Home ຂ່າວພາຍໃນ 3 ເດືອນຕົ້ນປີ 2024, ປະເທດລາວຂາດດຸນການຄ້າປະມານ 309 ລ້ານໂດລາ

3 ເດືອນຕົ້ນປີ 2024, ປະເທດລາວຂາດດຸນການຄ້າປະມານ 309 ລ້ານໂດລາ

0

ອີງຕາມສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ໄດ້ເຜີຍແຜ່ມູນຄ່າການຄ້າຕ່າງປະເທດ ທີ່ບໍ່ລວມມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ປະຈໍາເດືອນ 3 ປີ 2024 ໃຫ້ຮູ້ວ່າ: 3 ເດືອນຕົ້ນປີ 2024 ຫຼື ໄຕມາດ 1 ປີ 2024 ນີ້, ມູນຄ່າການຄ້າຕ່າງປະເທດ ທີ່ບໍ່ລວມມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ ຂອງ ສປປ ລາວ ບັນລຸທີ 3.680 ລ້ານໂດລາ, ມູນຄ່າສົ່ງອອກ 1.685 ລ້ານໂດລາ ແລະ ມູນຄ່ານໍາເຂົ້າ 1.994 ລ້ານໂດລາ ຈຶ່ງເຮັດໃຫ້ໄຕມາດ 1 ປີນີ້ ປະເທດລາວຂາດດຸນການຄ້າປະມານ 309 ລ້ານໂດລາ.

ສຳລັບເດືອນມີນາ2024, ມູນຄ່າການນໍາເຂົ້າ ແລະ ສົ່ງ ອອກສິນຄ້າ ຂອງ ສປປ ລາວ ປະຕິບັດໄດ້ປະມານ 1.268 ລ້ານໂດລາ, ໃນນັ້ນ ມູນຄ່າການສົ່ງອອກສິນຄ້າ ປະມານ 594 ລ້ານໂດລາ, ເພີ່ມຂຶ້ນ 12% ທຽບໃສ່ ເດືອນກຸມພາ ຜ່ານມາ.

ສໍາລັບສິນຄ້າສົ່ງອອກຫຼັກ ເຫັນວ່າມັນຕົ້ນ ແລະ ແປ້ງມັນຕົ້ນມີມູນຄ່າສົ່ງອອກຫຼາຍກວ່າສິນຄ້າປະເພດອື່ນຄື: ມັນຕົ້ນ 78 ລ້ານໂດລາ; ແປ້ງມັນຕົ້ນ 31 ລ້ານໂດ ລາ, ໃນຂະນະຄໍາປະສົມ, ຄຳແທ່ງ 56 ລ້ານໂດລາ; ແຮ່ທອງ 51 ລ້ານໂດລາ; ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 33 ລ້ານໂດລາ; ຢາງພາລາ 24 ລ້ານໂດລາ; ເຍື່ອໄມ້ ແລະ ເສດເຈ້ຍ 24 ລ້ານໂດລາ; ແລະ ນໍ້າຕານ 23 ລ້ານໂດລາ.

ມູນຄ່າການນຳເຂົ້າສິນຄ້າໄດ້ປະມານ 675 ລ້ານໂດລາ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ ເດືອນກຸມພາ ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ 105 ລ້ານໂດລາ; ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 56 ລ້ານໂດລາ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 53 ລ້ານໂດລາ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 38 ລ້ານໂດລາ; ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 37 ລ້ານໂດລາ; ສີ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 25 ລ້ານໂດລາ; ນໍ້າມັນແອັດຊັງ-ແອັດຊັງພິເສດ 24 ລ້ານໂດລາ; ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 24 ລ້ານໂດລາ; ຜະລິດຕະພັນເຄມີປະສົມສໍາເລັດຮູບ 15 ລ້ານໂດລາ; ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 4 ລ້ານໂດລາໃນໄລຍະໄຕມາດທີ 1 ຂອງປີ 2024, ສິນຄ້າທີ່ສົ່ງອອກຫຼາຍກ່ວາໝູ່ ແມ່ນ ມັນຕົ້ນ ຊຶ່ງນີ້ນັບຈາກໂຕເລກມູນຄ່າສົ່ງອອກ ແຕ່ເດືອນ 1-3.

ທີ່ມາ: ປະຊາຊົນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version