Saturday, July 27, 2024
Homeຂ່າວຕ່າງປະເທດທ່ານ ສີຈິ້ນຜິງ ພົບປະເຈລະຈາກັບ ປະທານາທິບໍດີຝຣັ່ງ

ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບ ປະທານາທິບໍດີຝຣັ່ງ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຕອນບ່າຍວັນທີ 6 ພຶດສະພານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ຢູ່ວັງເອລີເຊ ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ.

ໃນໂອກາດດັ່ງກ່າວ, ຜູ້ນຳສອງປະເທດ ໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບ ຈີນ-ຝຣັ່ງ ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ, ສາຍພົວພັນມິດຕະພາບ ຈີນ-ຝຣັ່ງ, ການຮ່ວມມືດ້ານການຄ້າ ແລະການແລກປ່ຽນດ້ານວັດທະນະທຳສອງຝ່າຍລວມທັງເຕັກໂນໂລຊີທີ່ທັນສະໄໝຊັ້ນຍອດ ກໍຄື ບັນຫາທົ່ວໂລກເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ຄວາມຫລາກຫລາຍດ້ານຊີວະນານາພັນຂອງທະເລ ແລະອື່ນໆ. ນອກນີ້ ສອງຝ່າຍ ຍັງໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບບັນຫາໃນສາກົນ ແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນເປັນຕົ້ນແມ່ນ ວິກິດການອູແກຣນ, ການປະທະກັນ ລະຫວ່າງ ປາແລັດສະຕິນ-ອິດສະຣາແອນ ແລະອື່ນໆ.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນ ແລະ ຝຣັ່ງ ເປັນປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຄວນອອກສຽງເພື່ອແກ້ໄຂບັນຫາເຄັ່ງຮ້ອນດ້ວຍສັນຕິວິທີ, ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງໂລກທີ່ມີສັນຕິພາບຖາວອນ ແລະມີຄວາມໝັ້ນຄົງຢ່າງທົ່ວເຖິງ. ຈີນ ຍິນດີຮ່ວມກັບ ຝຣັ່ງ ຖືເອົາງານມະຫາກຳກິລາໂອລິມປິກປາຣີ ເປັນໂອກາດທີ່ດີເພື່ອສົ່ງເສີມໃຫ້ທົ່ວໂລກຢຸດຍິງ ໃນໄລຍະຈັດງານກິລາໂອລິມປິກ.

ສອງຝ່າຍໄດ້ອອກຖະແຫລງການຮ່ວມ 4 ສະບັບ ກ່ຽວກັບສະຖານະການຢູ່ເຂດຕາເວັນອອກກາງ, ປັນຍາປະດິດກັບການບໍລິຫານໂລກ, ຊີວະນານາພັນກັບທະເລ ກໍຄື ການແລກປ່ຽນການຮ່ວມມືດ້ານກະສິກຳ, ນອກນີ້ຍັງໄດ້ລົງນາມໃນເອກະສານຮ່ວມມືສອງຝ່າຍເກືອບ 20 ກວ່າສະບັບ ທີ່ພົວພັນເຖິງຂົງເຂດຕ່າງໆເຊັ່ນການພັດທະນາສີຂຽວ, ການບິນ, ອາຫານທີ່ເປັນຜະລິດຕະພັນກະສິກຳ, ການຄ້າ, ວັດທະນະທຳແລະອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments