Tuesday, May 14, 2024
Homeຂ່າວຕ່າງປະເທດຄັງສຳຮອງເງິນຕາຕ່າງປະເທດຂອງສປ ຈີນ ມີຫລາຍກວ່າ 3.245 ຕື້ໂດລາສະຫະລັດ

ຄັງສຳຮອງເງິນຕາຕ່າງປະເທດຂອງສປ ຈີນ ມີຫລາຍກວ່າ 3.245 ຕື້ໂດລາສະຫະລັດ

ວິທະຍຸສາກົນແຫ່ງ ສປ ຈີນ, ຕາມຕົວເລກຂໍ້ມູນທີ່ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ເປີດເຜີຍ ໃນວັນທີ 7 ເມສານີ້ວ່າ: ນັບມາຮອດ ທ້າຍເດືອນມີນາ ປີ 2024, ຄັງສຳຮອງ ເງິນຕາ ຕ່າງປະເທດ ຂອງ ສປ ຈີນ ມີເຖິງ 3.245 ຕື້ກວ່າ ໂດລາ ສະຫະລັດ, ເມື່ອທຽບໃສ່ ທ້າຍເດືອນ ກຸມພາປີນີ້ ໄດ້ເພີ່ມຂຶ້ນ 19,8 ຕື້ໂດລາ ສະຫະລັດ ເພີ່ມຂຶ້ນ 0,62%. ຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງ ຂອງອົງການ ຄຸ້ມຄອງ ເງິນຕາ ຕ່າງປະເທດ ແຫ່ງຊາດຈີນ ໃຫ້ຮູ້ວ່າ: ເດືອນມີນາປີ 2024, ລາຄາ ຊັບສິນ ການເງິນ ຂອງທົ່ວໂລກ ໄດ້ເພີ່ມຂຶ້ນ ໃນດ້ານລວມ. ຍ້ອນປັດໄຈ ສັງລວມ ເຊັ່ນ: ອັດຕາ ແລກປ່ຽນເງິນຕາ ແລະ ລາຄາ ຊັບສິນຕ່າງໆ ເກີດການປ່ຽນແປງ ເປັນຕົ້ນ: ເຮັດໃຫ້ ຄັງສຳຮອງ ເງິນຕາ ຕ່າງປະເທດ ຂອງ ສປ ຈີນ ໃນເດືອນມີນາ ປີນີ້ ເພີ່ມຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments