Saturday, July 27, 2024
Homeຂ່າວພາຍໃນປກສ ເມືອງນາຊາຍທອງ ຢຶດຢາບ້າ 1ລ້ານກວ່າເມັດ

ປກສ ເມືອງນາຊາຍທອງ ຢຶດຢາບ້າ 1ລ້ານກວ່າເມັດ

ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກຕຳຫຼວດ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 27 ມີນາ 2024 ຜ່ານມານີ້, ປກສ ເມືອງນາຊາຍທອງ ໄດ້ເຂົ້າຈັບຕົວເປົ້າໝາຍຢາເສບຕິດຢູ່ບ້ານນາຍາງ ເມືອງນາຊາຍທອງ 1 ຄົນ ຊື່ທ້າວ ຮົ່ວ ເຮີ່ ອາຍຸ 23 ປີ ກຳມະກອນ ບ້ານຢູ່ ສົມສະໄໝ ເມືອງໄຊທານີ ພ້ອມຢາບ້າຈຳນວນ 6,000 ເມັດ.

ເຈົ້າໜ້າທີ່ໄດ້ນຳຕົວຜູ້ກ່ຽວມາສອບສວນ ໂດຍຜູ້ກ່ຽວໄດ້ຊັດທອດຫາຜູ້ຮ່ວມຂະບວນການ ເຊິ່ງນຳໄປສູ່ການຈັບກຸມ ທ້າວ ຕົ່ງຊົ່ງ ອາຍຸ 24 ປີ ກຳມະກອນຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ໃນມື້ດຽວກັນ ພ້ອມຂອງກາງຢາບ້າຈຳນວນ 203 ແພັກ, 2 ມັດ, 2 ຖົງ ເທົ່າກັບ 1.222,400 ເມັດ ພ້ອມວັດຖຸມີຄ່າຈຳນວນໜຶ່ງ.

ທັງສອງໄດ້ສາລະພາບກັບເຈົ້າໜ້າທີ່ວ່າ: ໄດ້ເຄື່ອນໄຫວຊື້-ຂາຍຢາເສບຕິດແທ້ ແລະຢາເສບຕິດຈຳນວນດັ່ງກ່າວແມ່ນຂອງພວກກ່ຽວແທ້.

ຂໍ້ມູນ: ປກສ ນະຄອນຫຼວງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments