Saturday, July 27, 2024
Homeຂ່າວໜ້າໜຶ່ງທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຢູ່ ແຂວງອັດຕະປື

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຢູ່ ແຂວງອັດຕະປື

ໃນວັນທີ 3 ເມສາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງອັດຕະປື, ມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍບັນດາການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ໃນໂອກາດນີ້, ທ່ານເຈົ້າແຂວງອັດຕະປື ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຂວງ ໃນໄລຍະ 1 ປີຜ່ານມາ ເຫັນວ່າ ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ໃນລະດັບ 6,77%. ໄລຍະ 3 ເດືອນຕົ້ນປີ 2024 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 153,8 ຕື້ກີບ ເທົ່າກັບ 22,2% ຂອງແຜນການ, ການປະຕິບັດແຜນລາຍຈ່າຍ ໄດ້ 56,4 ຕື້ກີບ ເທົ່າກັບ 18% ຂອງແຜນການ, ການຊຸກຍູ້ປະຊາຊົນຜະລິດພືດລະດູແລ້ງ ປີ 2024 ປະຕິບັດສຳເລັດແລ້ວ 635,5 ເຮັກຕາ ເທົ່າກັບ 50,1% ຂອງແຜນການ, ປັດຈຸບັນ ທົ່ວແຂວງ ສາມາດບັນລຸຄາດໝາຍອັດຕາການປົກຄຸມປະກັນສຸຂະພາບ, ລວມທັງການມີສ່ວນຮ່ວມຂອງປະຊາຊົນ ໃນການເຝົ້າລະວັງປ້ອງກັນພະຍາດ, ການຮັກສາສຸຂະພາບ ແລະ ບໍລິການດ້ານສາທາລະນະສຸກ ຊຶ່ງທຸກເມືອງພາຍໃນແຂວງ ໄດ້ປະກາດເປັນເມືອງຢຸດຕິການຖ່າຍຊະຊາຍແລ້ວ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນໍາຫຼັກແຫຼ່ງຂອງແຂວງ ໂດຍໄດ້ຍົກໃຫ້ເຫັນ ສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ລວມທັງຜົນສຳເລັດອັນພົ້ນເດັ່ນ ພາຍໃຕ້ການນຳພາຊີ້ນຳ ຂອງພັກ, ລັດ ແລະ ອົງການປົກຄອງທຸກຂັ້ນ ຕະຫຼອດຮອດ ຂໍ້ຈຳກັດ ແລະ ສິ່ງທ້າທາຍ ຕໍ່ການພັດທະ ນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ທັງໄລຍະຜ່ານມາ ແລະ ປັດຈຸບັນ. ພ້ອມກັນນັ້ນ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບບັນດານະໂຍບາຍ ກໍຄື ນິຕິກຳ ທີ່ລັດຖະບານ ໄດ້ປະກາດນຳໃຊ້ໃໝ່ ເປັນຕົ້ນການເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ພະ ນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະ ໃນປີ 2024, ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ, ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ດ້ວຍມາດຕະການຕ່າງໆ ໃນແຕ່ລະໄລຍະ ແລະ ນະໂຍບາຍອື່ນໆ, ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກໃຫ້ເອົາໃຈໃສ່ໃນດ້ານຕ່າງໆຕື່ມ ເປັນຕົ້ນສືບຕໍ່ຖືສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມທັງ ກຳສະພາບກະແສແນວຄິດ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ຊັ້ນຄົນຕ່າງໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງການຈັດຕັ້ງຕົນ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆຢ່າງທັນການ, ໃຫ້ຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນໄປຄຽງຄູ່ກັບສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ທັງຜະລິດ ແລະ ສົ່ງອອກສິນຄ້າໃຫ້ຫຼາຍຂຶ້ນ, ພ້ອມກັນປະຕິບັດນະໂຍບາຍປະຢັດມັດທະຍັດ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ໂດຍສະເພາະຫັນຈາກການນຳໃຊ້ນໍ້າມັນເຊື້ອໄຟໄປສູ່ການນຳໃຊ້ພະລັງງານທົດແທນ, ຫຼຸດຜ່ອນການໃຊ້ຈ່າຍວຽກງານບໍລິຫານທີ່ບໍ່ຈຳເປັນ ແລະ ອື່ນໆ, ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ໃຫ້ດີກວ່າເກົ່າ, ທັງຈຳກັດຊ່ອງວ່າງການສວຍໂອກາດຕ່າງໆ, ຄົ້ນຄວ້າ ຫັນການຄຸ້ມຄອງວຽກງານ ໃຫ້ທ້ອງຖິ່ນ ຕາມທິດສາມສ້າງໃຫ້ຫຼາຍຂຶ້ນ ໂດຍສະເພາະ ການຄຸ້ມຄອງໂຄງການລົງທຶນ, ການຄຸ້ມຄອງ ແລະ ສ້ອມແປງເສັ້ນທາງ, ລວມທັງ ວຽກງານອື່ນໆ ທີ່ເຫັນວ່າເໝາະສົມ, ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສ້າງແຜນສຳຫຼວດ ແລະ ອອກແບບ ການກໍ່ສ້າງເສັ້ນທາງເຊື່ອມຈອດ ກັບບັນດາແຂວງ ແລະ ປະເທດໃກ້ຄຽງ ພ້ອມທັງ ຄົ້ນຄວ້າແຫຼ່ງທຶນສຳລັບການກໍ່ສ້າງ ໃນຮູບແບບຕ່າງໆ ທີ່ສາມາດເປັນໄປໄດ້, ກວດກາ ແລະ ຈັດສັນການນຳໃຊ້ທີ່ດິນພາຍໃນແຂວງຄືນ ເພື່ອເຮັດໃຫ້ການນຳໃຊ້ທີ່ດິນ ມີປະສິດທິຜົນ, ສອດຄ່ອງກັບແຜນພັດທະນາ ບົນພື້ນຖານຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ, ສືບຕໍ່ພັດທະນາ ແລະ ຄຸ້ມຄອງແຮງງານລາວ ໃຫ້ໄດ້ທັງດ້ານຈຳນວນ ແລະ ຄຸນນະພາບ ເປັນກ້າວໆ, ທັງເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ສືບຕໍ່ຊຸກຍູ້ສົ່ງເສີມ ວຽກງານການທ່ອງທ່ຽວ ເພື່ອສ້າງລາຍຮັບໃຫ້ລັດ ແລະ ສັງຄົມໄດ້ຫຼາຍຂຶ້ນ; ໃຫ້ແຂວງກວດກາຄືນບັນດາໂຄງການບຸລິມະສິດ ທີ່ລົງທຶນຢູ່ພາຍໃນແຂວງ ເພື່ອຊຸກຍູ້ການພັດທະນາໂຄງການ ໃຫ້ສຳເລັດຕາມແຜນການ ທີ່ກຳນົດໄວ້, ສືບຕໍ່ຈັດເກັບລາຍຮັບ ເຂົ້າງົບປະມານໃຫ້ມີຄວາມຄືບໜ້າໄວ, ຫາກພົບຂໍ້ຫຍຸ້ງຍາກ ກໍໃຫ້ລາຍງານລັດຖະບານ ເພື່ອມີທິດຊີ້ນຳຢ່າງທັນການ.

ໃນມື້ດຽວກັນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ພື້ນທີ່ຕົວຈິງຈຳນວນໜຶ່ງ ຂອງເມືອງສະໜາມໄຊ ເປັນຕົ້ນໂຄງການກໍ່ສ້າງໂຮງງານປຸງແຕ່ງ ແປ້ງມັນຕົ້ນ ຂອງບໍລິສັດ ລາວທຽນຊື, ໂຄງການກໍ່ສ້າງເສັ້ນທາງ ເລກທີ 18 A, ເຂດອານຸສອນສະຖານ ຖານທີ່ໝັ້ນຂອງການປະຕິວັດລາວໃຕ້ ທີ່ປະທານ ຄໍາໄຕ ສີພັນດອນ ແລະ ໝູ່ຄະນະ ໄດ້ເຄື່ອນໄຫວເຮັດການປະຕິວັດ ເມື່ອຫຼາຍສິບປີທີ່ຜ່ານມາ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments