Home ຂ່າວໜ້າໜຶ່ງ ກະຊວງ ຖວທ ປາຖະກະຖາ 2 ວັນສຳຄັນ ແລະ ມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

ກະຊວງ ຖວທ ປາຖະກະຖາ 2 ວັນສຳຄັນ ແລະ ມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

0

ສະຫາຍ ວັນສີ ກົວມົວ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານອັນໃຫຍ່ຫລວງ ຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 69 ປີ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕະຫລອດໄລຍະຜ່ານມາ, ທັງໄດ້ຍົກໃຫ້ເຫັນທາດແທ້ຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງແມ່ນພັກຂອງຊົນຊັ້ນກຳມະກອນ ເປັນຕົວແທນທີ່ຈົງຮັກພັກດີ ຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແຫ່ງແນວຄິດ, ເປັນເຂັມທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ເສີມຂະຫຍາຍລັດທິຮັກຊາດອັນແທ້ຈິງ , ສົມທົບກັບລັດທິສາກົນອັນຜ່ອງໃສຂອງຊົນຊັ້ນກຳມະກອນ, ເພື່ອນໍາເອົາຄວາມເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ.

ພ້ອມນີ້, ສະຫາຍ ວັນສີ ກົວມົວ ຍັງໄດ້ຍົກໃຫ້ເຫັນມູນເຊື້ອ ແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານພວກລ່າເມືອງຂຶ້ນ ໂດຍສະເພາະ ແມ່ນຂະບວນການຕໍ່ສູ້ຂອງທະຫານ ແລະ ປະຊາຊົນ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແຂວງຄຳມ່ວນ ຕ້ານກອງທັບຂອງທະຫານພວກລ່າເມືອງຂຶ້ນແບບເກົ່າ ໃນວັນທີ 21 ມີນາ 1946 ເຊິ່ງແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສໍາຄັນທີ່ສຸດຢູ່ໃນລາວ ເຖິງຈະບໍ່ໄດ້ຮັບໄຊຊະນະ ແລະ ຖືກປາບປາມຢ່າງນອງເລືອດກໍຕາມ ແຕ່ມັນກໍເປັນການປຸກລະດົມນ້ໍາໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮືຂຶ້ນດ້ວຍຄວາມເກັ່ງກ້າສາມາດ ແລະ ມີໄຫວພິບ ເຊິ່ງບັ້ນຮົບດັ່ງກ່າວ, ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.

ຢ່າງໃດກໍຕາມ ປະຊາຊົນລາວທັງຊາດ ໄດ້ຈົດຈຳ ແລະ ຖືເອົາວັນດັ່ງກ່າວ, ເປັນວັນຄຽດແຄ້ນຂອງປະຊາຊົນລາວໃນທົ່ວປະເທດ. ໃນໂອກາດດຽວກັນ, ສະຫາຍ ວັນສີ ກົວມົວ ຍັງໄດ້ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ປະຈຳປີ 2023 ໃຫ້ 22 ໜ່ວຍພັກ ແລະ ມອບບັດສະມາຊິກພັກສົມບູນໃຫ້ 50 ສະຫາຍ ຕື່ມອີກ.

ຂ່າວ: ທະນູທອງ

ພາບ: ຂັັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version