Home ທຸລະກິດ ກະຊວງ ອຄ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

ກະຊວງ ອຄ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

0

ໃນໄລຍະຜ່ານມາ, ກະຊວງ ອຄ ໄດ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າຕາມນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ກໍານົດໄວ້. ແຕ່ຍ້ອນຫຼາຍປັດໄຈ ທັງພາຍໃນ ແລະ ນອກປະເທດ ນັບແຕ່ຕົ້ນປີເປັນຕົ້ນມາ ສິນຄ້າ ແລະ ລາຄານໍ້າມັນເຊື້ອໄຟ ມີລາຄາສູງຂຶ້ນຕາມອັດຕາເງິນເຟີ້ (ເງິນກີບອ່ອນຄ່າ) ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພະນັກງານ, ທະຫານ, ຕໍາຫຼວດຂອງພວກເຮົາ.

ຕໍ່ສະພາບການເພີ່ມຂຶ້ນຂອງລາຄາສິນຄ້າ ກະຊວງ ອຄ ໄດ້ເອົາໃຈໃສ່ຄົ້ນຄວ້າຜ່ານກົນໄກຕ່າງໆ ແລະ ໃຈກາງໃນການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະຈັດກອງປະຊຸມປຶກສາຫາລືກ່ຽວກັບ: ວຽກງານທີ່ຕິດພັນກັບການຄຸ້ມຄອງລາຄາ ສິນຄ້າ ແລະ ຄ່າບໍລິການ, ຜັນຂະຫຍາຍທິດຊີ້ນໍາຄະນະ 36/ນຍ ກອງປະຊຸມໄດ້ຄົ້ນຄ້ວາກໍານົດສິນຄ້າປະເພດ: ເຂົ້າ, ໄກ່, ໄຂ່, ຊີ້ນໝູ ແລະ ປາ ທີ່ຈໍາເປັນຕໍ່ການດໍາລົງຊີວິດຂອງປະຊາຊົນເພື່ອນໍາໃຊ້ມາດຕະການຕ່າງໆ ໃນດໍາລັດ 474/ນຍ, ມາດຕະການຖົມຂຸມໃນການດັດສົມລາຄາ, ຫຼຸດຜ່ອນຄ່າໃຊ້ຈ່າຍຂອງປະຊາຊົນ. ໄດ້ປຶກສາຫາລືກ່ຽວກັບຕົ້ນທຶນການຜະລິດສິນຄ້າປະເພດສະບຽງອາຫານເຊັ່ນ: ເຂົ້າກິນ, ໝູ, ປາ, ໄຂ່ໄກ່, ສິນຄ້າປະເພດຫົວອາຫານ, ແນວພັນ, ຝຸ່ນ ແລະ ການກໍານົດອັດຕາຄ່າບໍລິການທາງບົກ. ນອກຈາກນັ້ນຍັງໄດ້ປະສານສົມທົບກັບທ້ອງຖິ່ນ ໂດຍຈັດກອງປະຊຸມພົບປະລະຫວ່າງ ກຸ່ມໂຮງສີເຂົ້າກັບກຸ່ມຊາວນາ ເພື່ອປະຕິບັດໂຄງການສ້າງລະບຽບຄຸ້ມຄອງຕະຫຼາດຊື້ – ຂາຍເຂົ້າຢູ່ແຂວງ ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ວຽງຈັນ, ໄຊຍະບູລີ, ບໍລິຄໍາໄຊ ແລະ ໄຊສົມບູນ.

ຄຽງຄູ່ກັບການຄຸ້ມຄອງລາຄາສິນຄ້າ ແລ້ວ ກະຊວງ ອຄ ຍັງຊຸກຍູ້ ການແຂ່ງຂັນທາງທຸລະກິດ, ປົກປ້ອງຜູ້ຊົມໃຊ້ ຍັງໄດ້ສືບຕໍ່ສົ່ງເສີມການຜະລິດກະສິກໍາຕິດພັນກັບການປຸງແຕ່ງ ໂດຍອີງໃສ່ທ່າແຮງ ແລະ ຄວາມສາມາດແຂ່ງຂັນໃນການຜະລິດ, ຮັບປະກັນຄຸນນະພາບ, ປະລິມານ, ການຫຸ້ມຫໍ່ ໂພຊະນາການ ແລະ ອື່ນໆ ເພື່ອໃຫ້ສາມາດແຂ່ງຂັນກັບການນໍາເຂົ້າ; ຄຸ້ມຄອງສິນຄ້າ ອຸປະໂພກ-ບໍລິໂພກ ທີ່ນໍາເຂົ້າ ໂດຍສະເພາະການຕິດສະຫຼາກພາສາລາວ, ການເຮັດໂຄງປະກອບລາຄາສິນຄ້າ ທີ່ນໍາເຂົ້າຈາກຕ່າງປະເທດ ຄຽງຄູ່ກັບການປູກຈິດສໍານຶກ, ຊຸກຍູ້ສົ່ງເສີມທົ່ວສັງຄົມໃຫ້ຫັນມາໃຊ້ຜະລິດຕະພັນ ແລະ ສິນຄ້າທີ່ຜະລິດພາຍໃນໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນໍາເຂົ້າເທື່ອລະກ້າວ ແລະ ໄດ້ມີການຕິດຕາມກວດກາການຂາຍສິນຄ້າ ຢູ່ທ້ອງຕະຫຼາດເປັນປົກກະຕິ, ມີການກ່າວເຕືອນ ແລະ ປະຕິບັດມາດຕະການ ຕໍ່ຜູ້ລະເມີດລະບຽບການ ແລະ ລາຄາກໍານົດ ເປັນແຕ່ລະໄລຍະ.

ໃນປີ 2023 ຜ່ານມາ, ກະຊວງ ອຄ ໄດ້ລົງເຄື່ອນໄຫວກວດກາບັນດາຫົວໜ່ວຍທຸລະກິດ/ຫ້າງຮ້ານທີ່ນໍາເຂົ້າ, ຈໍາໜ່າຍສິນຄ້າປະເພດຕ່າງໆ ຈໍານວນ 2.504 ຫົົວໜ່ວຍ. ຜ່ານການກວດກາພົບເຫັນການລະເມີດ 744 ຫົວໜ່ວຍ, ລວມມູນຄ່າການປັບໃໝ 1.018.379.300 ກີບ. ພ້ອມທັງໄດ້ປັບປຸງຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໂດຍເພີ່ມ 3 ຂະແໜງການທີ່ກ່ຽວຂ້ອງ ແລະ 1 ທ້ອງຖິ່ນ ຄື: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຂະແໜງການເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ນະຄອນຫຼວງວຽງຈັນ.

ໂດຍ: ວັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version