Saturday, July 27, 2024
Homeຂ່າວພາຍໃນຫົວໜ້າຫ້ອງວ່າການສູນກາງພັກ ເນັ້ນໃຫ້ຊາວໜຸ່ມແຕ່ລະຂັ້ນສືບຕໍ່ເອົາໃຈໃສ່ຫຼາຍບັນຫາ

ຫົວໜ້າຫ້ອງວ່າການສູນກາງພັກ ເນັ້ນໃຫ້ຊາວໜຸ່ມແຕ່ລະຂັ້ນສືບຕໍ່ເອົາໃຈໃສ່ຫຼາຍບັນຫາ

ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 5 ສະໄໝທີ VIII ໃນວັນທີ 2 ເມສານີ້ ທີ່ສູນກິດຈະກຳຄົບວົງຈອນ ສຊປລ ນະຄອນ ຫຼວງວຽງຈັນ (ນວ) ໂດຍມີ ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຮອງເລຂາຄະນະບໍລິຫານງານ ສຊປລ, ບັນດາສະຫາຍຄະນະເລຂາທິການ, ຫົວໜ້າກົມ-ຮອງກົມ, ຄະນະບໍລິຫານງານຊາວໜຸ່ມກະຊວງ, ອົງການ, ແຂວງ, ນວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຫຼາຍດ້ານໃນໄລຍະຜ່ານມາພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນສືບຕໍ່ເອົາໃຈໃສ່ຫຼາຍບັນຫາດັ່ງນີ້: 1) ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງນໍາພາແນວຄິດຂອງສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ໄວໜຸ່ມໃຫ້ຍົກສູງຈິດໃຈຮັກຊາດ, ເອກະລາດເປັນເຈົ້າຕົນເອງ, ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຮູ້ຈໍາແນກອັນຜິດ, ອັນຖືກ, ຕີຖອຍບັນຫາຫຍໍ້ທໍ້ຕ່າງໆໃນຖັນແຖວຊາວໜຸ່ມ, ເຍົາວະຊົນ, ສ້າງແນວຄິດບຸກບືນແຂ່ງຂັນພັດທະນາຕົນເອງຮອບດ້ານ, ສ້າງອຸດົມການທີ່ຖືກຕ້ອງ, ມີຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດທີ່ກ້າວໜ້າສົດໃສ ຊຶ່ງກ່ອນອື່ນໝົດຄະນະຊາວໜຸ່ມທຸກຂັ້ນຕ້ອງຖືເອົາວຽກດັ່ງກ່າວເປັນວຽກງານກົກ, ເປັນໜ້າທີ່ສໍາຄັນຕົ້ນຕໍອັນດັບໜຶ່ງເປັນວຽກງານຍຸດທະສາດຕ້ອງເຮັດຢ່າງເນື່ອງນິດລຽນຕິດເປັນປົກກະຕິ; ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ, ຈັດຕັ້ງນໍາພາ, ສຶກສາອົບຮົມໄວໜຸ່ມ ທັງເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເຂົາເຈົ້າ, ກໍ່ສ້າງ, ບຳລຸງຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນທັນວາໃຫ້ກາຍເປັນກໍາລັງແຮງໃນການປະຕິບັດພາລະກິດປະຕິວັດຂອງພັກ ດັ່ງຄໍາຂວັນທີ່ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ ຊຶ່ງຢາກເຮັດແນວນັ້ນຄະນະຊາວໜຸ່ມແຕ່ລະຂັ້ນໃຫ້ເອົາໃຈໃສ່ຄື: ຕ້ອງຖືສໍາຄັນວຽກງານຄົ້ນຄວ້າສຶກສາ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ບັນດາມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດເປັນຕົ້ນກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ບົດຮຽນພຶດຕິກໍາວຽກງານຊາວໜຸ່ມຜ່ານມາ ແລະ ການປະດິດສ້າງໃນວຽກງານຊາວໜຸ່ມຮຸ່ນກ່ອນ, ຕ້ອງສ້າງເງື່ອນໄຂ ໃຫ້ສະມາຊິກຊາວໜຸ່ມຢູ່ແຕ່ລະຂັ້ນ ໄດ້ໄປສຶກສາຮໍ່າຮຽນທິດສະດີການ ເມືອງ-ການປົກຄອງຢ່າງເປັນລະບົບ; 2) ຄະນະຊາວໜຸ່ມແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ວຽກງານປັບປຸງກົງຈັກການຈັດຕັ້ງຂອງຕົນໃຫ້ເຂັ້ມແຂງ-ໜັກແໜ້ນ, ຕ້ອງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ໄປຕາມທິດກະທັດຮັດ, ສົມເຫດສົມຜົນ, ສອດຄ່ອງຕາມພາລະບົດບາດຂອງຕົນ, ສັບຊ້ອນຕໍາແໜ່ງງານໃຫ້ເໝາະສົມກັບຄວາມຮູ້ຄວາມສາມາດ ແລະ ວິຊາສະເພາະຂອງແຕ່ລະສະຫາຍ, ສ້າງກົນໄກການນໍາພາ, ແບບແຜນວິທີການເຮັດວຽກ ແລະ ການເຄື່ອນໄຫວຢ່າງມີຈຸດສຸມ ແລະ ມີເປົ້າໝາຍທີ່ລະອຽດຊັດເຈນສາມາດຕີລາຄາສະຫຼຸບລາຍງານໄດ້; ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານຊາວໜຸ່ມ ຖືເອົາບັນຫານີ້ເປັນຂອດຕັດສິນຜົນໄດ້ຜົນເສຍ ຫຼື ສ້າງຄວາມເຂັ້ມແຂງຂອງຜູ້ທີ່ເຮັດວຽກຊາວໜຸ່ມ-ເຍົາວະຊົນ ໃນສະພາບການໃໝ່. ສະນັ້ນ, ພະນັກງານຕ້ອງໄດ້ຮັບການບຳລຸງສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ສູງຂຶ້ນກ່ວາເກົ່າ, ຊອກໄດ້ຜູ້ທີ່ຫ້າວຫັນ, ເດັ່ນແທ້, ມີຄວາມຈົງຮັກພັກດີໄປຕາມອຸດົມການຂອງພັກ ເພື່ອຮັບປະກັນກໍ່ສ້າງໃຫ້ເປັນພະນັກງານສືບທອດປ່ຽນແທນທີ່ມີຄຸນນະພາບ ແລະ ເປັນລະບົບຕໍ່ເນື່ອງ; ເອົາໃຈໃສ່ຊີ້ນໍາຊຸກຍູ້ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງຊາວໜຸ່ມໃຫ້ຕໍ່ເນື່ອງ ໂດຍສະເພາະດ້ານເນື້ອໃນຕ້ອງເລິກເຊິ່ງແທດຕົວຈິງ ແລະ ບຸກທະລຸເພື່ອແກ້ໄຂສະພາບຫຍໍ້ທໍ້ຕ່າງໆໃນຖັນແຖວຊາວໜຸ່ມ; ເອົາໃຈໃສ່ເລືອກເຟັ້ນບຸກຄະລາກອນ ທີ່ຈະປະກອບເຂົ້າໃນຄະນະບໍລິ ຫານງານຊາວໜຸ່ມແຕ່ລະຂັ້ນ ຕ້ອງຮັບປະກັນມາດຖານ-ເງື່ອນໄຂ ທີ່ໄດ້ກໍານົດໄວ້, ມີຄຸນທາດການ ເມືອງ, ມີຄຸນສົມບັດສິນທໍາປະຕິວັດຖືກຕ້ອງ, ກຽມເງື່ອນໄຂໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໃນຕໍ່ໜ້າ. ໃຫ້ສືບຕໍ່ຄົ້ນຄວ້າກະກຽມເງື່ອນໄຂຕ່າງໆ ລວມທັງບຸກຄະລາກອນ ທີ່ຈະປະກອບເຂົ້າໃນຄະນະບໍລິຫານງານສະຫະພັນຊາວໜຸ່ມລາວ ເພື່ອເປີດກອງປະຊຸມໃຫຍ່ປະກາດການສ້າງຕັ້ງສະຫະພັນຊາວໜຸ່ມໂດຍໄວຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 221/ຄລສພ, ລົງວັນທີ 04/11/2019 ວ່າດ້ວຍການອະນຸມັດໃຫ້ສ້າງຕັ້ງສະຫະພັນຊາວໜຸ່ມລາວ, ອັນນີ້ເປັນວຽກໃໝ່, ພາຍຫຼັງປະກາດສ້າງຕັ້ງຢູ່ສູນກາງແລ້ວຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ກໍຕ້ອງມີການຈັດຕັ້ງ ແລະ ນໍາພາການເຄື່ອນໄຫວຕົວຈິງເພື່ອເຕົ້າໂຮມໄວໜຸ່ມທັງໝົດທີ່ຢູ່ໃນທ້ອງຖິ່ນຂອງຕົນ; 3) ການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງຊາວໜຸ່ມຕ້ອງຕິດແໜ້ນກັບຮາກຖານແທ້ ໂດຍສຸມໃສ່ກໍ່ສ້າງການຈັດຕັ້ງຊາວໜຸ່ມຢູ່ຂັ້ນຮາກຖານໄປຄຽງຄູ່ ກັບການປັບປຸງການຈັດຕັ້ງອື່ນໆ ໃນທົ່ວລະບົບການເມືອງ ຢູ່ຂັ້ນຮາກຖານ ຕາມມະຕິ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກ ແໜ້ນ; 4) ສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຢ່າງແຂງແຮງເປັນຮູບປະທໍາຕົວຈິງໃນຖັນແຖວຊາວໜຸ່ມ-ໄວໜຸ່ມ, ເອົາຂະບວນການ 4 ບຸກຍູ້ແຮງການປະຕິບັດ 2 ວາລະແຫ່ງຊາດ ເຮັດໃຫ້ກາຍເປັນການກະທໍາ, ກາຍເປັນຂະບວນການອັນກວ້າງຂວາງ ແລະ ເລິກເຊິ່ງຂອງຊາວໜຸ່ມ-ເຍົາວະຊົນຢ່າງແທ້ຈິງ ໂດຍໃຫ້ຖືເອົາຄໍາຂວັນປຸກລະດົມທີ່ວ່າ: ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ; 5) ສ້າງການຫັນປ່ຽນໃໝ່, ຍົກລະດັບຄຸນນະພາບການສ້າງຂະບວນການຂອງຊາວໜຸ່ມລາວ ໃນການສ້າງສາພັດທະນາປະເທດຊາດໃນເງື່ອນໄຂໃໝ່, ສືບຕໍ່ປຸກລະດົມກໍາລັງແຮງຂອງຊາວໜຸ່ມລາວບັນດາເຜົ່າເຂົ້າສູ່ຂະບວນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເນັ້ນໜັກຈັດຕັ້ງປະຕິບັດຂະບວນການແຂ່ງຂັນເຮັດວຽກງານວິຊາສະເພາະຢູ່ແຕ່ລະຂະແໜງການສູນກາງ ແລະ ທ້ອງຖິ່ນຢ່າງແຂງແຮງ; ເສີມຂະຫຍາຍມູນເຊື້ອປະຈັນບານຂອງຊາວໜຸ່ມແຫ່ງຍຸກສະໄໝຊ່ວຍເຫຼືອສັງຄົມ. ພ້ອມນັ້ນ, ໃຫ້ຍົກລະດັບຄຸນນະພາບຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນຂະບວນການຟົດພື້ນ ແລະ ມີໝາກຜົນຕົວຈິງ; 6) ປັບປຸງແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນໃນສະພາບປັດຈຸບັນທີ່ກຳລັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ; 7) ຍົກສູງບົດບາດຂອງອົງການຊາວໜຸ່ມໃນການປະສານສົມທົບກັນຢ່າງສະໜິດແໜ້ນກັບບັນດາການຈັດຕັ້ງຕ່າງໆ ໃນລະບົບການເມືອງເພີ່ມທະວີການປະສານງານສົມທົບກັບບັນດາອົງການຈັດຕັ້ງມະຫາຊົນນໍາກັນໃຫ້ກົມກຽວ (ກໍາມະບານ, ແມ່ຍິງ) ເພື່ອສຸມໃສ່ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX. ທຸກການເຄື່ອນໄຫວຂອງຊາວໜຸ່ມ ກໍຄືອົງການຈັດຕັ້ງມະຫາຊົນອື່ນໆ ແມ່ນຕ້ອງສ້າງໃຫ້ເປັນກ້ອນກໍາລັງແຮງໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ເພື່ອປະກອບສ່ວນໃນການສືບຕໍ່ສ້າງບູລະນະລະບອບປະຊາທິປະໄຕປະຊາຊົນສ້າງປະຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ; ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດຢ່າງເປັນເຈົ້າການ ໂດຍສືບຕໍ່ເອົາໃຈໃສ່ໃນການພົວພັນຮ່ວມມື ກັບປະເທດຕ່າງໆ ຕາມແນວທາງນະໂຍບາຍຂອງພັກ ໂດຍສະເພາະການພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດສາກົນອື່ນໆ, ອົງການຈັດຕັ້ງສາກົນຕ່າງໆ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ຮຽນຮູ້ບົດຮຽນທາງດ້ານວິຊາການ, ຍາດແຍ່ງການຊ່ວຍເຫຼືອດ້ານວັດຖຸເຕັກນິກຕ່າງໆ ມາພັດທະນາຊາວໜຸ່ມ-ເຍົາວະຊົນລາວ, ອັນສໍາຄັນຕ້ອງເຊີດຊູແນວຄິດເອກະ ລາດເປັນເຈົ້າຕົນເອງໃຫ້ສູງຂຶ້ນ ເພື່ອພັດທະນາສ້າງລາຍຮັບກຸ້ມຕົນເອງເທື່ອລະກ້າວຕາມແນວທາງຂອງພັກ, ນໍາໃຊ້ການຊ່ວຍເຫຼືອຈາກຕ່າງປະເທດຢ່າງມີປະສິດທິຜົນສູງ. ພ້ອມນັ້ນ, ໃຫ້ມີສະຕິລະວັງຕົວຕໍ່ທຸກກົນອຸບາຍມ້າງເພລະບອບໃໝ່ຂອງພວກເຮົາ, ສະກັດກັ້ນການແຊກແຊງຂອງອິດທິກຳລັງປໍລະປັກໃນທຸກຮູບແບບ.

(ຂ່າວ: ວັນເພັງ, ຂໍ້ມູນພາບ: ສຊປລ )

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments