Wednesday, May 15, 2024
Homeຂ່າວການເມືອງຄອສພ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ແຂ່ງຂັນ-ຍ້ອງຍໍ

ຄອສພ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ແຂ່ງຂັນ-ຍ້ອງຍໍ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີ ສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສະຫຼຸບ​ຜົນງານການແຂ່ງຂັນ-ຍ້ອງຍໍ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ຂຶ້ນໃນວັນທີ 2 ເມສານີ້ ທີ່ ຄອສພ, ໂດຍການເປັນປະທານຂອງທ່ານ ຄໍາພັນ ເຜີຍຍະວົງ ຄະ​ນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີ​ຮອງ​ເລ​ຂາ​​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ, ຄະນະພັກ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານ-ລັດ​ຖະ​ກອນເຂົ້າຮ່ວມ.

ໃນພິທີ, ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສະຫຼຸບຜົນ​ງານ​ການແຂ່ງຂັນ-ຍ້ອງຍໍປະຈໍາປີ 2023 ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້. ພະນັກນັກງານ-ລັດຖະກອນຂອງ ຄອສພ ໄດ້ຮັບ​ການຍ້ອງຍໍຕົວຈິງ 188 ທ່ານ ຍິງ 96 ທ່ານ, ພະນັກງານທີ່ບໍ່ໄດ້ຮັບການຍ້ອງຍໍ 21 ທ່ານ ຍິງ 7 ທ່ານ (ເຫດຜົນຍ້ອນໄປສຶກສາຕໍ່ຢູ່ພາຍໃນ ແລະ ຕ່າງປະເທດ).

ຜົນສໍາເລັດໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໄລຍະ 1 ປີຜ່ານມາ ມີ: ຈັດຕັ້ງເຜີຍແຜ່, ຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດ, ສ້າງ ແລະ ປັບປຸງເອກະສານໂຄສະນາສຶກສາອົບຮົມ ແລະ ຈັດຕັ້ງຝຶກອົບຮົມໃຫ້ເປົ້າໝາຍຕ່າງໆ, ເກັບກໍາສະພາບແນວຄິດ, ຫາງສຽງສັງຄົມ, ສະໜອງຂໍ້ມູນຂ່າວສານດ້ານຕ່າງໆ, ສະຫຼຸບສັງລວມການເຄື່ອນໄຫວວຽກງານໂຄສະນາອົບຮົມ, ປັບປຸງຍົກສູງຄຸນນະພາບ ຂອງວາລະສານອະລຸນໃໝ່ ແລະ ວາລະສານໂຄສະນາ, ການນໍາໃຊ້ສື່ ແລະ ກໍາລັງແຮງສັງລວມເຂົ້າໃນວຽກງານໂຄສະນາອົບຮົມ ແລະ ກໍ່ສ້າງພະນັກງານໂຄສະນາອົບຮົມ, ປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ບຸກຄະລາກອນ ທີ່ເຮັດວຽກໂຄສະນາອົບຮົມທັງຢູ່ສູນກາງ ແລະ ທ້ອງຖິ່ນ, ເພີ່ມທະວີການພົວພັນຮ່ວມມື ກັບບັນດາອົງການທີ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ຂອງປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ສາກົນ, ກໍ່ສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານຫ້ອງການສະພາທິດສະດີສູນກາງພັກ, ການປັບປຸງພື້ນຖານໂຄງລ່າງຂອງຫ້ອງການສະພາທິດສະດີສູນກາງພັກ ໃຫ້ເປັນລະບົບຄົບຊຸດ ແລະ ມີຄວາມທັນສະໄໝ, ການສ້າງ ແລະ ປັບປຸງນິຕິກໍາ ຂອງຫ້ອງການສະພາທິດສະດີສູນກາງພັກ, ຍົກສູງບົດບາດການເປັນເສນາທິການດ້ານວຽກງານຄຸ້ມຄອງ-ບໍລິຫານ ແລະ ອໍານວຍຄວາມສະດວກໃນດ້ານຕ່າງໆ ຂອງຫ້ອງການສະພາທິດສະດີສູນກາງພັກ ໃຫ້ກ້າວໄປສູ່ຄວາມທັນສະໄໝ, ປັບປຸງກົນໄກການປະສານງານ, ການຍົກລະດັບວຽກງານພົວພັນພາຍໃນ ແລະ ການຮ່ວມມືກັບຕ່າງປະເທດ, ຍົກສູງຂີດຄວາມສາມາດໃຫ້ບຸກຄະລາກອນພາຍໃນສໍານັກງານ ແລະ ສາມາດເຊື່ອມໂຍງສາກົນ, ຄົ້ນຄວ້າສ້າງແຜນຍຸດທະສາດດໍາເນີນການປ່ຽນຖ່າຍອຸປະກອນຮັບໃຊ້ວິຊາການ, ສ້າງ ແລະ ປັບປຸງສູນຈໍາໜ່າຍໜັງສືພິມປະຊາຊົນ ໃນຂອບເຂດທົ່ວປະເທດ, ສ້າງເພື່ອນຮ່ວມງານຢູ່ແຕ່ລະຂະແໜງການຕ່າງໆຢູ່ທ້ອງຖິ່ນທົ່ວປະເທດ, ພັດທະນາຫ້ອງປະມວນຂ່າວສານໃຫ້ມີຄວາມທັນສະໄໝ ແລະ ປັບປຸງເວັບໄຊ ຂອງໝັງສືພິມປະຊາຊົນໃຫ້ມີຄຸນນະພາບ ແລະ ວຽກງານອື່ນ.​ ສຳ​ລັບ​ພະ​ນັກ​ງານ-ລັດ​ຖະ​ກອນ​ທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ ຄັ້ງ​ນີ້ ປະເພດ 1 ມີຈໍານວນ 104 ທ່ານ ຍິງ 51 ທ່ານ; ປະເພດ 2 ມີຈໍານວນ 82 ທ່ານ ຍິງ 44 ທ່ານ ແລະ ປະເພດ 3 ມີຈໍານວນ 2 ທ່ານ ຍິງ 1 ທ່ານ.

ໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຈໍານວນ 5 ໜ່ວຍພັກ; ທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າ ຄອສພ ໄດ້ໃຫ້ກຽດມອບໃບຍ້ອງຍໍປະເພດທີ 1, ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ ໃຫ້ກຽດມອບ ຍ້ອງຍໍປະເພດ 2.

ຈາກນັ້ນ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ຄໍາໂອ້ລົມຕໍ່ທີ່ປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍ,ຊົມເຊີຍຕໍ່ຜົນງານທີ່ພະນັກງານ-ລັດຖະກອນທົ່ວ ຄອສພ ສາມາດຍາດມາໄດ້ ແລະ ເພື່ອໃຫ້ການເຄື່ອນໄຫວວຽກງານຂອງແຕ່ລະກົມນັບມື້ດີຂຶ້ນ ໃນຕໍ່ໜ້າ ໄດ້ເນັ້ນໜັກບາງດ້ານຄື: ສືບຕໍ່ສ້າງໜ່ວຍພັກໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ, ຍົກສູງປະສິດທິພາບຂອງໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສູງ, ສືບຕໍ່ພົວພັນວຽກງານກັບກົມຕ່າງໆຢ່າງກົມກຽວ, ຍົກສູງຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນ ໂດຍສະເພາະ ເອົາໃຈໃສ່ຄົ້ນຄວ້າ ຍົກລະດັບດ້ານພາສາຕ່າງປະເທດໃຫ້ມີຄວາມຄ່ອງແຄ້ວ, ເອົາໃຈໃສ່ຮັກສານາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສືບຕໍ່ເອົາໃຈໃສ່ວຽກງານອື່ນໆຢ່າງເຂັ້ມງວດ.

(ຂ່າວ, ພາບ: ແສງຈັນ-ພູວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments