Sunday, September 8, 2024
Homeຂ່າວຕ່າງປະເທດທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີເອຢິບ

ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີເອຢິບ

ຂ່າວສານຊີອາໄອລາຍງານໃນວັນທີ 29 ພຶດສະພາ ຜ່ານມາວ່າ: ຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບ ທ່ານ ອັບເດວ ຟາດຕາ ອານ-ຊີຊີ ປະທານາທິບໍດີເອຢິບ ທີ່ເດີນທາງເຂົ້າຮ່ວມພິທີເປີດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງກອງປະຊຸມເວທີປຶກສາຫາລືການຮ່ວມມືຈີນ-ປະເທດອາຣັບ ແລະ ຢ້ຽມຢາມຈີນທາງລັດຖະກິດ.

ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຈີນພວມຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນຢ່າງຮອບດ້ານ, ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນ-ເອຢິບ ພົບກັບກາລະໂອກາດປະຫວັດສາດ. ສອງຝ່າຍຄວນສືບຕໍ່ຢຶດໝັ້ນສະໜັບສະ ໜູນຊຶ່ງກັນ ແລະ ກັນ, ຊຸກຍູ້ການພັດທະນາຮ່ວມກັນ. ຈີນຍິນດີຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຮ່ວມມືໃນຂົງເຂດດັ່ງເດີມ ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ອຸດສາຫະກຳ, ພະລັງງານໄຟຟ້າ ແລະ ກະສິກຳ ກັບ ເອຢິບ, ເປີດກວ້າງການຮ່ວມມືໃນຂົງເຂດຈະເລີນໃໝ່ຕ່າງໆ ເຊັ່ນ: ການແພດ ແລະ ສາທາລະສະສຸກ, ຂໍ້ມູນຂ່າວສານ ແລະ ໂທລະຄົມ, ພະລັງງານໝູນວຽນ ແລະ ອື່ນໆ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນ, ສົ່ງເສີມໃຫ້ວິສາຫະກິດຈີນໄປລົງທຶນຢູ່ເອຢິບຫຼາຍກວ່າເກົ່າ. ຈີນກໍຍິນດີຮ່ວມກັບບັນດາປະເທດສະມາຊິກກອງປະຊຸມເວທີປຶກສາຫາລືການຮ່ວມມືຈີນ – ອາຟຣິກາ ຊຶ່ງລວມທັງເອຢິບ, ເສີມຂະຫຍາຍຈິດໃຈຮ່ວມມືຖານໄມຕີຈິດມິດຕະພາບລະຫວ່າງຈີນ-ອາຟຣິກາ, ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ອາຟຣິກາ ທີ່ມີລະດັບສູງ.

ທ່ານ ອັບເດວ ຟາດຕາ ອານ-ຊີຊີ ກ່າວວ່າ: ເອຢິບ ຄອງຄອຍລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບຈີນຕື່ມອີກ, ພະຍາຍາມຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ເອຢິບຢຶດໝັ້ນສະໜັບສະໜູນຫຼັກໝັ້ນຂອງຈີນໃນບັນຫາຜົນປະໂຫຍດແກນກາງຕ່າງໆ ເຊັ່ນ: ສິດທິມະນຸດ, ເອຢິບສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມທົ່ວໂລກຕ່າງໆ ທີ່ສະເໜີໂດຍທ່ານສີຈິ້ນຜິງ, ຍິນດີຮັດແໜ້ນການປະສານງານຫຼາຍຝ່າຍກັບຈີນ, ປະກອບສ່ວນຢ່າງຕັ້ງໜ້າ ເພື່ອພາລະກິດສັນຕິພາບ ແລະ ຄວາມກ້າວໜ້າຂອງໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments