Home ຂ່າວໜ້າໜຶ່ງ ລັດຖະບານເອົາໃຈໃສ່ຢ່າງຈົດຈໍ່ ແລະ ສະເໝີຕົ້ນສະເໝີປາຍຕໍ່ການສົ່ງເສີມການປົກປ້ອງສິດທິເດັກ

ລັດຖະບານເອົາໃຈໃສ່ຢ່າງຈົດຈໍ່ ແລະ ສະເໝີຕົ້ນສະເໝີປາຍຕໍ່ການສົ່ງເສີມການປົກປ້ອງສິດທິເດັກ

0

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດຂຶ້ນໃນວັນທີ 30 ພຶດສະພານີ້ ທີ່ສູນການຄ້າລາວໄອເຕັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຄະນະບໍລິຫານງານ ສຊປລ, ມີທ່ານທູດ ແລະ ອົງການຈັດຕັ້ງສາກົນ ແລະ ເຍົາວະຊົນເຂົ້າຮ່ວມ.

ທ່ານ ມອນໄຊ ລາວມົວຊົ່ງ ໄດ້ກ່າວວ່າ: ຈຸດປະສົງການຈັດງານໃນຄັ້ງນີ້ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ແຜນພັດທະນາຊາວໜຸ່ມເຍົາວະຊົນ 5 ປີ ຄັ້ງທີ II; ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນປີ 2021-2030 ໂດຍການສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີສໍາລັບຊາວໜຸ່ມ-ເຍົາວະຊົນ; ເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ເພື່ອເປີດໂອກາດໃຫ້ເຍົາວະຊົນ-ອະນຸຊົນໄດ້ມີເວທີເຄື່ອນໄຫວ ແລະ ສ້າງບັນຍາກາດໃຫ້ມີຄວາມເບີກບານມວນຊື່ນ ທັງເປັນການປູກຈິດສໍານຶກຂອງບັນດາເຍົາວະຊົນ- ອະນຸຊົນໃຫ້ຮູ້ເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ແລະ ປູກຈິດສໍານຶກໃຫ້ເດັກໄດ້ຮຽນຮູ້ເຖິງມູນເຊື້ອປະຫວັດສາດຂອງຊາດຂອງພັກ ແລະ ຜົນງານການເຄື່ອນໄຫວຂອງການນໍາຮຸ່ນກ່ອນສ້າງໃຫ້ເດັກມີຄວາມຮູ້ ຄວາມສາມາດ, ຮັກການອອກແຮງງານ, ຮັກໃນການສຶກສາຄົ້ນຄວ້າຮໍ່າຮຽນ. ມີຄຸນສົມບັດ, ເພື່ອສຶກສາອົບຮົມເຍົາວະຊົນ-ອະນຸຊົນໄດ້ຮູ້ເຖິງເນື້ອໃນຄວາມໝາຍສໍາຄັນຂອງສອງວາລະແຫ່ງຊາດໃຫ້ບັນລຸຜົນເປັນຈິງຕາມເປົ້າໝາຍ ແລະ ເຮັດໃຫ້ເຍົາວະຊົນມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ຮັກເຊື້ອແພງຊາດເປັນແບບຢ່າງນຳໜ້າທຸກຂະບວນການເຄື່ອນໄຫວຂອງວຽກງານເຍົາວະຊົນໃຫ້ຟົດຟື້ນ-ແຂງແຮງ ເປັນການເປີດໂອກາດໃຫ້ເຍົາວະຊົນ-ອະນຸຊົນໄດ້ມີການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນທາງດ້ານການເວົ້າທີ່ມີເນື້ອໃນ, ມີຫຼັກການບ່ອນອີງ ແລະ ກິດຈະກຳຕ່າງໆເພື່ອພັດທະນາຕົນເອງໃຫ້ມີ ຄວາມຮູ້ຄວາມສາມາດກາຍເປັນຜູ້ສືບທອດທີ່ມີຄຸນນະພາບຂອງພັກຂອງຊາດ; ເພື່ອປູກຈິດສໍານຶກໃຫ້ ເຍົາວະຊົນ ຮຸ້ນສືບທອດໄດ້ຮຽນຮູ້ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວໃນແຕ່ລະຍຸກແຕ່ລະສະໄໝໃຫ້ຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄໍເຫັນວ່າ: ພິທີໃນຄັ້ງນີ້ຈະເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕື່ມເຖິງຄວາມໝາຍຄວາມສໍາຄັນຂອງເດັກນ້ອຍ, ຫວັງຢ່າງຍິ່ງວ່າບັນດາທ່ານທີ່ເຂົ້າຮ່ວມງານຄັ້ງນີ້ຈະສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ໃນການສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກ, ເບິ່ງແຍງດູແລ ແລະ ພັດທະນາເດັກວັນນີ້ ໃຫ້ກາຍເປັນຜູ້ໃຫ່ຍທີ່ດີມີຄຸນນະພາບໃນອະນາຄົດພ້ອມທັງໝັ້ນໃຈວ່າການຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນທີ່ 1 ເດືອນ 6 ມີຄວາມໝາຍສໍາຄັນຫຼາຍຂຶ້ນ, ຕະຫຼອດໄລຍະຜ່ານມາສູນກາງພັກ- ລັດຖະບານເຮົາໄດ້ເອົາໃຈໃສ່ຢ່າງຈົດຈໍ່ ແລະ ສະເໝີຕົ້ນສະເໝີປາຍຕໍ່ກັບວຽກງານການສົ່ງເສີມ, ການປົກປ້ອງສິດທິເດັກ, ການຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ສປປ ລາວ ໄດ້ໃຫ້ສັດຕະຍາບັນ ແລະ ເຂົ້າຮ່ວມເປັນພາຄີຂອງສົນທິສັນຍາວ່າດ້ວຍສິດທິເດັກນ້ອຍໃນໂອກາດວັນຄົບຮອບ 33 ປີ ຂອງສົນທິສັນຍາວ່າດ້ວຍສິດທິເດັກ ແລະ ໄດ້ກຳນົດທິດທາງການພັດທະນາເດັກນ້ອຍລາວບັນດາເຜົ່າຮອດປີ 2030. ພັກ, ລັດ ແລະ ທົ່ວສັງຄົມໄດ້ໃຫ້ຄວາມສໍາຄັນເອົາໃຈໃສ່ຕໍ່ເດັກນ້ອຍທີ່ເປັນອະນາຄົດຂອງປະເທດຊາດເປັນຕົ້ນ: ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍເຍົາວະຊົນລາວ ເພື່ອເບິ່ງແຍງດູແລ ແລະ ປົກປ້ອງເດັກຈາກໄພອັນຕະລາຍຕ່າງໆເຊັ່ນ: ການຖືກທາລຸນ, ການໃຊ້ຄວາມຮຸນແຮງ, ການຖືກຂຸດຮີດແຮງງານ, ການຖືກຄຸກຄາມທາງເພດ, ປົກປ້ອງຈາກພະຍາດທີ່ເປັນອັນຕະລາຍຕໍ່ຊີວິດ, ລັດຖະບານຍັງໄດ້ສ້າງໂອກາດໃຫ້ແກ່ເດັກໃນທົ່ວປະເທດ ໄດ້ມີສ່ວນຮ່ວມໃນການເຮັດກິດຈະກຳຕ່າງໆ ໃນສັງຄົມທັງພາຍໃນ ແລະ ຕ່າງປະເທດ ໂດຍຈັດໃຫ້ມີການແລກປ່ຽນຄໍາຄິດເຫັນຊຶ່ງກັນ ແລະ ກັນກ່ຽວກັບບັນຫາທີ່ພົວພັນກັບເດັກນ້ອຍ, ມີການຈັດຕັ້ງທີ່ເປັນຕົວແທນໃນການເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມ ແລະ ນໍາພາ ການເຄື່ອນໄຫວກິດຈະກຳຂອງເດັກນ້ອຍລາວ ໂດຍສະເພາະຜ່ານກິດຈະກຳ ຂອງຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ ແລະ ການຈັດຕັ້ງສັງຄົມອື່ນໆ. ທັງໝົດນັ້ນໄດ້ສະແດງເຖິງ ພັກ ແລະ ລັດຖະບານຂອງ ພວກເຮົາໄດ້ມີແນວທາງນະໂຍບາຍອັນຖືກຕ້ອງສິດຜົນປະໂຫຍດຂອງແມ່ ແລະ ເດັກຕະຫຼອດມາ.

(ຂ່າວ-ພາບ: ບຸນອູ້ມ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version