Saturday, July 27, 2024
Homeຂ່າວພາຍໃນກະຊວງການຕ່າງປະເທດ ສະຫລຸບວຽກງານຊາວໜຸ່ມ ປະຈໍາປີ 2023

ກະຊວງການຕ່າງປະເທດ ສະຫລຸບວຽກງານຊາວໜຸ່ມ ປະຈໍາປີ 2023

ກະຊວງການຕ່າງປະເທດ ຈັດກອງປະຊຸມສະຫລຸບວຽກງານຊາວໜຸ່ມ ປະຈໍາປີ 2023 ແລະ ກໍານົດທິດທາງແຜນການປີ 2024 ໃນວັນທີ 21 ພຶດສະພາ 2024 ໂດຍການເປັນປະທານ ຂອງ ສະຫາຍ ຕິ່ງ ສຸກສັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ມີຄະນະພັກກະຊວງ, ເລຂາໜ່ວຍພັກ ແລະ ຕາງໜ້າໜ່ວຍພັກ ຈາກຫ້ອງການ ແລະ ບັນດາກົມຕ່າງໆ ຂອງກະຊວງການຕ່າງປະເທດ ພ້ອມແຂກຖືກເຊີນ ຈາກສູນກາງຊາວໜຸ່ມ, ກະຊວງອ້ອມຂ້າງຈໍານວນໜຶ່ງ ແລະ ສະມາຊິກຊາວໜຸ່ມ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ສະຫາຍ ນາງ ມຸກດາວັນ ສີສຸລິດ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນບັນດາຜົນງານພົ້ນເດັ່ນ ແລະ ບາງດ້ານທີ່ຕ້ອງໄດ້ເອົາໃຈໃສ່ໃນການ ເຄື່ອນໄຫວໃນໄລຍະຜ່ານມາ ໂດຍສະເພາະການລົງເລິກດ້ານການເມືອງ-ແນວຄິດ ຕໍ່ສະມາຊິກຊາວໜຸ່ມ ໃນໄລຍະທີ່ມີສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການດໍາລົງຊີວິດຂອງສະມາຊິກຊາວໜຸ່ມ ໃນປັດຈຸບັນ. ຄຽງຄູ່ກັນນັ້ນ, ຍັງໄດ້ກໍານົດທິດທາງແຜນ ການເຄື່ອນໄຫວວຽກງານຊາວໜຸ່ມ ປະຈໍາປີ 2024 ເຊິ່ງຕິດພັນກັບບັນດາໂຄງການ, ແຜນງານ ທີ່ຄະນະບໍລິຫານງານຊາວໜຸ່ມ ຄັ້ງທີ XI ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພ້ອມກັນນັ້ນ, ສະຫາຍ ຕິ່ງ ສຸກສັນ ຍັງໄດ້ມອບໃບຢັ້ງຢືນ 4 ບຸກ ໃຫ້ແກ່ບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງ ຈໍານວນ 41 ໜ່ວຍ (17 ໜ່ວຍຊາວໜຸ່ມພາຍໃນກະຊວງ ແລະ 24 ໜ່ວຍຊາວໜຸ່ມທີ່ຕ່າງປະເທດ) ແລະ ມອບໃບຍ້ອງຍໍ ຊາວໜຸ່ມຕົວແບບ ໃຫ້ແກ່ສະມາຊິກຊາວໜຸ່ມກະຊວງການຕ່າງປະເທດ ຈໍານວນ 37 ສະຫາຍ (17 ສະຫາຍ ຈາກໜ່ວຍຊາວໜຸ່ມພາຍໃນກະຊວງ ແລະ 20 ສະຫາຍ ຈາກໜ່ວຍຊາວໜູ່ມທີ່ຕ່າງປະເທດ) ຕື່ມອີກ.

ປັດຈຸບັນ, ກະຊວງການຕ່າງປະເທດ ມີຮາກຖານຊາວໜຸ່ມ ແລະ ໜ່ວຍຊາວໜຸ່ມ ຢູ່ພາຍໃນ ແລະ ຕ່າງປະເທດ ຈໍານວນ 193 ໜ່ວຍ (ຢູ່ພາຍໃນກະຊວງຈໍານວນ 17 ໜ່ວຍ ແລະ ສໍານັກງານຜູ້ຕາງໜ້າການທູດ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 30 ໜ່ວຍ) ແລະ 8 ຮາກຖານ (146 ໜ່ວຍທີ່ຂຶ້ນກັບ). ສະມາຊິກຊາວໜຸ່ມທັງໝົດທີ່ຂຶ້ນກັບກະຊວງການຕ່າງປະເທດ ທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດ ມີຈຳນວນ 3.500 ກວ່າສະຫາຍ, ຍິງ 1.600 ກວ່າສະຫາຍ. ໃນນີ້, ຊາວໜຸ່ມພາຍໃນກະຊວງການຕ່າງປະເທດ ມີ 400 ກວ່າສະຫາຍ, ຍິງ 200 ກວ່າສະຫາຍ; ຊາວໜຸ່ມທີ່ເປັນພະນັກງານຈາກຂະແໜງການອື່ນ, ນັກສຶກສາ ແລະ ຊາວໜຸ່ມທີ່ໄປອອກແຮງງານຢູ່ຕ່າງປະເທດ ມີ 3.000 ກວ່າສະຫາຍ.

ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ປະທານກອງປະຊຸມ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນດີເດັ່ນ ໃນການປະຕິບັດວຽກງານຊາວໜຸ່ມ ໃນໄລຍະ 1 ປີ ຜ່ານມາ ເຫັນໄດ້ວ່າ ຄະນະບໍລິຫານງານຊາວໜຸ່ມກະຊວງ ຍາມໃດກໍໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ສະມາຊິກຊາວໜຸ່ມຂອງຕົນ ໃຫ້ມີຄວາມຕື່ນຕົວສູງໃນການປະຕິບັດໜ້າທີ່ວຽກງານ ກໍຄື ການປະກອບສ່ວນຢ່າງຕັ້ງໜ້າປະຕິບັດສຳເລັດໜ້າທີ່ການເມືອງທີ່ ຄະນະພັກ-ຄະນະນຳກະຊວງວາງອອກ. ຄຽງຄູ່ກັນນັ້ນ, ຍັງສະແດງຄວາມຊົມເຊີຍ ບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງການຕ່າງປະເທດ ທີ່ໄດ້ສຳເລັດການຈັດກອງປະຊຸມປະເມີນຜົນການດຳເນີນຂໍ້ແຂ່ງຂັນວຽກງານ 4 ບຸກ. ພ້ອມນັ້ນ, ແຕ່ລະໜ່ວຍກໍໄດ້ມີການຄັດເລືອກຊາວໜຸ່ມຕົວແບບດີເດັ່ນປະຈຳໜ່ວຍ ເຊິ່ງເປັນຜູ້ທີ່ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນແບບຢ່າງທີ່ດີິໃຫ້ແກ່ສະມາຊິກຊາວໜຸ່ມໃນໜ່ວຍຂອງຕົນ, ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ໃນການປັບປຸງກົງຈັກການຈັດຕັ້ງ ກໍຄື ການກໍ່ສ້າງຄວາມເຂັ້ມແຂງທາງດ້ານແນວຄິດການເມືອງ, ການຝຶກຝົນຫລໍ່ຫລອມຮໍ່າຮຽນ, ການຈັດຕັ້ງ ແລະ ວິຊາສະເພາະ ໃຫ້ແກ່ບັນດາສະມາຊິກພາຍໃນໜ່ວຍຕົນ.

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments