Saturday, July 27, 2024
Homeຂ່າວໜ້າໜຶ່ງການເຂົ້າຢ້ຽມຂ່ຳນັບຂອງທ່ານ ວະລາດີມີ້ ບາຣ່າວິກໂກບ (Uladzimir Baravikou), ເອກອັກຄະລັດຖະທູດ ແຫ່ງ ສາທານະລັດ ເບລາຣຸດຊີ ປະຈຳ ສປປ ລາວ

ການເຂົ້າຢ້ຽມຂ່ຳນັບຂອງທ່ານ ວະລາດີມີ້ ບາຣ່າວິກໂກບ (Uladzimir Baravikou), ເອກອັກຄະລັດຖະທູດ ແຫ່ງ ສາທານະລັດ ເບລາຣຸດຊີ ປະຈຳ ສປປ ລາວ

ໃນວັນທີ 21 ພຶດສະພາ 2024 ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ  ທ່ານ ວະລາດີມີ້ ບາຣ່າວິກໂກບ(Uladzimir Baravikou), ເອກອັກຄະລັດຖະທູດ ແຫ່ງ ສາທານະລັດ ເບລາຣຸດຊີ ປະຈຳ ສປປ ລາວ ເຊິ່ງມີສໍານັກງານສະຖານເອກອັກຄະຣາຊະທູດ ຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.

ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ກັບສາຍພົວພັນຮ່ວມມືສອງຝ່າຍ ລາວ-ເບລາຣຸດຊີ ເຫັນວ່າມີຜົນສໍາເລັດຫຼາຍດ້ານໃນໄລຍະຜ່ານມາ ເປັນຕົ້ນ: ການຮ່ວມມືໃນຂົງເຂດຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຊິ່ງພົ້ນເດັ່ນ ແມ່ນສອງຝ່າຍໄດ້ຮ່ວມກັນຈັດຕັ້ງງານສັບປະວັດທະນະທໍາລາວ ຢູ່ເບລາຣຸດຊີ ປີ 2015 ແລະ ງານສັບປະດາວັດທະນະທໍາເບລາຣຸດຊີ ຢູ່ ສປປ ລາວ ປີ 2016.

ພ້ອມດຽວກັນທ່ານທູດກໍ່ໄດ້ແຈ້ງຈຸດປະສົງ ເພື່ອແລກປ່ຽນກັບທ່ານລັດຖະມົນຕີໃນຄັ້ງນີ້ ເປັນຕົ້ນ: ການສ້າງບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວັດທະນະທໍາ, ການຈັດງານສັບປະດາວັດທະນະທໍາເບລາຣຸດຊີ ຢູ່ ສປປ ລາວ ແລະ ງານສັບປະດາວັດທະນະທໍາລາວ ຢູ່ ເບລາຣຸດຊີ  ໃນປີ 2025 ລວມທັງແຜນການຮ່ວມມືໃນຂົງເຂດຖະແຫຼງຂ່າວ ແລະ ທ່ອງທ່ຽວ ຂອງສອງປະເທດ.

ສຸດທ້າຍນີ້ ທັງສອງຝ່າຍແມ່ນເຫັນດີເປັນເອກະພາບຕໍ່ກັບການປຶກສາຫາລືການພົບປະແລກປ່ຽນໃນຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ລາວ-ເບລາຣຸດຊີ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments