Saturday, July 27, 2024
Homeຂ່າວພາຍໃນຕຳຫຼວດອາຊຽນ ຮ່ວມກັນປຶກສາຫາລືກ່ຽວກັບນິຕິວິທະຍາ ຄັ້ງທີ 6

ຕຳຫຼວດອາຊຽນ ຮ່ວມກັນປຶກສາຫາລືກ່ຽວກັບນິຕິວິທະຍາ ຄັ້ງທີ 6

ກອງປະຊຸມນິຕິວິທະຍາຕຳຫຼວດອາຊຽນ ຄັ້ງທີ 6 ໄຂຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ ສປປ ລາວ, ໃນວັນທີ 28 ພຶດສະພາ 2024, ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ວັນເພັງ ພົມມີໄຊ ຮອງຫົວໜ້າກົມຕຳຫຼວດສາກົນ ແລະ ທ່ານ ສິດພັນ ຫົວໜ້າກົມນິຕິວິທະຍາ DNA ກໍາລັງຕຳຫຼວດ ສາທາລະນະລັດ ສະຫະພາບມຽນມາ.

ພົຈວ ລັດສະໝີ ໄຊຍະຄໍາ ກ່າວເປີດກອງປະຊຸມວ່າ: ກອງປະຊຸມວຽກງານນິຕິວິທະຍາຕໍາຫຼວດອາຊຽນ ເປັນກອງປະຊຸມໜຶ່ງທີ່ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເພື່ອເປັນການສົ່ງເສີມການຮ່ວມມືໃນຂົງເຂດວຽກງານຕ້ານອາຊະຍາກຳຂ້າມຊາດ ໂດຍການນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານສືບສວນ-ສອບສວນ, ເກັບກຳຂໍ້ມູນຫຼັກຖານ, ລະບຸຕົວຜູ້ຖືກເຄາະຮ້າຍຈາກໄພພິບັດ, ການສືບສວນ – ສອບສວນສະຖານທີ່ເກີດເຫດ ແລະ ການສ້າງກົນໄກປະສານງານ ແລະ ສື່ສານໃນກໍລະນີເກີດເຫດການສຸກເສີນ.

ພ້ອມນີ້, ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ, ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານນິຕິວິທະຍາ ເປັນຕົ້ນທົບທວນຄືນຄວາມຄືບໜ້າກ່ຽວກັບ ບົດບັນທຶກກອງປະຊຸມນິຕິວິທະຍາ ຕຳຫຼວດອາຊຽນ ຄັ້ງທີ 5, ປຶກສາຫາລືກ່ຽວກັບແຜນການໃນຕໍ່ໜ້າ ພາຍຫຼັງທີ່ໄດ້ຮັບຮອງເອົາພາລະບົດບາດ ແລະ ຄູ່ມືຂອງຄະນະກຳມະການດ້ານການລະບຸຕົວຜູ້ຖືກເຄາະຮ້າຍຈາກໄພພິບັດ ແລະ ການສືບສວນ-ສອບສວນ ສະຖານທີ່ເກີດເຫດໃນກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ອານຸສັນຍາວ່າດ້ວຍການປະສານງານ ກໍລະນີເກີດເຫດການສຸກເສີນ ແລະ ຮ່ວມມືໃນແລກປ່ຽນກ່ຽວກັບກົນໄກຂອງແຕ່ລະປະເທດໃນການຮັບມື ແລະ ຊ່ວຍເຫຼືອກໍລະນີມີເຫດການໄພພິບັດທີ່ເກີດ ຂຶ້ນຢູ່ຕ່າງປະເທດ.

ກອງປະຊຸມຄັ້ງນີ້, ບັນດາປະເທດສະມາຊິກ ໄດ້ຮ່ວມກັນປຶກ ສາຫາລື ເພື່ອຮ່າງບົດບັນທຶກກອງປະຊຸມ ແລະ ເຊັນຮັບຮອງ ເພື່ອນໍາສະເໜີບັນຫາຕ່າງໆຕໍ່ກອງປະຊຸມ ຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 42 ທີ່ປະເທດ ມຽນມາ.

ຂ່າວ: ບຸນພະຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments