Saturday, July 27, 2024
Homeຂ່າວກິລາກຽມຈັດການແຂ່ງຂັນມວຍລາວ ໄຟທ໌ ຄັ້ງທີ 4

ກຽມຈັດການແຂ່ງຂັນມວຍລາວ ໄຟທ໌ ຄັ້ງທີ 4

ສະຫະພັນມວຍລາວແຫ່ງຊາດ ກຽມຈັດການແຂ່ງຂັນມວຍ ລາວ ລາຍການ ມວຍລາວ ໄຟທ໌ ຄັ້ງທີ 4 (Muay Lao Fight) ປະຈໍາປີ 2024) ໃນວັນທີ 7 ເມສາ 2024 ເລີ່ມເວລາ 17:00 ໂມງ ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ (Lao Japan Bubo Center), ໂດຍຈະມີແຂ່ງຂັນມີທັງໝົດ 15 ຄູ່ ແລະ ຈະມີນັກມວຍຈາກປະເທດອີຣ່ານ, ໄທ ແລະ ກໍາປູ ເຈຍ ມາຮ່ວມໃນລາຍການແຂ່ງຂັນຄັ້ງນີ້.

ທ່ານ ຕຸດາວັນ ໜໍ່ເມືອງເສດ, ຮອງປະທານ ແລະ ເລຂາທິການສະຫະພັນມວຍລາວແຫ່ງຊາດ ໃຫ້ຮູ້ໃນພິທີຖະແຫຼ່ງຂ່າວຈັດຂຶ້ນໃນວັນທີ 2 ເມສາ 2024 ທີ່ນະຄອນຫລວງວຽງຈັນວ່າ: ການແຂ່ງຂັນມວຍຄັ້ງນີ້ ແມ່ນເປັນການສ້າງເວທີໃຫ້ກັບນັກມວຍລາວ ໄດ້ແຂ່ງຂັນກັນກັບນັກມວຍພາຍໃນ ແລະ ຕ່າງປະເທດ ເພື່ອເປັນການພັດທະນາກິລາມວຍລາວ ຮຸ່ນເຍົາວະຊົນສືບທອດ ເພື່ອກາຍເປັນນັກກິລາທີມຊາດ ກຽມຮ່ວມແຂ່ງຂັນ ເອຊຽນ ອິນດໍເກມ ທີ່ປະເທດໄທ ໃນທ້າຍປີນີ້, ພ້ອມກັນນັ້ນ ກໍເພື່ອສ້າງບັນຍາກາດມ່ວນຊື່ນໃນການສະເຫຼີມສະຫຼອງວັນສໍາຄັນຂອງຊາດ ໂດຍສະເພາະ ການສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບລາວ ວັນທີ 5 ເມສາ ຄົບຮອບ 63 ປີ ໃນປີ 2024 ພ້ອມທັງສະເຫຼີມສະຫຼອງ ແລະ ຊົມເຊີຍເປີດປີທ່ອງທ່ຽວລາວ 2024.

ການແຂ່ງຂັນມວຍ ຄັ້ງນີ້ ແມ່ນເປັນຄັ້ງທີ4 ພາຍຫຼັງໄດ້ຈັດກ່ອນໜ້ານີ້ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ

ໂດຍຈະມີແຂ່ງຂັນທັງໝົດ 15 ຄູ່ ເຂົ້າຮ່ວມແຂ່ງຂັນມວຍລາຍການນີ້ ປະກອບມີ ມວຍຮອບ 9 ຄູ່ ມີຮຸ່ນ 51 ກິໂລ, ຮຸ່ນ 57 ກິໂລ, 65 ກິໂລ, ຮຸ່ນ 51 ກິໂລ ແລະ ຮຸ່ນ 54 ກິໂລ ແລະ ມວຍປະກອບລາຍການ 6 ຄູ່ ມີຮຸ່ນ 46 ກິໂລ, ຮຸ່ນ 52 ກິໂລ, ຮຸ່ນ 61 ກິໂລ ແລະ ຮຸ່ນ 65 ກິໂລ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments