2 ໃຫ້ດີ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ປະເທດອາຣັບ. ຈີນຍິນດີຮ່ວມກັບສະຫະລັດອາຣັບເອມີເຣດ ເພີ່ມທະວີການພົວພັນຄູ່ຮ່ວມຍຸດທະສາດຈີນ-ສະຫະພາບປະເທດອ່າວເປີເຊຍ, ເປີດກວ້າງການຮ່ວມມືຫຼາຍຝ່າຍ ແລະ ປົກປ້ອງຜົນປະໂຫຍດຮ່ວມຂອງບັນດາປະເທດພວມພັດທະນາ “ພາກໃຕ້ທົ່ວໂລກ”.

ທ່ານ ໂມຮຳເມັດບິນ ກ່າວວ່າ: ລັດຖະບານ ສະຫະລັດອາຣັບເອມີເຣດ ສະແດງຄວາມຊົມເຊີຍເປັນຢ່າງສູງ ແລະ ຕັ້ງໜ້າສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ ທີ່ສະເໜີໂດຍທ່ານ ສີຈິ້ນຜິງ, ຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຍິນດີຮັດແໜ້ນການແລກປ່ຽນ ແລະ ປະສານງານຫຼາຍຝ່າຍກັບຈີນ, ທຳຄວາມພະຍາຍາມຢ່າງຕັ້ງໜ້າ ເພື່ອຊຸກຍູ້ສັນຕິພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments