Home ຂ່າວພາຍໃນ ສະພາກາແດງແຫ່ງ ສປ ຈີນ-ກາແດງລາວ ສືບຕໍ່ຮ່ວມມືຊ່ວຍເຫຼືອທາງດ້ານມະນຸດສະທຳ

ສະພາກາແດງແຫ່ງ ສປ ຈີນ-ກາແດງລາວ ສືບຕໍ່ຮ່ວມມືຊ່ວຍເຫຼືອທາງດ້ານມະນຸດສະທຳ

0

ໂອກາດທີ່ ທ່ານ ຈາງ ສຽວປິນ (Mr Zhang Xiaobin) ຮອງປະທານ ປະທານກວດກາສະພາ ກາແດງ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນມາຢ້ຽມຢາມ ແລະ ປະຕິບັດພາລະກິດຢູ່ ສປປ ລາວ ໄດ້ພົບ ປະຢ້ຽມຢາມ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ.

ເພື່ອຮັດແໜ້ນສາຍພົວພັນລະຫວ່າງ ສອງກາແດງ ໃນການຮ່ວມມືດ້ານມະນຸດສະທຳ ໂດຍສະເພາະ ຕີລາຄາໝາກຜົນໂຄງການທີ່ໄດ້ຮັບການສະໜັບສະໜູນໃນໄລຍະຜ່ານມາ ແລະ ການສືບຕໍ່ອານະຄົດ ເຊິ່ງໂຄງການ ສົ່ງເສີມສຸຂະພາບຊຸມ ເຊື່ອມສານກັບການຫຼຸດຜ່ອນຄວາມສ່ຽງໄພພິບັດຊຸມຊົນ ທີ່ໄດ້ຊ່ວຍເຫຼືອ ແລະ ສ້າງຄວາມເຂັ້ມແຂງໃຫ້ປະຊາຊົນ ຈຳນວນ 64.761 ຄົນ ໃນ 33 ບ້ານ ຂອງ 6 ເມືອງ ຂອງແຂວງວຽງຈັນ ໂດຍການສະໜອງນ້ຳສະອາດ ວິດຖ່າຍ ໃຫ້ຄວາມຮູ້ການຫຼຸດຜ່ອນຄວາມສ່ຽງໄພພິບັດໃຫ້ອາສະໝັກກາແດງຂັ້ນບ້ານ ສະໜອງອຸປະກອນເຕືອນໄພ ແລະ ອຸປະກອນກູ້ໄພໃຫ້ບ້ານເປົ້າໝາຍ ພ້ອມ ປະກອບສ່ວນລົດກູ້ໄພສຸກເສີນຈຳນວນ 1 ຄັນ ໃຫ້ອົງການກາແດງແຂວງວຽງຈັນ.

ໄລຍະຜ່ານມາ ສະພາກາແດງ ສປ ຈີນ ຍັງໄດ້ສະໜອງລົດກູ້ໄພສຸກເສີນ ໃຫ້ແກ່ກາແດງແຫ່ງຊາດລາວ ຈຳນວນ 5 ຄັນ ເຊິ່ງໄດ້ຮັບໃຊ້ວຽກງານຊ່ວຍ ເຫຼືອອຸບັດເຫດທາງຖະໜົນ ຢູ່ນະຄອນຫຼວງວຽງຈັນ ແຂວງວຽງຈັນ ໄຊຍະບູລີ ຫຼວງພະບາງ ແລະ ແຂວງ ບໍ່ແກ້ວ.

ສະພາກາແດງ ສປ ຈີນ ສ້າງຕັ້ງຂຶ້ນ ເປັນເວລາ 120 ປີ ມີພະນັກງານຫຼາຍກວ່າ 10 ພັນຄົນ ແລະ ມີອາສາສະໝັກຫຼາຍກວ່າ 2 ລ້ານຄົນ ນອກຈາກນັ້ນ ສະພາກາແດງ ສປ ຈີນ ຍັງໄດ້ສົ່ງພະນັກງານ ແລະ ອາສາສະໝັກທີ່ຊຽວຊານ ເຂົ້າຊ່ວຍປະເທດທີ່ໄດ້ຮັບຜົນກະທົບຈາກໄພພິບັດຢ່າງຮ້າຍແຮງ ເປັນຕົ້ນແມ່ນປະເທດ ຟີລິບປິນ ແລະ ກາຊັກສະຖານ ພ້ອມດຽວກັນ ຍັງໃຫ້ຄວາມສຳຄັນໃນວຽກງານການພັດທະນາຊຸມຊົນ ໂດຍສະເພາະໃນເຂດອາຊຽນ ແລະ ອາຟຣິກກາ.

ໂອກາດນີ້ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ສະແດງຄວາມຂອບໃຈ ຕໍ່ຄະນະຜູ້ແທນ ທີ່ໄດ້ຮ່ວມມື ສະໜັບສະໜູນວຽກງານມະນຸດສະທຳ ຂອງອົງການກາແດງແຫ່ງຊາດລາວ ພ້ອມນີ້ ຍັງສະເໜີໃຫ້ ສະພາກາແດງ ສປ ຈີນ ສືບຕໍ່ສະໜັບສະໜູນ ວຽກງານຕ່າງໆຂອງອົງການກາແດງແຫ່ງຊາດລາວ ເພື່ອໃຫ້ການບໍລິການດ້ານມະນຸດສະທຳໃຫ້ທົ່ວເຖິງ.

ວຽງຈັນທຸລະກິດ-ສັງຄົມ

Bounmy Sivilay

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version