Saturday, July 27, 2024
Homeຂ່າວພາຍໃນVietjet ໄດ້ຮັບລາງວັນ “ສາຍການບິນລາຄາປະຢັດທີ່ດີທີ່ສຸດ” ແລະ “ສາຍການບິນຕົ້ນທຶນຕໍ່າ ທີ່ໃຫ້ບໍລິການດີທີ່ສຸດ” ໃນປີ 2024

Vietjet ໄດ້ຮັບລາງວັນ “ສາຍການບິນລາຄາປະຢັດທີ່ດີທີ່ສຸດ” ແລະ “ສາຍການບິນຕົ້ນທຶນຕໍ່າ ທີ່ໃຫ້ບໍລິການດີທີ່ສຸດ” ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 30 ພຶດສະພາ 2024) – Vietjet ໄດ້ຮັບນາມມະຍົດ “ສາຍການບິນລາຄາປະຢັດທີ່ດີທີ່ສຸດ” ແລະ “ສາຍການບິນຕົ້ນທຶນຕໍ່າ ທີ່ໃຫ້ບໍລິການດີທີ່ສຸດ” ໂດຍ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນທີ່ມີຊື່ສຽງຂອງໂລກ.

ໂດຍໄດ້ໃຫ້ກຽດແກ່ Vietjet ສໍາລັບລາງວັນສາກົນທີ່ສໍາຄັນຫຼາຍປີ, Airline Ratings ຮັບຮູ້ວ່າ Vietjet ເປັນຜູ້ນໍາເລື່ອງປະຢັດລາຄາ, ນະວັດຕະກໍາ, ການບໍລິການທີ່ຫຼາກຫຼາຍ ແລະ ສິ່ງດີໆທີ່ມອບໃຫ້ແກ່ລູກຄ້າ. ສາຍການບິນສືບຕໍ່ຂະຫຍາຍເຮືອບິນ A330s , A321 ແລະ ຂະຫຍາຍເຄືອຂ່າຍການບິນ, ເຮັດໃຫ້ທຸກຄົນສາມາດເຂົ້າເຖິງການເດີນທາງ ທາງອາກາດໄດ້.

ເປັນການນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຈາກລູກຄ້າທົ່ວໂລກ ໂດຍສະເພາະນັກທ່ອງທ່ຽວຈາກປະເທດລາວ. ເມື່ອບໍ່ດົນມານີ້, ບໍລິສັດ Vietjet ໄດ້ຈັດຕັ້ງການຂະຫຍາຍເສັ້ນທາງການບິນໃໝ່ໃນປີນີ້ ທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ພຸດ, ສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງ 1 ຊົ່ວໂມງ 45 ນາທີ. ໄດ້ມອບໂອກາດໃຫ້ນັກທ່ອງທ່ຽວຈາກລາວສູ່ຈຸດໝາຍປາຍທາງ. ນອກຈາກນັ້ນ, Vietjet ຍັງໄດ້ຮັບການຍອມຮັບໃນຖານະຜູ້ລິເລີ່ມການໃຫ້ບໍລິການໃນລາຄາປະຢັັດ ລວມທັງການບໍລິການຊັ້ນທຸລະກິດທີ່ມອບປະສົບການທີ່ດີເລີດໃຫ້ແກ່ຜູ້ໂດຍສານ.

Vietjet ພູມໃຈທີ່ໄດ້ເຊື່ອມຕໍ່ຄວາມສຸກ ໃນລາຄາທີ່ເປັນກັນເອງ ດ້ວຍເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ພ້ອມທັງຮັບປະກັນການບໍລິການທີ່ດີເລີດ ໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ.
ຜູ້ໂດຍສານສາມາດຊີມອາຫານຫວຽດນາມ ແລະ ອາຫານສາກົນທີ່ແຊບຊ້ອຍພິເສດແມ່ນ: ເຝີ, Banh Mi, ກາເຟ ຫວຽດນາມ ແລະ ອື່ນໆ ພ້ອມສາມາດຊື້ສິນຄ້າບໍ່ເສຍພາສີຕະຫຼອດການເດີນທາງ.

Airline Ratings ຍັງໄດ້ໃຫ້ຄະແນນ Vietjet ໃນລະດັບ 7 ດາວ, ເປັນອັນດັບທີ່ສູງທີ່ສຸດກ່ຽວກັບຄວາມປອດໄພດ້ານການບິນໃນໂລກ ແລະ ອັນດັບ 10 ສາຍການບິນທີ່ປອດໄພທີ່ສຸດ ແລະ ລາຄາທີ່ດີທີ່ສຸດໃນໂລກຂອງຫຼາຍປີມານີ້. ພ້ອມທັງເປັນ ‘ Value Airline of the Year’ ‘ ໃນປີ 2022 ໂດຍ Airline Ratings.

Airline Ratings “Airline Excellence Awards” ໄດ້ຈັດຂຶ້ນຕັ້ງແຕ່ປີ 2013, ການປະເມີນຄວາມປອດໄພ ແລະ ຄຸນນະພາບການບໍລິການຂອງສາຍການບິນຫຼາຍກວ່າ 385 ສາຍການບິນທົ່ວໂລກ ເພື່ອເປັນກຽດແກ່ສາຍການບິນທີ່ດີທີ່ສຸດໃນປະເພດທີ່ສຳຄັນຕ່າງໆຂອງອຸດສາຫະກຳ. ສາຍການບິນຊັ້ນນໍາອື່ນໆທີ່ໄດ້ຮັບການຍອມຮັບໃນປີນີ້ລວມມີ Qatar Airways, Emirates, Etihad Airways, Air New Zealand ແລະ ອື່ນໆ.

*ຂໍ້ມູນເພີ່ມເຕີມໄດ້ທີ່ : www.vietjetair.com

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments