Sunday, September 8, 2024
Homeຂ່າວພາຍໃນVietjet ວາງເປົ້າໝາຍຮັບຜູ້ໂດຍສານເຖິງ 27 ລ້ານຄົນ ແລະ ຈ່າຍເງິນປັນຜົນ 25% ໃນປີ 2024, ສ້າງລາຍຮັບການຄົມມະນາຄົມ-ຂົນສົ່ງທາງອາກາດຫຼາຍກວ່າ 701 ລ້ານໂດລາ...

Vietjet ວາງເປົ້າໝາຍຮັບຜູ້ໂດຍສານເຖິງ 27 ລ້ານຄົນ ແລະ ຈ່າຍເງິນປັນຜົນ 25% ໃນປີ 2024, ສ້າງລາຍຮັບການຄົມມະນາຄົມ-ຂົນສົ່ງທາງອາກາດຫຼາຍກວ່າ 701 ລ້ານໂດລາ USD ໃນໄຕມາດທີ 1.

(ນະຄອນຫຼວງວຽງຈັນ, ວັນທີ 07 ພຶດສະພາ 2024) – ບໍລິສັດຫຸ້ນສ່ວນການບິນ Vietjet (HoSE: VJC) ໄດ້ໄຂກອງປະຊຸມໃຫຍ່ຜູ້ຖືຫຸ້ນ (GMS) ປະຈຳປີ 2024 ແລະ ຮັບຮອງເອົາແຜນການດໍາເນີນທຸລະກິດປະຈໍາປີ 2024. ໂດຍມີຈຸດປະສົງໃນການຮັກສາຄວາມເປັນສາຍການບິນຊັ້ນນຳພາຍໃນປະເທດ ແລະ ຂະຫຍາຍຕາໜ່າງການບິນສາກົນຕື່ມອີກ. Vietjet ຍັງໄດ້ລາຍງານຜົນການດຳເນີນທຸລະກິດທີ່ພົ້ນເດັ່ນໃນໄຕມາດທີ 1 ປະຈໍາປີ 2024, ເພື່ອປູທາງໄປສູ່ຄວາມສຳເລັດໃນປີຕໍ່ໆໄປ.

ຄາດໝາຍການເຕີບໂຕສູງໃນປີ 2024

GMS ຄາດຄະເນລາຍຮັບການຂົນສົ່ງທາງອາກາດ ແລະ ລາຍຮັບລວມໃຫ້ຫຼາຍກວ່າ 59 ພັນຕື້ດົງ (ປະມານ 2,32 ຕື້ໂດລາ USD) ແລະ 65,5 ພັນຕື້ດົງ (ປະມານ 2,57 ຕື້ໂດລາ USD) ຕາມລຳດັບ, ເພີ່ມຂຶ້ນ 10% ແລະ 12,4% ທຽບໃສ່ປີທີ່ຜ່ານມາຕາມລຳດັບ. ຄາດວ່າ Vietjet ຈະສາມາດໃຫ້ບໍລິການໄດ້ກວ່າ 142,000 ຖ້ຽວ ຮັບຜູ້ໂດຍສານໄດ້ຫຼາຍກວ່າ 27.4 ລ້ານຄົນ. ສະພາຜູ້ບໍລິຫານຂອງ Vietjet ຍັງອະນຸມັດແຜນການກະຈາຍຜົນກຳໄລປີ 2024 ໃນນັ້ນແມ່ນເງິນປັນຜົນ ແລະ ເງິນປັນຜົນລ່ວງໜ້າຈະຖືກຈ່າຍເປັນເງິນສົດ ແລະ ຫຸ້ນໃນອັດຕາສ່ວນສູງສຸດເຖິງ 25%. Vietjet ໃນຖານະຜູ້ນຳດ້ານການບິນໃນພາກພື້ນ ຈະຮັກສາສະຖຽນລະພາບຂອງຕະຫຼາດພາຍໃນປະເທດ ພ້ອມທັງເສີມຂະຫຍາຍເຄືອຂ່າຍການບິນໄປຍັງປະເທດຕ່າງໆຢູ່ອາຊີໃຕ້, ອາຊີກາງ, ອົດສຕຣາລີ, ເອີລົບ ແລະ ອື່ນໆ.

ໄຕມາດທີ 1 ປີ 2024: ຜົນງານທີ່ໂດດເດັ່ນ ແລະ ເປັນທ່າແຮງໃຫ້ຄວາມສຳເລັດຕະຫຼອດປີ

ໃນໄຕມາດທຳອິດ ປີ 2024 ລາຍຮັບຈາກການຂົນສົ່ງທາງອາກາດຂອງ Vietjet ບັນລຸ 17,76 ພັນຕື້ດົງ (ປະມານ 701 ລ້ານໂດລາ USD) ໃນຂະນະທີ່ກຳໄລຫຼັງເສຍພາສີແມ່ນ 520 ຕື້ດົງ (ປະມານ 20,5 ລ້ານໂດລາ USD) ເພີ່ມຂຶ້ນ 38% ແລະ 209% ຈາກປີທີ່ຜ່ານມາ. ລາຍຮັບລວມຂອງສາຍການບິນ ແລະ ກໍາໄລຫຼັງພາສີແມ່ນ 17,79 ພັນຕື້ດົງ (ປະມານ 702,4 ລ້ານໂດລາ USD) ແລະ 539 ຕື້ດົງ (ປະມານ 21,3 ລ້ານໂດລາ USD ) ຕາມລໍາດັບ, ເພີ່ມຂຶ້ນ 38% ແລະ 212% ທຽບໃສ່ປີທີ່ຜ່ານມາ ຕາມລໍາດັບ.

ໃນໄລຍະ 3 ເດືອນໃນຕົ້ນປີ, Vietjet ໄດ້ດຳເນີນຖ້ຽວບິນເກືອບ 34,500 ຖ້ຽວຢ່າງປອດໄພ ດ້ວຍຜູ້ໂດຍສານ 6,3 ລ້ານຄົນ. ອັດຕາສ່ວນບັນທຸກຜູ້ໂດຍສານ ສະເລ່ຍຂອງສາຍການບິນບັນລຸ 87% ແລະ ຄວາມໜ້າເຊື່ອຖືດ້ານວິຊາການ
ສູງເຖິງ 99.6%. ສືບຕໍ່ປະຕິບັດຍຸດທະສາດເພື່ອຜັນຂະຫຍາຍໄປສູ່ສາກົນ, ການຂົນສົ່ງຜູ້ໂດຍສານສາກົນຂອງ Vietjet ໃນໄຕມາດທຳອິດໄດ້ຮັບການເຕີບໂຕຫຼາຍກວ່າ 53% ແລະ 61% ເມື່ອທຽບໃສ່ປີທີ່ຜ່ານມາຕາມລຳດັບ.
ສາຍການບິນໄດ້ເປີດຕົວຖ້ຽວບິນທັງພາຍໃນ ແລະ ຕ່າງປະເທດໃໝ່ 15 ເສັ້ນທາງໃນໄລຍະເວລາ 3 ເດືອນ, ຍົກເສັ້ນທາງການບິນທັງໝົດຂຶ້ນເປັນ 140 ເສັ້ນທາງ. ໃນບັນດາສາຍການບິນສາກົນທີ່ໄດ້ເລີ່ມໃຫ້ບໍລິການແມ່ນ Phu Quoc – Taipei, Ho Chi Minh City – Chengdu/Xi’an ແລະ ນະຄອນຫຼວງວຽງຈັນ. ນອກນີ້ຍັງມີ Hanoi-Hiroshima ແລະ Sydney/Melbourne. ໂດຍສະເພາະການຂະຫຍາຍເສັ້ນທາງໃໝ່ໃນປີນີ້ ທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃນລາຄາທີ່ເໝາະສົມທີ່ສຸດ ດ້ວຍການບໍລິການທີ່ທ່ານຕ້ອງປະທັບໃຈ. ເຮັດໃຫ້ທຸກໆຈຸດໝາຍປາຍທາງໃກ້ຊິດກັບນັກທ່ອງທ່ຽວ ດ້ວຍເສັ້ນທາງການບິນຂອງ Vietjet.

ມາຮອດວັນທີ 31 ມີນາ 2024, ມູນຄ່າຊັບສິນທັງໝົດຂອງ Vietjet ບັນລຸ ກວ່າ 85,82 ພັນຕື້ດົງ (ປະມານ 3,38 ຕື້ໂດລາ USD). ອັດຕາສ່ວນໜີ້ສິນຕໍ່ຫຸ້ນຂອງບໍລິສັດຢູ່ທີ່ 1.9 ໃນຂະນະທີ່ອັດຕາສ່ວນສະພາບຄ່ອງຢູ່ທີ່ 1.3; ເຊິ່ງທັງສອງແມ່ນຢູ່ໃນຂອບເຂດທີ່ດີຂອງອຸດສາຫະກໍາການບິນ.

Vietjet, ນອກເໜືອຈາກການເຊື່ອມຕໍ່ຫວຽດນາມກັບໂລກຜ່ານເຄືອຂ່າຍການບິນຂອງຕົນ, ຍັງໄດ້ນຳຕົນເອງເຂົ້າໃກ້ເວທີໂລກຜ່ານບັນດາໂຄງການຄົ້ນຄ້ວາ ແລະ ການລົງທຶນເຕັກໂນໂລຊີສາກົນອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments