Saturday, July 27, 2024
Homeຂ່າວໜ້າໜຶ່ງສປປ ລາວ ກຽມຄວາມພ້ອມເປັນເຈົ້າພາບກອງປະຊຸມໄອປາ ຄັ້ງທີ 45

ສປປ ລາວ ກຽມຄວາມພ້ອມເປັນເຈົ້າພາບກອງປະຊຸມໄອປາ ຄັ້ງທີ 45

ທ່ານ ສັນຍາ ປະເສີດ ປະທານກຳມາທິການການຕ່າງປະເທດ ຫົວໜ້າອະນຸກຳມະການກອງເລຂາແຫ່ງຊາດ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ໃນວັນທີ 29 ພຶດສະພາ ນີ້ ທີ່ສະພາແຫ່ງຊາດ ວ່າ: ສປປ ລາວ ກະກຽມຄວາມພ້ອມ ໃນການເປັນເຈົ້າພາບຈັດກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາ ຊຽນ (AIPA) ຄັ້ງທີ 45; ຕັ້ງແຕ່ກອງປະຊຸມໃຫຍ່ AIPA ຄັ້ງທີ 44 ໃນປີຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຮັບເອົາການເປັນປະທານ AIPA ຄັ້ງທີ 45 ຕໍ່ຈາກອິນໂດເນເຊຍຢ່າງເປັນທາງການ, ກຳມາທິການການຕ່າງປະເທດ ກໍໄດ້ມີການຄົ້ນຄວ້າ ແລະ ສ້າງແຜນກະກຽມເປັນເຈົ້າພາບ ເພື່ອສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ພິຈາລະນາແຕ່ງຕັ້ງຄະນະກຳມະການຊີ້ນຳລະດັບຊາດ ແລະ ອະນຸກຳມະການຕ່າງໆຂຶ້ນ ເພື່ອກະກຽມ ແລະ ດຳເນີນການເປັນເຈົ້າພາບກອງປະຊຸມໃຫຍ່ໄອປາ ຄັ້ງທີ 45 ໂດຍມີອະນຸກຳມະການຕ່າງໆ.

ມາຮອດປັດຈຸບັນ ມີບາງກິດຈະກຳທີ່ໄດ້ເຮັດສຳເລັດແລ້ວ ເຊັ່ນ: 1) ກອງປະຊຸມຄະນະສະເພາະກິດຂອງໄອປາເພື່ອປຶກສາຫາລືກ່ຽວກັບການສ້າງຄູ່ມືການພົວພັນລະຫວ່າງໄອປາກັບພາຍນອກ ແລະ ການສ້າງຫ້ອງສະໝຸດກົດໝາຍດີຈີຕອນຂອງໄອປາ; 2) ກອງປະຊຸມສຳມະນາຂອງສະມາຊິກລັດຖະສະພາເພດຍິງໄອປາ (WAIPA) ຄັ້ງທີ 2 ແລະ ກອງປະຊຸມຄະນະປະສານງານໄວປາ; 3) ກອງປະຊຸມຮ່ວມກັນລະຫວ່າງ AIPA-FAO-IISD ຄັ້ງທີ 1 ກ່ຽວກັບການຈັດຕັ້ງປະຕິບັດຄູ່ມືການຂອງອາຊຽນໃນການສົ່ງເສີມການລົງທຶນຢ່າງມີປະສິດທິພາບໃນຂະແໜງອາຫານ, ກະສິກກຳ ແລະ ປ່າໄມ້. ໂດຍຜົນຂອງກອງປະຊຸມຕ່າງໆທີ່ກ່າວມານີ້ ໄດ້ກະກຽມເພື່ອນຳໄປລາຍງານ ແລະ ຮັບຮອງເອົາ ໃນກອງປະຊຸມໃຫຍ່ໄອປາ ຄັ້ງທີ 45 ທີ່ຈະຈັດຂຶ້ນ ທີ່ ສປປ ລາວ, ໃນທ້າຍເດືອນຕຸລານີ້. ນອກຈາກນັ້ນ, ພວມຂຸ້ນຂ້ຽວກະກຽມຈັດກິດຈະກຳ ແລະ ກອງປະຊຸມຕ່າງໆໃນກອບໄອປາອີກຫຼາຍກອງປະຊຸມ ໃຫ້ສຳເລັດຕາມແຜນການໃນປີ2024 ເຊັ່ນ: 1) ກອງປະຊຸມສະພາທີ່ປຶກສາໄອປາ ກ່ຽວກັບໄພອັັນຕະລາຍຂອງຢາເສບຕິດ(AIPACODD) ຄັ້ງທີ 7; 2) ກອງປະຊຸມຮ່ວມກັນລະຫວ່າງ AIPA-FAO-IISD ຄັ້ງທີ 2 ກ່ຽວກັບການຈັດຕັ້ງປະຕິບັດຄູ່ມືຂອງອາຊຽນ ໃນການສົ່ງເສີມການລົງທຶນຢ່າງມີປະສິດທິພາບ ໃນຂະແໜງອາຫານ, ກະສິກກຳ ແລະ ປ່າໄມ້; 3) ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ (YPA); 4) ກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ແລະ ຜູ້ນຳອາຊຽນ ຊຶ່ງຈະຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມໃຫຍ່ AIPA ຄັ້ງທີ 45 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 18-24 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ.

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ມີຫົວຂໍ້ ແລະ ມີເນື້ອໃນສໍາຄັນຫຼາຍ, ເພື່ອໃຫ້ສອດຄ່ອງກັບວິໄສທັດ ແລະ ເປົ້າໝາຍ ຂອງແຜນແມ່ບົດປະຊາຄົມອາຊຽນທັງເປັນການເພີ່ມທະວີການຈັດຕັ້ງປະຕິບັດນະໂຍບາຍການພັດທະນາ ຂອງ ສປປ ລາວ ທີ່ຈະຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດທາງຜ່ານ ແລະ ເຊື່ອມຈອດກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ສະພາແຫ່ງຊາດລາວ ໃນນາມເປັນປະທານໄອປາ ຄັ້ງທີ 45 ໃນປີ 2024 ຈຶ່ງໄດ້ຖືໂອກາດນີ້ ເພີ່ມທະວີບົດບາດຂອງຕົນ ໃນການຮ່ວມມືກັບລັດຖະສະພາສະມາຊິກໄອປາ ເພື່ອຊຸກຍູ້ສົ່ງເສີມວຽກງານດັ່ງກ່າວ. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ກຳນົດຫົວຂໍ້ການເປັນປະທານໄອປາ ຄື: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ຊຶ່ງພາຍໃຕ້ຫົວຂໍ້ດັ່ງກ່າວນີ້, ຄະນະຜູ້ແທນກອງປະຊຸມຈະໄດ້ຮ່ວມກັນປາໄສໃນກອງປະຊຸມໃຫຍ່ຄົບຄະນະ ແລະ ໃນກອງປະຊຸມກຳມາທິການວຽກງານຕ່າງໆ ກໍຈະໄດ້ລົງເລິກປຶກສາຫາລື ແລະ ຮ່ວມກັນພິຈາລະນາຮັບຮອງເອົາມະຕິຕ່າງໆ ຕາມຂົງເຂດວຽກງານທີ່ກ່ຽວຂ້ອງ ເຊັ່ນ: ຂົງເຂດວຽກງານການເມືອງ, ວຽກງານເສດຖະກິດ, ວຽກງານສັງຄົມ, ວຽກງານ ສສຊ ເພດຍິງ ແລະ ວຽກງານ ສສຊ ໜຸ່ມ ໄອປາ.

ນອກຈາກນັ້ນ, ໃນກອງປະຊຸມປິ່ນອ້ອມຕ່າງໆ ຍັງໄດ້ກຳນົດຫົວຂໍ້ ເພື່ອໃຫ້ຄະນະຜູ້ແທນລົງເລິກປຶກສາຫາລືກັນຕື່ມອີກ ເຊັ່ນ:

ກຳມາທິການວຽກງານ ສສຊ ເພດຍິງ ພາຍໃຕ້ຫົວຂໍ້: ສົ່ງເສີມລັດຖະສະພາທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອປະຊາຄົມອາຊຽນທີ່ເຂັ້ມແຂງ, ເຊື່ອມຈອດ ແລະ ກວມລວມ;

ກຳມາທິການວຽກງານ ສສຊ ໜຸ່ມໄອປາ ພາຍໃຕ້ຫົວຂໍ້: ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ໜຸ່ມ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນທີ່​ປອດ​ໄພ, ເຂັ້ມແຂງ​ ແລະ ກວມລວມ;

ກອງປະຊຸມພົບປະກັບຄູ່ຮ່ວມເຈລະຈາໄອປາ 23 ປະເທດພາຍໃຕ້ຫົວຂໍ້: ການ​ຮ່ວມ​ມື​ລັດຖະສະພາເພື່ອ​​ກ້າວສູ່ການ​ເຊື່ອມ​ໂຍງ ​​​ແລະ ການ​ເຕີບໂຕແບບກວມລວມ;

ກອງປະຊຸມປຶກສາຫາລືລະຫວ່າງເລຂາທິການໃຫຍ່ໄອປາ-ອາຊຽນ ພາຍໃຕ້ຫົວຂໍ້: ເພີ່ມ​ທະວີ​ການການ​ພົວພັນປະສານງານ ​ແລະ ການ​ປຶກສາ​ຫາລື​ລະຫວ່າງໄອປາ-ອາຊຽນ;

ກອງປະຊຸມສະພາທີ່ປຶກສາຂອງໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 7 (The 7th AIPACOOD): ເພີ່ມທະວີບົດບາດຂອງລັດຖະສະພາ ໃນການຮ່ວມມື ເພື່ອແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ອາຊຽນປອດຢາເສບຕິດ ຢ່າງເປັນຮູບປະທຳ.

ທ່ານ ສັນຍາ ປະເສີດ ກ່າວຕື່ມວ່າ: ປັດຈຸບັນ ບັນດາປະເທດສະມາຊິກອາຊຽນພວກເຮົາ ກໍາລັງພ້ອມກັນສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ກໍຄືແຜນແມ່ບົດວ່າດ້ວຍການເຊື່ອມຈອດ 2025 ແລະ ແຜນປະຕິບັດງານ ວ່າດ້ວຍການເຊື່ອມໂຍງອາຊຽນ ຊຶ່ງຂ້າພະເຈົ້າ ຫວັງວ່າກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ນີ້ ຈະເປັນໂອກາດດີໃຫ້ແກ່ຜູ້ແທນລັດຖະສະພາສະມາຊິກໄອປາ ໄດ້ສະແດງຄວາມຄິດຄວາມເຫັນ ແລະ ແລກປ່ຽນທັດສະນະຂອງຕົນຢ່າງກົງໄປກົງມາ ເພື່ອຊຸກຍູ້ໃຫ້ວຽກງານດັ່ງກ່າວນັ້ນ ມີຜົນສໍາເລັດຕາມຄາດໝາຍທຸກປະການ. ນອກຈາກນັ້ນ, ພາຍໃຕ້ຫົວຂໍ້ກອງປະຊຸມໃຫຍ່ ທີ່ວ່າ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງ ອາຊຽນ”. ຂ້າພະເຈົ້າເຊື່ອໝັ້ນວ່າ ຈະເປັນການເພີ່ມທະວິບົດບາດຂອງລັດຖະສະພາໄອປາ ໃນການຊຸກຍູ້ສົ່ງເສີມຄວາມພະຍາຍາມຂອງອາຊຽນ ໃຫ້ກ້າວໄປສູ່ປະຊາຄົມທີ່ມີຄວາມສາມັກຄີ, ກວມລວມ, ເຂັ້ມແຂງ ແລະ ເຊື່ອມໂຍງ-ເຊື່ອມຈອດ ເປັນຕົ້ນແມ່ນທາງດ້ານການຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ ແລະ ອື່ນໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການຜະລິດ, ການບໍລິການ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນອາຊຽນ, ພ້ອມທັງການເຊື່ອມໂຍງທາງດ້ານເສດຖະກິດພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບພາກພື້ນອື່ນ ເພື່ອເຮັດໃຫ້ເສດຖະກິດອາຊຽນມີຄວາມເຂັ້ມແຂງ, ມີການພັດທະນາທີ່ເທົ່າທຽມກັນ, ຮັດແຄບຄວາມແຕກໂຕນຂອງລະດັບການພັດທະ ນາ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ ໂດຍບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ.

ຂ້າພະເຈົ້າ ໃນນາມສະມາຊິກສະພາແຫ່ງຊາດ ແລະ ໃນນາມສ່ວນຕົວ, ຂໍຖືໂອກາດນີ້ແຈ້ງໃຫ້ພໍ່, ແມ່,ປະຊາຊົນໄດ້ຊາບທົ່ວເຖິງກັນວ່າ: ພວກເຮົາສະພາແຫ່ງຊາດ ຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ຈະພະຍາຍາມຢ່າງສຸດຄວາມສາມາດ ໃນການເຮັດໜ້າທີ່ການເປັນປະທານໄອປາ ຄັ້ງທີ 45 ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນສຳເລັດຢ່າງຈົບງາມ, ໂດຍການຖືເອົາໂອກາດດັ່ງກ່າວນີ້ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ໃນກອບການຮ່ວມມືອາຊຽນ ແລະ ການຮ່ວມມືຂອງອາຊຽນກັບປະເທດອື່ນໆ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກຮ່ວມກັນ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ນຳເອົາຜົນປະໂຫຍດສູງສຸດ ພາຍໃຕ້ກອບການຮ່ວມມືອາຊຽນ ມາສູ່ປະຊາຊົນລາວບັດດາເຜົ່າຢ່າງທົ່ວເຖິງ ແລະ ເທົ່າທຽມ. ຂ້າພະເຈົ້າຂໍອວຍພອນໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສຸຂະພະລານາໄມແຂງແຮງ, ມີຄວາມຜາສຸກ ແລະ ຂໍໃຫ້ພວກເຮົາຮ່ວມແຮງຮ່ວມໃຈກັນ ເປັນເຈົ້າພາບທີ່ດີ ໃນການຈັດກອງປະຊຸມໄອປາ ກໍຄື ກອງປະຊຸມຕ່າງໆ ຂອງອາຊຽນ ຕະຫຼອດໄລຍະປີ 2024 ປະສົບຜົນສຳເລັດຢ່າງຈົບງາມ.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments