Home ຂ່າວໜ້າໜຶ່ງ ກອງປະຊຸມເວທີສາກົນ ເພື່ອໂຄສະນາການທ່ອງທ່ຽວລາວ ຫລື International Seminar on Lao Tourism Promotion

ກອງປະຊຸມເວທີສາກົນ ເພື່ອໂຄສະນາການທ່ອງທ່ຽວລາວ ຫລື International Seminar on Lao Tourism Promotion

0

ກອງປະຊຸມເວທີສາກົນ ເພື່ອໂຄສະນາການທ່ອງທ່ຽວລາວ ຫລື International Seminar on Lao Tourism Promotion ຈັດຂຶ້ນຢ່າງເປັນທາງການໃນວັນທີ 29 ພຶດສະພາ 2024 ທີ່ໂຮງແຮມພິມມະຈັນ ເມືອງໄຊ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງ ຖວທ ມີຄະນະພະແນກ ຖວທ ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ, ບັນດາສື່ມວນຊົນພາຍໃນ ແລະ ສາກົນ ຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງແຮມ, ແຫຼ່ງທ່ອງທ່ຽວ, ຮ້ານອາຫານ ແລະ ທຸລະກິດປິ່ນອ້ອມເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ກ່າວວ່າ: ກອງປະຊຸມເວທີສາກົນ ເພື່ອໂຄສະນາການທ່ອງທ່ຽວລາວ ໃນຄັ້ງນີ້ ເປັນໂອກາດທີ່ດີ ເພື່ອລະດົມແນວຄວາມຄິດຈາກບັນດາສື່ມວນຊົນ ພາຍໃນ ແລະສາກົນ, ຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງແຮມ, ແຫຼ່ງທ່ອງທ່ຽວ, ຮ້ານອາຫານ ແລະ ທຸລະກິດປິ່ນອ້ອມ ເພື່ອແລກປ່ຽນຂໍ້ມູນຂ່າວສານ ຊອກຫາວິທີການທີ່ເປັນພື້ນຖານ ແນໃສ່ຍົກລະດັບຄຸນນະພາບການໂຄສະນາຜະລິດຕະພັນທ່ອງທ່ຽວລາວ, ບັນດາລາຍການທ່ອງທ່ຽວໃຫ້ເເທດເໝາະກັບສະພາບການຂະຫຍາຍໂຕ ຂອງຕະຫຼາດທ່ອງທ່ຽວ ຢູ່ພາກພື້ນ ແລະ ສາກົນ; ສ່ອງແສງໃຫ້ເຫັນຄວາມເປັນຈິງຂອງການພັດທະນາການທ່ອງທ່ຽວລາວ ເພື່ອດຶງດູດໃຫ້ນັກທ່ອງທ່ຽວພາຍໃນ ແລະ ສາກົນ ທີ່ເດີນທາງມາທ່ຽວມີຄວາມສະດວກສະບາຍ ພ້ອມດຽວກັນນັ້ນຍັງເປັນການປະກອບສ່ວນໃຫ້ແກ່ການສ້າງຄວາມເຂັ້ມແຂງ, ການສ້າງລາຍຮັບ, ການມີສ່ວນຮ່ວມຂອງທຸກພາກສ່ວນໃນການພັດທະນາເສດຖະກິດສັງຄົມ ເວົ້າລວມ ແລະ ເວົ້າສະເພາະຂະແໜງການທ່ອງທ່ຽວ.

ທ່ານ ໂພສີ ແກ້ວມະນີວົງ ຍົກໃຫ້ເຫັນຕື່ມວ່າ: ສໍາລັບປີ 2024 ນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສົມທົບກັບພະແນກ ຖວທ ນະຄອນຫຼວງ, ພະແນກ ຖວທ ຂອບເຂດທົ່ວປະເທດ ກຳນົດກິດຈະກຳການທ່ອງທ່ຽວ 79 ລາຍ ການ ໃນນີ້ 14 ລາຍການໃນລະດັບຊາດ ແລະ 65 ລາຍການລະດັບທ້ອງຖິ່ນ ແລະ ໄດ້ຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວປີ 2024 ເພື່ອໃຫ້ນັກທ່ອງທ່ຽວ ພາຍໃນ ແລະ ສາກົນ ໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ແລະ ຈັດເວລາທີ່ເໝາະສົມ ເພື່ອເດີນທາງມາທ່ຽວ.

ຜ່ານການຈັດຕັ້ງປະຕິບັດ ກິດຈະກຳທ່ອງທ່ຽວໃນໄລຍະ 3 ເດືອນຕົ້ນປີ 2024 ລາວໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 1,3 ລ້ານເທື່ອຄົນ ເພີ່ມຂຶ້ນ 36% ທຽບໃສ່ເວລາດຽວກັນຂອງປີ 2023 ແລະ ຄາດຄະເນວ່າຮອດທ້າຍປີ 2024 ຈະບັນລຸໄດ້ເຖິງ 3,9 ລ້ານເທື່ອຄົນ. ຄຽງຄູ່ກັບວຽກງານຂະແໜງການທ່ອງທ່ຽວ, ວຽກງານສື່ມວນຊົນ ກໍ່ໄດ້ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນສໍາເລັດເປັນຢ່າງດີ, ເປັນກະບອກສຽງໃຫ້ເເກ່ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍເເຜ່ແນວທາງ ນະໂຍບາຍຂອງພັກ ແລະ ຜົນສໍາເລັດໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ ໃຫ້ສັງຄົມລາວໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ພ້ອມດຽວກັນນັ້ນຍັງໄດ້ເປັນກຳລັງເເຮງທີ່ສໍາຄັນ ໃນການໂຄສະນາບັນດາແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດ ເເລະ ກະສິກຳ ຢ່າງຕໍ່ເນື່ອງ ເພື່ອຕອບສະໜອງໃຫ້ແກ່ການຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວ 2024.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version