Saturday, July 27, 2024
Homeຂ່າວພາຍໃນກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ 3 ສະບັບ ໃນຂົງເຂດ ສພຊ

ກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ 3 ສະບັບ ໃນຂົງເຂດ ສພຊ

ກອງປະຊຸມກວດກາເນື້ອໃນຮອບດ້ານ ຂອງຮ່າງກົດໝາຍ 3 ສະບັບຄື: ຮ່າງກົດໝາຍວ່າດ້ວຍ ສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນ ວັນທີ 20-22 ພຶດສະພານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ, ຮອງປະທານກໍາມາທິການ; ຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາ; ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ຮອງລັດຖະມົນຕີກະຊວງຍຸຕິທໍາ, ກະ ຊວງການເງິນ, ກະຊວງພາຍໃນ; ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ທີ່ປຶກສາທາງດ້ານກົດໝາຍ; ຫົວໜ້າ, ຮອງຫົວໜ້າກົມ; ຫົວໜ້າ, ຮອງຫົວໜ້າພະແນກພ້ອມດ້ວຍພະນັກງານ-ລັດຖະກອນ ຈາກພາກສ່ວນກ່ຽວຂ້ອງ.

ທັງນີ້, ກໍເພື່ອຮັບປະກັນທາງດ້ານເນື້ອໃນຂອງຮ່າງກົດໝາຍ 3 ສະບັບດັ່ງກ່າວ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ມີການຄົ້ນຄວ້າເຮັດໃຫ້ກົດໝາຍມີຄວາມຮັດກຸມ, ຈະແຈ້ງ, ສອດຄ່ອງ ກັບແນວທາງນະໂຍບາຍຂອງລັດ, ລັດຖະທໍາມະນູນ, ກົດໝາຍອື່ນໆ, ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ແທດເໝາະກັບສະພາບການຂະຫຍາຍຕົວ, ທາງດ້ານເສດຖະກິດ-ສັງຄົມ; ທັງເປັນການລະດົມສະຕິປັນຍາຈາກຊ່ຽວຊານ, ສໍານັກງານ ແລະ ຄະນະຮັບຜິດຊອບ ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ໃນການປັບປຸງກ່ອນນໍາສະເໜີກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ເພື່ອນໍາເຂົ້າກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງເອົາ.

ໃນກອງປະຊຸມ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນວ່າ: ໃນໄລຍະຜ່ານມາຄະນະຮັບຜິດຊອບ ກໍໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ນໍາເອົາກົດໝາຍທັງ 3 ສະບັບ ລົງໄປປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຢູ່ໃນຂອບເຂດທົ່ວປະເທດ ແລະ ໄດ້ລາຍງານຜົນການປະເມີນກົດໝາຍ ຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອມີທິດຊີ້ນຳ. ຄະນະຮັບຜິດຊອບ ໄດ້ຄົ້ນຄ້ວາ, ວິ ເຄາະ, ວິໄຈ ຕາມຄໍາເຫັນຂອງຜູ້ແທນກອງປະຊຸມ ເພື່ອປັບປຸງເນື້ອໃນຂອງຮ່າງກົດໝາຍ ແລະ ໄດ້ນໍາເອົາຮ່າງກົດໝາຍ 3 ສະບັບດັ່ງກ່າວ ໄປທາມທາບຄໍາເຫັນໃນຂອບເຂດທົ່ວປະເທດ ຊຶ່ງຄັ້ງລ່າສຸດແມ່ນໄດ້ຈັດກອງປະຊຸມທາບທາມຄຳເຫັນຢູ່ຂັ້ນສູນກາງ. ຈາກນັ້ນ, ຄະນະຮັບຜິດຊອບປັບປຸງ ແຕ່ລະກົດ ໝາຍ ກໍໄດ້ຄົ້ນຄວ້າ, ປັບປຸງ ແລະ ສັງລວມເອົາບັນດາຄໍາເຫັນຂອງຜູ້ແທນກອງປະຊຸມ ເພື່ອເປັນຂໍ້ມູນຕ່າງໆ ໃຫ້ແກ່ຜູ້ແທນກອງປະຊຸມ ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃນມື້ນີ້, ກອງປະຊຸມຈະດໍາເນີນການກວດກາເນື້ອໃນຮອບດ້ານເປັນຄັ້ງສຸດທ້າຍ ກ່ອນທີ່ຈະລາຍງາຍຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອມີທິດຊີ້ນຳ ໃນບັນຫາໃດໜຶ່ງ ທີ່ເຫັນວ່າພວກເຮົາບໍ່ສາມາດຕົກລົງກັນໄດ້. ການດໍາເນີນກອງປະຊຸມໃນຄັ້ງນີ້ ຈະເປັນການກວດກາເນື້ອໃນລະອຽດ ຊຶ່ງພວກເຮົາຈະດໍາເນີນໄປຕາມແຕ່ລະມາດຕາ ຂອງແຕ່ລະກົດໝາຍ ໂດຍສະເພາະ ບັນດາມາດຕາທີ່ຖືກປັບປຸງ. ໂອກາດນີ້ ທ່ານປະທານກອງປະຊຸມ ຈຶ່ງໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ, ສຸມສະຕິປັນຍາ ເພື່ອຄົ້ນຄວ້າປະກອບຄຳເຫັນ ຕໍ່ແຕ່ລະເນື້ອໃນຂອງແຕ່ລະກົດໝາຍ ຢ່າງມີຈຸດສຸມ. ຄຳຄິດຄຳເຫັນຂອງບັນດາທ່ານ ຈະເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າ, ວິເຄາະວິໄຈ ປັບ ປຸງກົດໝາຍແຕ່ລະສະບັບ ເພື່ອເຮັດໃຫ້ແຕ່ລະກົດໝາຍ ມີເນື້ອໃນຊັດເຈນ, ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ດ້ວຍຄຸນນະພາບສູງ.

ໃນວາລະຂອງກອງປະຊຸມ ໄດ້ຮັບຟັງບົດລາຍງານກ່ຽວກັບການປັບປຸງກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາ ເພື່ອຄົ້ນຄວ້າປະກອບຄຳເຫັນຕໍ່ແຕ່ລະເນື້ອໃນຂອງ 3 ກົດໝາຍຢ່າງມີຈຸດສຸມ ຊຶ່ງຈະເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າ, ວິເຄາະວິໄຈ ປັບປຸງກົດໝາຍແຕ່ລະສະບັບ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມສອດຄ່ອງ ແລະ ແທດເໝາະກັບການຈັດຕັ້ງປະຕິບັດຕົວຈິງ.

ກອງປະຊຸມຄັ້ງນີ້ ແມ່ນນໍາໃຊ້ງົບປະມານ ຂອງຄະນະເລຂາທິການສະພາແຫ່ງຊາດ ສົມທົບກັບ ໂຄງການມູນນິທິເອເຊຍ (TAF).

(ຂ່າວ-ພາບ: ນາງ ກົງໃຈ ແສງອໍາພັນ ສພຊ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments