Saturday, July 27, 2024
Homeຂ່າວຕ່າງປະເທດ5 ເດືອນຕົ້ນປີ ເສດຖະກິດຫວຽດນາມ ມີຫຼາຍຈຸດພົ້ນເດັ່ນ

5 ເດືອນຕົ້ນປີ ເສດຖະກິດຫວຽດນາມ ມີຫຼາຍຈຸດພົ້ນເດັ່ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ພຶດສະພາ ຜ່ານມາ ຢູ່ຮ່າໂນ້ຍ, ກົມໃຫຍ່ສະຖະຕິ ຫວຽດນາມ ປະກາດບົດລາຍງານເສດຖະກິດ – ສັງຄົມ ປະຈຳເດືອນພຶດສະພາ ແລະ 5 ເດືອນຕົ້ນປີ. ຫຼາຍຈຸດພົ້ນເດັ່ນຂອງເສດຖະກິດ ຫວຽດນາມ ຈະສ້າງປະຖົມປັດໄຈ ໃຫ້ແກ່ການເຕີບໂຕໃນຊຸມເດືອນທີ່ຍັງເຫຼືອຂອງປີນີ້.

ຂ່າວລະບຸວ່າ: ການຜະລິດອຸດສາຫະກຳໃນເດືອນພຶດສະພາ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າເມື່ອທຽບໃສ່ກັບເດືອນເມສາ. ໂຕເລກການຜະລິດທົ່ວຂະແໜງອຸດສາຫະກຳໃນເດືອນພຶດສະພາ ຄາດວ່າຈະເພີ່ມຂຶ້ນ 3,9% ເມື່ອທຽບໃສ່ເດືອນເມສາ ແລະ ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ໄລ່ລວມ 5 ເດືອນຕົ້ນປີ 2024, ໂຕເລກການຜະລິດທົ່ວຂະແໜງອຸດສາຫະກຳເພີ່ມຂຶ້ນ 6,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໂຕເລກນີ້ເພີ່ມຂຶ້ນຢູ່ 55/63 ທ້ອງຖິ່ນໃນທົ່ວປະເທດ. ທ່ານ ຫງວຽນມິງຟອງ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ: ຈຸດຕັ້ງໜ້າແມ່ນບັນດາໃບສັ່ງຊື້ສິນຄ້າຂອງຂະແໜງອຸດສາຫະກຳຄື: ຕ່ຳແຜ່ນຕັດຫຍິບ, ເກີບໜັງ ເພີ່ມຂຶ້ນ, ພ້ອມທັງບັນດາຂະແໜງອຸດສາຫະກຳໃນປີກ່ອນປະສົບກັບຄວາມຫຍຸ້ງຍາກກ່ຽວກັບຕະຫຼາດ ສ່ວນໃນປີນີ້ກໍດີຂຶ້ນຫຼາຍ. ຈຸດຕັ້ງໜ້າອີກຢ່າງໜຶ່ງນັ້ນແມ່ນຂົງເຂດການທ່ອງທ່ຽວ ແລະ ການລົງທຶນຈາກຕ່າງປະເທດມີການເຕີບໂຕຢ່າງແຂງແຮງ, ສ້າງກຳລັງເພີ່ມເຕີມທີ່ດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments