Saturday, July 27, 2024
Homeຂ່າວຕ່າງປະເທດເກີດເຫດນໍ້າຖ້ວມ ບຣາຊິນ ເສຍຊີວິດເກືອບ 60 ຄົນ

ເກີດເຫດນໍ້າຖ້ວມ ບຣາຊິນ ເສຍຊີວິດເກືອບ 60 ຄົນ

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ບຼາຊີເລັຍ ປະເທດ ບຣາຊິນ ເມື່ອວັນທີ 5 ພືດສະພາວ່າ: ທາງການ ລັດຣີໂອ ກຣັນດີໂດ ຊູລ ຊຶ່ງຕັ້ງຢູ່ ທາງພາກໃຕ້ ຂອງ ບຣາຊິນ ລາຍງານ ຄວາມກ້າວໜ້າຂອງ ອຸທົກກະໄພ ຄັ້ງໃຫຍ່ ໃນພື້ນທີ່ ເນື່ອງຈາກ ຝົນຕົກລົງມາ ຢ່າງໜັກ ໃນໄລຍະ ເວລາ ບໍ່ເທົ່າໃດວັນ ຜ່ານມາ , ສ່ວນຈຳນວນ ຜູ້ເສຍຊີວິດ ເພີ່ມຂຶ້ນ ຢ່າງໜ້ອຍ 57 ຄົນ, ບາດເຈັບ 74 ຄົນ ແລະ ສູນຫາຍ ເພີ່ມຂຶ້ນ 67 ຄົນ, ນອກນີ້ ຍັງມີ ປະຊາຊົນ ອີກເກືອບ 70.000 ຄົນ ຕ້ອງອົບພະຍົບ ອອກຈາກທີ່ຢູ່ ອາໄສ.

ໃນຂະນະທີ່ ລະດັບນໍ້າ ໃນແມ່ນໍ້າ ກວມເອົາ ຊຶ່ງເປັນ ແມ່ນໍ້າ ສາຍຫລັກ ຂອງພື້ນທີ່ ພວມເພີ່ມຂື້ນ ເປັນ 5,04 ແມັດ. ໂດຍເຈົ້າໜ້າທີ່ ລະດັບສູງ ຂອງ ລັດຣີໂອ ກຣັນດີ ໂດ ຊູລ ປະກາດ ສະຖານະການ ສຸກເສີນ ໃນພື້ນທີ່ ເມື່ອທ້າຍ ອາທິດຜ່ານມາ , ພ້ອມກັນນັ້ນ ຍັງຮຽກຮ້ອງ ຄວາມຊ່ວຍເຫລືອ ຄັ້ງໃຫຍ່ ຈາກ ລັດຖະບານກາງ ເພື່ອການຟື້ນຟູ ເສດຖະກິດ ຂອງ ລັດນີ້ . ຄາດວ່າ ໃນເບື້ອງຕົ້ນ ມີການ ປະເມີນ ມູນຄ່າ ຄວາມເສຍຫາຍ ລວມມີປະມານ 20 ລ້ານໂດລາ ສະຫະລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments