Saturday, July 27, 2024
Homeຂ່າວຕ່າງປະເທດສີລັງກາ ສະໜັບສະໜູນໃຊ້ປັນຍາປະດິດຜະລິດຮູບເງົາຄັ້ງທຳອິດ

ສີລັງກາ ສະໜັບສະໜູນໃຊ້ປັນຍາປະດິດຜະລິດຮູບເງົາຄັ້ງທຳອິດ

ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ລັດຖະບານ ສີລັງກາ ກຽມເພີ່ມ ການສະໜັບ ສະໜູນ ການຜະລິດ ຮູບເງົາ ໂດຍໃຊ້ເຕັກໂນໂລຊີ ປັນຍາປະດິດ(AI) ຄັ້ງທຳອິດ ຂອງປະເທດ ຫລັງຈາກ ເຕັກໂນໂລຊີ ປັນຍາ ປະດິດ ບູຮານ ການເຂົ້າກັບ ອຸດສາຫະກຳ ຮູບເງົາ ທົ່ວໂລກ ຕັ້ງແຕ່ປີທີ່ຜ່ານມາ ໂດຍລັດຖະບານ ໄດ້ແຕ່ງຕັ້ງ ຄະນະກຳມະການ ເພື່ອເລີ່ມໃຊ້ ລະບົບAI ໃນສີລັງກາ ຊຶ່ງຈະຮ່ວມມືກັບ ມະຫາວິທະຍາໄລ ໂມຣາຕູວາ ແລະ ມະຫາວິທະຍາໄລ ວິຈິດສິນ ແລະ ສີລະປະ ການສະແດງ.ນອກນີ້ ລັດຖະບານ ສີລັງກາ ຈະປັບປຸງ ບໍລິສັດ ຮູບເງົາ ແຫ່ງຊາດ ສີລັງກາ ໃຫ້ທັນສະໄໝ ຕື່ມອີກ ແລະ​ ຈະ​ຈັດ​ສັນ​ ຜູ້​ທີ່​ກ່ຽວ​ຂ້ອງ​ກັບ ​ອຸດ​ສາ​ຫະ​ກໍາ​ ໂທລະ​ພາບ​ ແລະ ​ຮູບ​ເງົາ​ ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ ​ຮູບ​ເງົາ ​ຢູ່​ຕ່າງ​ປະ​ເທດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments