Home ຂ່າວພາຍໃນ ໂຮງຮຽນອະນຸບານທະນາຄານຈັດຫຼາຍກິດຈະກຳໃນໂອກາດວັນເດັກ

ໂຮງຮຽນອະນຸບານທະນາຄານຈັດຫຼາຍກິດຈະກຳໃນໂອກາດວັນເດັກ

0
25

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາ 2024 ທີ່ຈະມາເຖິງທ່ານ ສີສຸກ ລາດຊະວົງ ຜູ້ອຳນວຍການໂຮງຮຽນອະນຸບານທະນາຄານແຫ່ງ ສປປ ລາວໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ທາງໂຮງຮຽນອະນຸ ບານທະນາຄານໄດ້ມີກິດຈະກໍາເຊັ່ນ: ແຂ່ງຂັນກິລາແຕ່ລະຂັ້ນຮຽນ, ມອບຂອງຂວັນໃຫ້ຫຼານນ້ອຍ, ມອບໃບຢັ້ງຢືນໃຫ້ເດັກນ້ອຍຊັ້ນອະນຸບານ 3 ຈໍານວນ 39 ຄົນ, ສະແດງສິລະປະ-ວັນນະຄະດີຂັ້ນລ້ຽງເດັກຈົນເຖິງຂັ້ນອະນຸບານ 1, 2, 3; ຄະນະແມ່ຍິງຫ້ອງການມາມອບປື້ມນິທານ ແລະ ໜາກບານຈໍານວນໜຶ່ງໃຫ້ໂຮງຮຽນເພື່ອນໍາໃຊ້ເຂົ້າໃນກິດຈະກໍາໃຫ້ເດັກ.

ທ່ານ ສີສຸກ ລາດຊະວົງ ກ່າວຕື່ມອີກວ່າ: ໃນໄລຍະ 1 ປີຜ່ານມາ, ທາງໂຮງຮຽນໄດ້ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານຄື: ນໍາພາເດັກເຂົ້າຮ່ວມແຂ່ງຂັນສິລະປະ, ກິລາທີ່ຫ້ອງການສຶກສາທິການ ແລະ ກິລາຈັດຂຶ້ນ; ໄດ້ນໍາພາເດັກຊັ້ນອະນຸບານ 3 ໄປທັດສະນະສຶກສາທີ່ລາວເດີນອາກາດ, ຄູສອນໄດ້ເຂົ້າຮ່ວມໂມງສອນເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເພື່ອປັບປຸງການຮຽນ-ການສອນໃຫ້ໄດ້ຮັບຜົນດີຂຶ້ນກ່ວາເກົ່າ; ໄດ້ປະເມີນຄູທີ່ຈະສະໜັກເປັນຄູປະສົບການຂັ້ນໂຮງຮຽນຈໍານວນ 2 ຄົນ; ໄດ້ຈັດຝຶກອົບຮົມແລກປ່ຽນບົດຮຽນກ່ຽວກັບການຮຽນ-ການສອນພາຍໃນສົກຮຽນ 2023-2024, ແພດຈາກສາທາລະນະສຸກເມືອງໄດ້ລົງມາສັກຢາກັນພະຍາດໜາກແດງໃຫ້ນັກຮຽນທີ່ມີອາຍຸ 9 ຫາ 59 ເດືອນ ແລະ ຢອດຢາວິຕາມິນ A ຈໍານວນ 84 ຄົນ; ໄດ້ພາພະນັກງານ ແລະ ຄູໄປທັດສະນະສຶກສາທີ່ເມືອງສັງທອງ; ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດວັນທີ 7 ຕຸລາສະເພາະພາຍໃນໂຮງຮຽນ; ໄດ້ເຂົ້າຮ່ວມຝຶກອົບຮົບສ້າງຄວາມເຂັ້ມແຂງໃຫ້ຜູ້ອໍານວຍການ, ຄູສອນຊັ້ນອະນຸບານທົ່ວເມືອງຈັນທະບູລີ; ເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາທີ່ຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີຈັດຂຶ້ນ; ແຕ່ລະຊັ້ນຮຽນໄດ້ສໍາເລັດໜ່ວຍການຮຽນ-ການສອນປະຈໍາສົກຮຽນ 2023-2024; ພະນັກງານຄູສອນໄດ້ໄປຮຽນເຊື່ອມຕໍ່ຊັ້ນສູງທີ່ວິທະຍາໄລດົງຄໍາຊ້າງໄລຍະພັກສິ້ນປີຮຽນຈໍານວນ 7 ຄົນ; ຮຽນການເງິນ, ການທະນາຄານປະລິນຍາຕີ 1 ຄົນ; ຮຽນເສດທະສາດ ເງິນຕາ ແລະ ການເງິນພາກລັດປະລິນຍາໂທ 1 ຄົນທີ່ມະຫາວິທະຍາໄລແຫ່ງຊາດ; ຮຽນປຸງແຕ່ງອາຫານຊັ້ນກາງ ຈໍານວນ 1 ຄົນທີ່ວິທະຍາໄລເຕັກນິກປາກປ່າສັກ, ປັດຈຸບັນຮຽນຈົບແລ້ວ 4 ຄົນ; ໄດ້ເຂົ້າຮ່ວມກອງປະຊຸມພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ກ່ຽວກັບການຮັບປະກັນການເຂົ້າເຖິງທີ່ເທົ່າທຽມດ້ານການດູແລເດັກ ແລະ ການສຶກສາ ກ່ອນໄວຮຽນ; ໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ກົດໜາຍວ່າດ້ວຍຄົນພິການໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມຈັດຂຶ້ນ ແລະ ວຽກງານອື່ນໆຈໍານວນໜຶ່ງ.

ເດັກນ້ອຍ ກໍຄືຜູ້ໃຫຍ່ໃນອະນາຄົດ ຖ້າເດັກນ້ອຍໄດ້ຮັບການສິດສອນເບິ່ງແຍງທີ່ດີມີລະບຽບວິໃນໄດ້ຄຸນນະພາບເມື່ອເຂົາເຈົ້າໃຫຍ່ຂຶ້ນເປັນຜູ້ໃຫຍ່ໃນອະນາຄົດ ເຂົາເຈົ້າກໍຈະເປັນຜູ້ໃຫຍ່ທີ່ມີທັງປະລິມານ ແລະ ຄຸນນະ ພາບ ຈະກາຍເປັນບຸກຄະລາກອນທີ່ໄດ້ຄຸນນະພາບມີຄວາມຮູ້-ຄວາມສາມາດ ມີຫົວຄິດປະດິດສ້າງ ປະກອບສ່ວນທາງເສດຖະກິດ-ສັງຄົມ ກາຍເປັນບຸກຄະລາກອນທີ່ເຂັ້ມແຂງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ປະກອບສ່ວນຍຸດທະສາດການປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມແນວທາງຂອງພັກ-ລັດ ເຮັດໃຫ້ສັງຄົມ ແລະ ປະເທດຊາດຮັ່ງມີ ແລະ ສີວິໄລເປັນກ້າວໆ.

ຂ່າວ: ບຸນອູ້ມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here