Saturday, July 27, 2024
Homeຂ່າວຕ່າງປະເທດສປຊ ຮຽກຮ້ອງໃຫ້ຮ່ວມກັນຮັບມືກັບວິກິດການຂີ້ເຫຍື້ອ-ສິ່ງເສດເຫລືອ

ສປຊ ຮຽກຮ້ອງໃຫ້ຮ່ວມກັນຮັບມືກັບວິກິດການຂີ້ເຫຍື້ອ-ສິ່ງເສດເຫລືອ

ວິທະຍຸສາກົນແຫ່ງ ສປ ຈີນ ເມື່ອບໍ່ດົນມານີ້ ທ່ານ ອັນໂຕນີໂອ ກູເຕີເຣັສ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ຮຽກຮ້ອງໃຫ້ປະຊາຄົມໂລກ ໃຊ້ການເຄື່ອນໄຫວ ເພື່ອຮ່ວມກັນ ຮັບມືກັບວິກິດການຂີ້ເຫຍື້ອ ແລະ ສິ່ງເສດເຫລືອ ເນື່ອງຈາກໃນແຕ່ລະປີສິ່ງເສດເຫລືອທີ່ເປັນວັດຖຸແຂງໃນຕົວເມືອງ ມີຫລາຍກວ່າ 2 ຕື້ໂຕນ ໄດ້ສ້າງຜົນຮ້າຍ ທີ່ເປັນໄພພິບັດຕໍ່ ດິນຟ້າອາກາດ ແລະ ລະບົບນິເວດ ຂອງໂລກ ກໍຄື ສຸຂະພາບ ຂອງມະນຸດ. ການສະລາຍຂອງ ສິ່ງເສດເຫລືອ ບໍ່ພຽງແຕ່ ໄດ້ປ່ອຍອາຍພິດ ເຮືອນແກ້ວ ເຂົ້າສູ່ຊັ້ນ ບັນຍາກາດ ທີ່ເຮັດໃຫ້ໂລກ ມີອຸນຫະພູມ ເພີ່ມສູງຂຶ້ນ ເທົ່ານນັ້ນ, ຍັງໄດ້ສ້າງ ມົນລະພິດຕໍ່ນ້ຳ-ດິນ, ພາໃຫ້ເກີດພະຍາດ ແລະ ການເສຍຊີວິດ ອີກດ້ວຍ.

ພ້ອມທັງຮຽກຮ້ອງໃຫ້ວິສາຫະກິດຫັນໄປສູ່ ການຜະລິດ ແບບຍືນຍົງ, ຫລຸດຜ່ອນ ການສິ້ນເປືອງ ດ້ານການຫຸ້ມຫໍ່ ສິນຄ້າ ຈົນສຸດຄວາມສາມາດ ໃນການຜະລິດ, ພ້ອມທັງ ແກ່ຍາວ ອາຍຸການນຳໃຊ້ ຜະລິດຕະພັນ ໃຫ້ດົນເທົ່າທີ່ຈະດົນໄດ້. ນອກນີ້ ຍັງໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງການເຄື່ອນໄຫວ ຂອງລັດຖະບານ ໃນການຊຸກຍູ້ ເສດຖະກິດ ໝູນວຽນ ແລະ ຮຽກຮ້ອງໃຫ້ຜ່ານຮັບຮອງ “ສັນຍາທີ່ມີຜົນບັງຄັບ ໃຊ້ທາງກົດໝາຍ”, ເພື່ອບັນລຸການຮ່ວມມືສາກົນ ໃນການແກ້ໄຂບັນຫາມົນລະພິດຈາກປລາສຕິກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments