Sunday, September 8, 2024
Homeຂ່າວໜ້າໜຶ່ງພົບຈອມເກດພະເຈົ້າອົງໃຫຍ່ ທີ່ດອນເຜິ້ງຄຳ

ພົບຈອມເກດພະເຈົ້າອົງໃຫຍ່ ທີ່ດອນເຜິ້ງຄຳ

ໃນເວລາ 12:00 ໂມງ ວັນທີ 21 ພຶດສະພາ 2024 ທິມງານຂຸດຄົ້ນໄດ້ຂຸດພົບຈອມເກດພະເຈົ້າອົງໃຫຍ່ຢ່າງໜ້າອັດສະຈັນ ທີ່ຫາກໍ່ຂຸດພົບ ໃນວັນທີ 16 ພຶດສະພາ 2024 ທີ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈອມເກດມີຄວາມສູງ 59 cm.

ສໍາລັບ ວັນທີ 22 ພຶດສະພາ 2024 ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 6 ເພັງ ຈະມີພິທີອັນເຊີນພຣະເຈົ້າອົງໃຫ່ຍຈາກສາລາບ່ອນປະທັບຊົ່ວຄາວແຄມນ້ຳຂອງທີ່ດອນເຜິ້ງຄຳ ຂຶ້ນໄປປະດິດສະຖານທີ່ວັດທອງທິບ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ຂໍ້ມູນຈາກ: ທ່ານ ທອງລິດ ຫລວງໂຄດ ຮອງຫົວໜ້າກົມມໍລະດົກ ກະຊວງ ຖວທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments